ເຮືອຂ້າມຟາກ ທີ່ບັນທຸກຜູ້ໂດຍສານຫລາຍກວ່າ 100 ຄົນໄດ້
ຫລົ້ມຫລັງຈາກຕໍາ ກັນກັບເຮືອບັນທຸກຂີ້ຊາຍ.
ເຈົ້າໜ້າທີ່ກ່າວວ່າ ຍັງມີຫຼາຍຄົນຫາຍສາບສູນຫລັງຈາກເຮືອຂ້າມຟາກ MV Sarash ໄດ້ຫລົ້ມ ໃນວັນສຸກມື້ນີ້ ຢູ່ໃນແມ່ນໍ້າ Meghna ທີ່ເຂດເມືອງ Munshigani.
ບັນດາເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ຢ່າງໜ້ອຍ 25 ຄົນ ໄດ້ຖືກຊ່ວຍຊີ ວິດໄວ້ໄດ້. ອີກຫລາຍໆຄົນພາກັນລອຍເຂົ້າຫາຕາຝັ່ງ.
ບັງກລາແດັສເຄີຍມີປະວັດມາແລ້ວກ່ຽວກັບໄພພິບັດທາງເຮືອ ຍ້ອນວ່າ ຂາດມາດຕະຖານດ້ານຄວາມປອດໄພແລະມັກບັນທຸກຜູ້ໂດຍສານເກີນ ກຳນົດຫຼືຫລາຍເກີນໄປ.