ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Scott Carpenter ເສຍຊີວິດແລ້ວ ຮວມອາຍຸໄດ້ 88 ປີ (ວີດີໂອ)


ຮູບພາບ ທ່ານ Scott Carpenter ໃນປີ 1962 ຢູ່ໃນຊຸດອະວະກາດ
ຮູບພາບ ທ່ານ Scott Carpenter ໃນປີ 1962 ຢູ່ໃນຊຸດອະວະກາດ
ອະດີດ​ນັກ​ບິນອະວະກາດ ທ່ານ Scott Carpenter ​ຊຶ່ງ​ເປັນນຶ່ງ
ໃນ​ຈໍານວນ​ເຈັດ​ຄົນ ຂອງ​ພວກນັກບິນ​ອະວະກາດສະຫະລັດ ​ທີ່
ມີ​ຊື່​ສຽງ ຈຸທໍາ​ອິດແລະເປັນຄົນ​ອາ​ເມຣິກັນ​ຜູ້​ທີ​ສອງ​ທີ່​ໄດ້ບິນ​ໂຄ
ຈອນ​ອ້ອມ​ໂລກ ​ໄດ້​ເສຍ​ຊີວິດແລ້ວ ຫລັງ​ຈາກ​ໄດ້ເປັນລົມ​ສາລະ​
ບາດ. ຮວມອາຍຸ​ໄດ້ 88 ປີ.

ທ່ານ Carpenter ​ໄດ້​ບິນ​ຂຶ້ນສູ່​ອະວະກາດ ​ໂດຍ​ຍານອະວະ
ກາດ Aurora ​ເມື່ອ​ວັນ​ທີ 24 ເດືອນ​ພຶດສະພາ​ປີ 1962 ຊຶ່ງ​ໃນ​
ເວລາ​ນັ້ນ​ ການບິນ​ຂຶ້ນສູ່ອະວະກາດ​ຍັງ​ເປັນ​ເລື່ອງ​ທີ່​ແປ​ກໃໝ່​ ​
ແລະ ​ເປັນ​ທີ່​ສົນ​ໃຈ​ຂອງ​ຜູ້​ຄົນ​ທົ່ວ​ທັງ​ປະ​ເທດ.

ທ່ານ​ໄດ້​ບິນ​ໂຄຈອນ​ອ້ອມ​ໂລກ​ສາມ​ເທື່ອ ​ແລະ​ໄດ້​ເຮັດ​ໃຫ້​ອົງການອະວະ​ກາດ​ສະຫະລັດ ​
ຫລື NASA ມີ​ຄວາມ​ຢ້ານ​ກົວ​ເປັນ​ຄັ້ງ​ທໍາ​ອິດ.

ບັນຫາ​ດ້ານ​ເທັກ​ນິກແລະເຊື້ອ​ໄຟໜ້ອຍ ໄດ້​ບັງ​ຄັບ​ໃຫ້​ທ່ານ Carpenter ຕ້ອງ​ໄດ້​ນໍາ​ເອົາ
​ຍານ​ອະວະກາດ​ ກັບ​ຄືນ​ມາສູ່​ໂລກ ດ້ວຍ​ໃຊ້​ມືຄວບ​ຄຸມ​ ໃນປະຕິບັດ​ງານ. ຍານ​ຂອງ​ທ່ານ​
ໄດ້ລົງ​ມາສູ່​ທະ​ເລ Caribbean 465 ກິ​ໂລ​ແມັດ ຫ່າງ​ຈາກ​ເປົ້າໝາຍ.

ບັນດາ​ຜູ້​ຊົມ​ໂທລະພາບ ຫລາຍໆ​ລ້ານ​ຄົນ ພາກັນ​ໃຈ​ຂວໍ້າ​ໃຈ​ຫາຍ ​ເປັນ​ຫ່ວງ​ ຢ້ານວ່າ
ທ່ານ Carpenter ຈະ​ລອດ​ຊີວິດມາ​ໄດ້ຫລືບໍ່ກ່ອນ​ທີ່​ບັນດາ​ນັກ​ກູ້​ໄພຂອງກອງທັບ​ເຮື​ອ ​
ໄດ້​ພົບ​ເຫັນ​ທ່ານ.

ຫລັງ​ຈາກ​ນັ້ນ ທ່ານ Carpenter ບໍ່​ໄດ້​ບິນຂຶ້ນ​ໄປ​ປະຕິບັດ​ງານ​ເທິງອະ​ວະ​ກາດ​ອີກ ​ແຕ່​ໄດ້​ລົງ​ໄປຢູ່​ພື້ນທະ​ເລ​ເປັນ​ເວລາ​ນຶ່ງເດືອນ ​ໃນ​ເຮືອດຳ ນໍ້າຫລື​ຫ້ອງ​ຄົ້ນຄວ້າ Sealab ​ໃນ​ປີ 1965.

Scott
please wait
Embed

No media source currently available

0:00 0:00:17 0:00
XS
SM
MD
LG