ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ອັຟການິສຖານ ໂຕນໄປຫາ ທາລິບານ ຢ່າງ ຫລວງຫລາຍ ແລະ ຈຳນວນໜຶ່ງ ໄດ້ຖືກ ຂ້າຕາຍ


ທະຫານອັຟການິສຖານແຫ່ງຊາດ ກຳລັງເຝິກແອບ ທີ່ວິທະຍາຄານ ທະຫານ ໃນນະຄອນ Kabul, Afghanistan.
ທະຫານອັຟການິສຖານແຫ່ງຊາດ ກຳລັງເຝິກແອບ ທີ່ວິທະຍາຄານ ທະຫານ ໃນນະຄອນ Kabul, Afghanistan.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ແຫ​ລ່ງຂ່າວພວກ​ກະບົດ ​ໃນ​
ພາກ​ໃຕ້​ອັຟກາ​ນິສຖານ ກ່າວ​ວ່າ ທະຫານ​ອັຟກາ​ນິສຖານຢ່າງ
​ໜ້ອຍ 70 ຄົນ​ໄດ້​ໂຕນ​ໜີ​ໄປ​ຫາ Taliban ​ໃນ​ຂະນະ​ທີ່ 85 ຄົນ
​ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ທີ່​ມີ​ການ​ສູ້​ລົບ​ຮ້າຍ​ແຮງ.

ທ່ານ Mirza Khan Rahimi ຜູ້​ປົກຄອງ​ແຂວງ Helmand ທີ​່
ຢູ່​ຫ່າງ​ໄກ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນວັນ​ເສົາ​ມື້​ນີ້​ວ່າ ການ
ໂຕນ​ໜີ​ໄດ້​ເກີດ​ຂື້ນ​ຢູ່ໃນ​ເຂດ Sangin ​ແລະ​ທະຫານ​ໄດ້​ເຂົ້າ
​ຮວມກັບ Taliban ພ້ອມ​ດ້ວຍ​ອາວຸດ​ຂອງ​ເຂົາ​ເຈົ້າ ​ແລະ​ອຸບປະກອນ​ນຳ.

​ແຂວງ​ພາກ​ໃຕ້​ຂອງ ອັ​ຟກາ​ນີສຖານ ​ໄດ້​ເປັນ​ປະ​ເພນີ​ດິນ​ແດນ​ຂອງ Taliban ບ່ອນ​ທີ່​ມີ​
ການ​ປະ​ທະ​ກັນ ລະຫວ່າງ​ພວກ​ກະບົດ ​ແລະ​ກຳ​ລັງ​ຮັກສາ​ຄວາ​ມປອດ​ໄພ​ອັຟກາ​ນິສຖານ
ທີ່​ມີ​ຢູ່ໃນ​ຫລາຍ​ເຂດ​ເປັນ​ເວລາ​ໜຶ່ງ​ເດືອນ ຮວມທັງ Lashkar Gah ​ແລະ Marjah.

​ໂຄສົກ Taliban ຄົນ​ໜຶ່ງ ທ້າວ Qari Yusuf Ahmadi ກ່າວ​ວ່າ ຜູ້​ບັນຊາ​ການ​ທະຫານ​
ອັຟກາ​ນີສຖານ​ຫ້າ​ຄົນ ຮວມຢູ່​ໃນ​ບັນດາ​ທະຫານ​ຜູ້​ທີ່ “ສຳນຶກ​ຜິດ​ໃນ​ຄວາມ​ຜິດພາດ​ຂອງ​
ເຂົາ​ເຈົ້າ ​ແລະ​ຍອມຈຳນົນ​ແກ່ Mujahideen ທີ່​ເປັນ​ນັກ​ລົບ Taliban” ພ້ອມ​ດ້ວຍ​ລົດ​ຫູ້ມ​
ເກາະຫ້າ​ຄັນ ອາ​ວຸດ ​ແລະ​ລູກປືນ.

ກຳລັງ​ຮັກສາ​ຄວາມ​ປ​ອດ​ໄພອັຟກາ​ນິສຖານ ​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ​ຢ່າງ​ໜັກ ລະຫວ່າງ​ລະດູການ​ສູ້​ລົບ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າລົບ​ເລວ​ກັບ Taliban ປາດ​ສະ​ຈາກ ທະຫານ​ຕ່າງປະ​ເທດ​ຢູ່​ພາກ​ພື້ນ​ດິນ ​ແລະ​ສະໜັບ​ສະ​ໜູນ​ທາງ​ອາກາດ.

ພວກ​ກະບົດ​ອິສລາມ ​ໄດ້​ຂະຫຍາຍ​ການ​ໂຈມ​ຕີ​ຄວາມ​ຮຸນ​ແຮງ ຢູ່​ໃນ​ຫລາຍ​ພາກ​ຂອງ ອັ​ຟກາ​ນີສຖານ ​ແລະ​ໄດ້​ເຂົ້າ​ຍຶດ​ເອົາ​ພຽງລະຍະ​ສັ້ນໆ​ຂອງ​ໂຕ​ເມືອງ​ພາກ ​ເໜຶຶອທີ່ສຳຄັນ Kunduz ​ໃນ​ເດືອນກັນຍາ.

ການລົ້ມ​ແຫລວ​ຄວາມ​ປອດ​ໄພ ​ແລະ​ພົນລະ​ເຮືອນ​ເພີ້​ມໄດ້​ຮັບ​ບາດ​ເຈັບ ​ເຮັດ​ໃຫ້​ສາທາລະນະ​ຕິ​ຕຽນ ປະ​ທາ​ນາ​ທິບໍດີ Ashraf Ghani ທີ່​ນໍາ​ໄປ​ສູ່​ການ​ຕ້ານ​ປະ​ທ້ວງລັດຖະບານ​ຢ່າງ​ໃຫຍ່ ບັນດາ​ຜູ້​ບັນຊາ​ການ​ທະຫານອັ​ຟກາ​ນິສຖານ ຕິຕຽນ​ການຖ​ອນ ທີ່ນຳພາ​ຈາກ​ທະຫານ​ສະຫະລັດ ​ໃນ​ການສັງ​ເກດ​ການ ​ແລະ​ການ​ສະໜັບສະໜູນ​ທາງ​ອາກາດຢ່າງ​ໃກ້​ຊິດ​ຢູ່ໃສ​ສະໜາມ​ລົບ.

XS
SM
MD
LG