ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 70 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອີຣັກ (ວີດີໂອ)


ການໂຈມຕີ ດ້ວຍລະເບີດລົດ ທີ່ປະເທດອີຣັກ
ການໂຈມຕີ ດ້ວຍລະເບີດລົດ ທີ່ປະເທດອີຣັກ
ການ​ໂຈມ​ຕີຢ່າງ​ຕໍ່​ເນື່ອງ​ຂອງພວກ​ກະບົດ ຢູ່​ທົ່ວປະ​ເທດ​ອີຣັກ
ມື້ວານ​ນີ້ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ​ຢ່າ​ງໜ້ອຍ 70 ຄົນ ​ແລະ​ໄດ້​
ຮັບ​ບາດ​ເຈັບ​ອີກຈຳນວນ​ນຶ່ງ.

ຍັງ​ບໍ່​ມີກຸ່ມ​ໃດ​ອ້າງ​ເອົາ​ຄວາ​ມຮັບຜິ​ດຊອບ ກ່ຽວ​ກັບການ​ໂຈມ​
ຕີ​ໃນ​ວັນ​ຈັນ​ວານ​ນີ້ ຮວມ​ທັງໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ​ສະລະ​ຊີບ
​ແລະ​ການ​ຍິງ​ຕໍ່ສູ້​ກັນ​ດ້ວຍ​ອາວຸດ​ປືນ.

ຄວາ​ມຮຸນ​ແຮງ​ທີ່​ຮ້າຍ​ແຮງ​ສຸດ ​ໄດ້​ເກີດ​ຂື້ນຢູ່ເມືອງ Mosul ​ໃນ​
ພາກ​ເໜືອ​ຂອງ ປະ​ເທດບ່ອນ​ທີ່​ມີ​ການ​ໂຈມ​ຕີດ້ວຍ​ລົດ​ລະ​ເບີດ
​ສະລະ​ຊີບ 4 ຄັນ​ໄດ້​ແນ່​ເປົ້າໝາຍ ​ໃສ່ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ ຊຶ່ງເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ 29 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 80 ຄົນ.​ໃນ​ຕອນ​ເຊົ້າ​ ລະ​ເບີດ​ທີ່​ຫ້າງ​ໃສ່​ລົດ ​ໄດ້
ແຕກ​ຂື້ນ​ຢູ່ຕະຫລາດສອງ​ແຫ່ງ​ໃນພາກ​ກາງຂອງອີຣັກ ​ເຮັດ​ໃຫ້​ພົນລະ​ເຮືອນເສຍ​ຊີວິດ
22 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 30 ຄົນ.

ຕໍາ​ຫລວດ​ກ່າວ​ວ່າ ລົດລະ​ເບີດ​ອີກ​ຫລາຍໆ​ຄັນ​ ທີ່ແຕກ​ຂຶ້ນ​ເກືອບ​ວ່າ​ພ້ອມໆ​ກັນ ​ໄດ້ທໍາ
ລາຍ​ຕະຫລາດຜັກ ​ແລະ​ໝາກ​ໄມ້ ຢູ່​ໃນ​ເມືອງ Jadidat al-Shatt ຢູ່​ໃນ​ແຂວງ Diyala.

ພວກ​ກະບົດ ຍັງ​ໄດ້ໂຈມ​ຕີ ​ເມຶຶ​ອງ Tuz Khormatu ​ແລະ​ເມືອງ Sulaiman Bek ໃກ້​
ກັບ​ແຂວງ Kirkuk.

ຢູ່ທີ່ເມືອງ Madain ທາງໃຕ້ຂອງ ນະຄອນ Bagdad ລະເບີດສອງລູກ ທີ່​ແນເປົ້າໝາຍ
ໃສ່ດ່ານ​ກວດ​ຂອງຕໍາຫລວດລັດຖະບານກາງເຮັດໃຫ້ 3 ຄົນເສຍຊີວິດ ແລະ 10 ຄົນໄດ້
ຮັບບາດເຈັບໃນຂະນະດຽວກັນຢູ່ທີ່ຄຸ້ມ Sard ທາງພາກເໜືອຂອງນະຄອນ Bagdad
ລະເບີດໄດ້ແຕກຂື້ນທີ່ຮ້ານກາເຟແຫ່ງນຶ່ງ ​ເຮັດ​ໃຫ້ມີຜູ້ ເສຍຊີວິດ 1 ຄົນແລະໄດ້ຮັບບາດ
ເຈັບ 8 ຄົນ.

ຄວາມຮຸນແຮງໃນອີຣັກ ໄດ້ເພີ້ມທະວີຂື້ນ ໃນຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ຊຶ່ງ​ພາ
ໃຫ້ເກີດຄວາມເປັນຫ່ວງຢ້ານ​ວ່າ ການໂຈມຕີຢ່າງ​ກວ້າງຂວາງ​ລະຫວ່າງ ກຸ່ມ​ສາສະໜາ​
ຈະ​ກັບ​ຄືນ​ມາ​ອີກ. ພວກເຈົ້າໜ້າທີ່ ໄດ້ຖິ້ມ​ໂທດ​ການ​ກໍ່ຄວາມຮຸນ ແຮງທີ່ເກີດຂື້ນຫວ່າງ
ມໍ່ໆມານີ້ ​ໃສ່ພວກກະບົດອິສລາມຫົວ​ຮຸນ​ແຮງນິກາຍຊຸນ​ນີ່.

Iraq
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG