ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

42 ຄົນ ເສຍຊີວິດ ໃນການຍິງຕໍ່ສູ້ກັນ ຢູ່ພາກຕາເວັນຕົກ ຂອງເມັກຊິໂກ


ແຜນທີ່ລັດ Jalisco ຂອງເມັກຊິໂກ
ແຜນທີ່ລັດ Jalisco ຂອງເມັກຊິໂກ

ເຈົ້າໜ້າທີ່ເມັກຊິໂກ ກ່າວວ່າ ມີຢ່າງໜ້ອຍ 42 ຄົນເສຍຊີວິດ ໃນ
ການຍິງຕໍ່ສູ້ກັນລະຫວ່າງພວກທີ່ສົງໄສວ່າເປັນອາຊະກອນແລະ
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ທາງພາກຕາເວັນຕົກຂອງເມັກ
ຊິໂກ ໃນຄວາມຮຸນແຮງເທື່ອຫລ້າສຸດ ຢູ່ໃນເຂດທີ່ເຕັມໄປດ້ວຍ
ແກັ່ງຄ້າຢາເສບຕິດນັ້ນ.

ເຈົ້າໜ້າທີ່ກ່າວວ່າ ເກືອບໝົດທຸກຄົນທີ່ຖືກຂ້າຕາຍໃນການຍິງ
ຕໍ່ສູ້ກັນ ໃນມື້ວັນສຸກວານນີ້ ຢູ່ທີ່ລັດ Michoacan ໃກ້ກັບຊາຍ
ແດນຂອງລັດ Jalisco ແມ່ນຜູ້ຕ້ອງສົງໄສ ເປັນສະມາຊິກຂອງ
ແກັ່ງ ແລະຕຳຫຼວດຢ່າງໜ້ອຍ 1 ຄົນ ກໍມີລາຍງານວ່າ ໄດ້ເສຍຊີວິດ ໃນການຍິງກັນດັ່ງ ກ່າວ.

ທ່ານ Monte Alejandro Rubico ຜູ້ອຳນວຍການ ກຳມາທິການດ້ານຄວາມປອດໄພ ແຫ່ງຊາດຂອງເມັກຊິໂກ ກ່າວວ່າ “ການຍິງຕໍ່ສູ້ກັນ ໄດ້ແກ່ຍາວມາແບບກະຈັດກະຈາຍ
ປະມານ 3 ຊົ່ວໂມງຢູ່ໃນຢ່າງໜ້ອຍ 3 ເຂດ ທີ່ແຕກຕ່າງກັນຂອງບໍລິເວນດັ່ງກ່າວ.”

ທ່ານ Salvador Jara ຜູ້ປົກຄອງລັດ Michoacan ກ່າວວ່າ ການປະທະກັນເລີ້ມຂຶ້ນ
ເວລາກຳລັງຮັກສາຄວາມສະຫງົບຢຸດລົດທີ່ສົງໄສຄັນນຶ່ງ ຊຶ່ງພາໃຫ້ພວກທີ່ຢູ່ໃນລົດລະ
ດົມຍິງເຂົ້າໃສ່ເຈົ້າໜ້າທີ່.

ທ່ານ Jara ເວົ້າວ່າ ມີທ່າທາງວ່າແກັ່ງຄ້າຢາເສບຕິດຮຸ້ນໃໝ່ຂອງລັດ Jalisco ມີສ່ວນ ພົວພັນໃນການຍິງຕໍ່ສູ້ຄັ້ງນີ້ ແຕ່ການປະເຊີນໜ້າດັ່ງກ່າວ ພວມຢູ່ໃນລະຫວ່າງການສືບ
ສວນ.

ແກັ່ງຄ້າຢາເສບຕິດນີ້ ໄດ້ສັງຫານເຈົ້າໜ້າທີ່ຕຳຫຼວດ ຢ່າງໜ້ອຍ 15 ຄົນ ໃນໄລຍະສອງ ສາມເດືອນຜ່ານມານີ້ແລະໄດ້ຍິງເຮືອບິນເຮຣີຄອບເຕີ້ທະຫານລຳນຶ່ງຕົກທີ່ລັດ Jalisco
ເມື່ອຕົ້ນເດືອນນີ້ ຊຶ່ງເຮັດໃຫ້ຢ່າງໜ້ອຍ 6 ຄົນ ຢູ່ເທິງເຮືອບິນດັ່ງກ່າວເສຍຊີວິດ.

ລັດ Michoacan ແລະ Jalisco ໄດ້ປະສົບກັບຄວາມຮຸນແຮງທີ່ຮ້າຍແຮງສຸດໃນສົງຄາມ ຕໍ່ຕ້ານຢາເສບຕິດ ຢູ່ເມັກຊິໂກ ທີ່ໄດ້ເລີ້ມຂຶ້ນໃນປີ 2006 ເວລາລັດຖະບານສົ່ງກຳລັງທະ ຫານໄປປາບປາມພວກແກັ່ງຄ້າຢາເສບຕິດ. ມີຫຼາຍສິບພັນຄົນໃນທົ່ວປະເທດ ເສຍຊີວິດ ໃນການປະທະກັນລະຫວ່າງແກັ່ງຄ້າຢາເສບຕິດ ແລະກຳລັງຮັກສາຄວາມສະຫງົບໃນໄລ ຍະເກືອບນຶ່ງທົດສະວັດຜ່ານມາ.

Mexico Violence Drugs
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG