ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຍົກຍ້າຍ ຖິ່ນຖານ ຫຼາຍຄົນ ຖືກລາຍງານວ່າ ຫາຍສາບສູນໄປ ຢູ່ນອກຊາຍຝັ່ງ ຂອງປະເທດ ລີເບຍ


ພວກຍົກຍ້າຍຖິ່ນຖານ ພວມໄດ້ຮັບການປະຖົມພະຍາບານ
ຫຼັງຈາກຖືກຊ່ວຍເຫຼືອອອກຈາກທະເລ ໂດຍຕຳຫຼວດຮັກສາ
ຊາຍຝັ່ງ ລີເບຍ, ໃນນະຄອນຫຼວງ Tripoli, ປະເທດ ລີເບຍ. 11 ເມສາ, 2016.
ພວກຍົກຍ້າຍຖິ່ນຖານ ພວມໄດ້ຮັບການປະຖົມພະຍາບານ ຫຼັງຈາກຖືກຊ່ວຍເຫຼືອອອກຈາກທະເລ ໂດຍຕຳຫຼວດຮັກສາ ຊາຍຝັ່ງ ລີເບຍ, ໃນນະຄອນຫຼວງ Tripoli, ປະເທດ ລີເບຍ. 11 ເມສາ, 2016.

ນັກສິ້ງຊອມຈາກ ຢູໂຣບ ກ່າວວ່າ ພວກຍົກຍ້າຍຖິ່ນຖານຈຳນວນຫຼາຍຄົນໄດ້ຫາຍສາບ ສູນໄປໃນວັນເສົາວານນີ້ ຢູ່ນອກຊາຍຝັ່ງທະເລຂອງ ລີເບຍ, ຫຼັງຈາກເຮືອຂອງເຂົາເຈົ້າ ໄດ້ຮົ່ວແລ້ວຈົມລົງໃນທະເລ.

ອົງການເພື່ອການຍົກຍ້າຍຖິ່ນຖານສາກົນກ່າວວ່າ 84 ຄົນຍັງຫາຍສາບສູນຢູ່ໃນເວລາ ຕອນທ່ຽງ, ລຸນຫຼັງຫຼາຍຊົ່ວໂມງ ເວລາເຮືອບັນທຸກສິນຄ້າຂອງ ອິຕາລີ ໄດ້ຊ່ວຍເຫຼືອ 26 ຄົນຈາກເຮືອທີ່ຈົມນັ້ນ.

ໂຄສົກຂອງໜ່ວຍຍາມຝັ່ງອິຕາລີ ໄດ້ກ່າວຕໍ່ນັກຂ່າວວ່າ ພວກຍົກຍ້າຍຖິ່ນຖານມາຈາກ ຫຼາຍປະເທດ ໃນພາກຕາເວັນຕົກຂອງທະວີບ ອາຟຣິກາ ແລະ ເບິ່ງຄືວ່າຈະເດີນທາງ ອອກຈາກ ລີເບຍ ໃນວັນສຸກຜ່ານມາ. ທ່ານກ່າວວ່າ ເຮືອບັນທຸກໄດ້ພົບເຫັນເຮືອຂອງ ພວກຍົກຍ້າຍຖິ່ນຖານ “ກຳລັງມີນ້ຳໄຫຼເຂົ້າ,” ໂດຍຜູ້ລອດຊີວິດກ່າວວ່າ ຜູ້ໂດຍສານ ຫຼາຍຄົນໄດ້ຕົກອອກຈາກເຮືອ ແລະ ກໍຈົມນ້ຳຕາຍ.

ພາບວິດີໂອທີ່ຖ່າຍຈາກໂທລະພາບ ໄດ້ສະແດງໃຫ້ເຫັນວ່າເຮືອບັນທຸກສົ່ງຕໍ່ຜູ້ລອດຊີວິດ ໃຫ້ກັບຕຳຫຼວດປ້ອງກັນຊາຍຝັ່ງ, ແລະ ເຮືອຂອງເຂົາເຈົ້າກໍນຳສົ່ງພວກຄົນດັ່ງກ່າວໃຫ້ ສູນຜູ້ຍົກຍ້າຍຖິ່ນຖານໃນເກາະ Lampedusa ຂອງ ອິຕາລີ.

ອົງການເພື່ອການຍົກຍ້າຍຖິ່ນຖານສາກົນກ່າວວ່າ ຜູ້ຍົກຍ້າຍຖິ່ນຖານ 1,244 ຄົນຈາກ ອາຟຣິກາ, ຕາເວັນອອກກາງ ແລະ ເອເຊຍກາງ ໄດ້ຈົມນ້ຳຕາຍໃນປີນີ້ ໃນຂະນະທີ່ພວກ ເຂົາໄດ້ພະຍາຍາມທີ່ຈະເດີນທາງໄປ ຢູໂຣບ ດ້ວຍເຮືອທີ່ອັ່ງແໜ້ນ ແລະ ບໍ່ມີຄວາມປອດ ໄພ.

ໃນຕົ້ນເດືອນເມສາທີ່ຜ່ານມາ, ຜູ້ເຫັນເຫດການ ແລະ ຜູ້ລອດຊີວິດໄດ້ກ່າວຕໍ່ວີໂອເອວ່າ ພວກຍົກຍ້າຍຖິ່ນຖານຫຼາຍຮ້ອຍຄົນໄດ້ຈົມນ້ຳຕາຍໃນຕອນເໜືືອຂອງທະເລ ເມດີເທີເຣ ນຽນ ເມື່ອເຮືອຂອງພວກເຂົາເຈົ້າຂວ້ຳ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 8 ເມສາ ທີ່ຜ່ານມາ, ແຕ່ວ່າບໍ່ໄດ້ຖືກລາຍງານຢ່າງຄົບຖ້ວນຈົນກວ່າ 10 ວັນຕໍ່ມາ, ພາຍຫຼັງພວກຜູ້ ລອດຊີວິດທີ່ລອຍຢູ່ກາງນ້ຳທະເລໄດ້ຖືກຊ່ວຍເຫຼືອຂຶ້ນຝັ່ງ.

ສື່ສັງຄົມຫຼາຍໜ້າໄດ້ອະທິບາຍວ່າ ພວກຜູ້ຍົກຍ້າຍຖິ່ນຖານສ່ວນໃຫຍ່ແມ່ນຄົນ ໂຊມາລີ ທີ່ພະຍາຍາມຫຼົບໜີຈາກສົງຄາມ ແລະ ໄພແຫ້ງແລ້ງຢູ່ໃນປະເທດ.

ອ່ານຂ່າວເລື່ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG