ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຈີນແລະຣັດເຊຍ ຄັດຄ້ານຕໍ່ ການແຊກແຊງທາງທະຫານ ຢູ່ຕາເວັນອອກກາງ


ປະທານປະເທດຈີນ ທ່ານຫູ ຈິນເຖົາ (ທີສີ່ຈາກຊ້າຍ) ທ່ານພູຕິນ ປະທານາທິບໍດີຣັດເຊຍ (ທີສາມຈາກຊ້າຍ) ແລະບັນ ດາສີ່ຜູ້ນໍາປະເທດເອເຊຍກາງ ທີ່ກອງປະຊຸມສຸດຍອດຂອງອົງການ ຮ່ວມມືເສດຖະກິດ Shanghai ຫຼື SCO ທີ່ປັກກິ່ງ

ບັນດາ​ຜູ້​ນໍາ​ຂອງ​ກຸ່ມ​ຈັດ​ຕັ້ງ​ຂົງ​ເຂດ ທີ່​ນໍາ​ໂດຍ​ຈີນ​ແລະຣັດ​ເຊຍ ​ໄດ້​ອອກສຽງ​ຄັດຄ້ານຕໍ່​ການ​ແຊກແຊງ​ທາງ​ທະຫານ ​ຢູ່​ໃນພາກ​ຕາ​ເວັນ​ອອກ​ກາງ ​ເວລາພວກ​ເຂົາ​ເຈົ້າສິ້ນສຸດ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ ທີ່​ກຸງປັກ​ກິ່ງ​ເມື່ອ​ວັນ​ພະຫັດມື້​ນີ້.

ອົງການ​ຮ່ວມ​ມືເສດຖະກິດ Shanghai ຫຼື SCO ກ່າວ​ໃນ​ຖະ​ແຫຼງການ ສະ​ບັບນຶ່ງ​ໃນ​ຕອນ​ສິ້ນ​ສຸດ​ກອງ​ປະຊຸມ​ສຸດ​ຍອດ​ສອງ​ມື້​ວ່າ ຕົນ​ຍັງ​ຄັດຄ້ານ ຕໍ່ການບັງຄັບ​ໃຫ້​ມອບ​ໂອນ​ອໍານາດ​ ຫຼືການ​ໃຊ້​ມາດ​ຕະການ​ລົງ​ໂທດ ​ແຕ່​ຝ່າຍ​ດຽວຕາມ​ລຳພັງຢູ່​ໃນ​ຂົງ​ເຂດ ທີ່​ໝາຍ​ເຖິງຊີ​ເຣຍ ​ແລະ​ອິຣ່ານ ນັ້ນ.

ທັງ​ຈີນ​ແລະຣັດ​ເຊຍ ​ໄດ້​ໃຊ້​ສິດຍັບ​ຍັ້ງຫຼືວີ​ໂຕ້ຍັດຕິຂອງສະພາ​ຄວາມ​ໝັ້ນ ຄົງອົງການ​ສະຫະ​ປະຊາ​ຊາດ ​ທີ່​ປະນາມ​ທ່ານ Bashar al Assad ປະທານາ​ທິບໍດີ​ຊີ​ເຣຍ ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງ​ໃນ​ປະ​ເທດ​ທີ່​ເກີດ​ຂື້ນ​ມາ​ໄດ້ 15 ​ເດືອນ​ແລ້ວ​ນັ້ນ. ນອກ​ນີ້​ທັງ​ຈີນແລະຣັດ​ເຊຍ ຍັງ​ສົງໄສ​ກ່ຽວ​ກັບ​ການ​ລົງ​ໂທດ​ບັ້ນ​ໃໝ່​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ຕໍ່​ໂຄງກາ​ນນີວ​ເຄລຍທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງ ຂອງ​ອິຣ່ານນັ້ນ.

ກຸ່ມ​ຈັດ​ຕັ້ງ​ຂົງ​ເຂດ​ທີ່​ມີ​ສະມາຊິກ​ຫົກ​ປະ​ເທດ ຊຶ່ງ​ໂຮມ​ທັງ​ ສີ່​ປະ​ເທດ​ຈາກ ຂົງ​ເຂດ​ເອ​ເຊຍ​ກາງ ອະນຸມັດ​ສະຖານະ​ພາບ ​ເປັນ​ຜູ້​ສັງ​ເກດ​ການໃຫ້​ແກ່ ອັຟກາ​ນີສຖານ ​ໃນ​ຄວາມ​ພະຍາຍາມ​ຈະ​ເສີມ​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ ຢູ່​ໃນ​ປະ​ເທດ​ທີ່​ເກີດ​ເສິກ​ສົງຄາມດັ່ງກ່າວກ່ອນ​ການ​ຖອນ​ທະຫານ​ຂອງ​ຕ່າງ ປະ​ເທດອອກ​ໄປ​ພາຍ​ໃນ​ປີ 2014.

ນອກ​ນີ້ກຸ່ມ SCO ຍັງ​ໄດ້ເນັ້ນ​ຍໍ້າ​ເຖິງຄວາມ​ໝັ້ນ​ໝາຍ​ຂອງ​ຕົນ​ເພື່ອ​ສ້າງ​ຄວາມສໍາພັນ​ທາງ​ເສດຖະກິດ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຕົນ ​ໃຫ້​ແໜ້ນ​ແຟ້ນ ຫຼາຍຂຶ້ນ ​ພ້ອມ​ທັງ​ເພື່ອ​ປາບ​ປາມ​ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ ພວກ​ຫົວ​ຮຸນ​ແຮງຈັດ ​ແລະພວກກໍ່​ການ​ຮ້າຍ.

ກຸ່ມ​ SCO ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ 2001 ພາກສ່ວນ​ນຶ່ງ​ກໍ​ແມ່ນ​ເພື່ອຍຸຕິ​ການ​ແຜ່ຜາຍ​ອິດ​ທິພົນ​ຂອງອົງການ​ເນ​ໂຕ້ ຊຶ່ງ​ເປັນ​ກຸ່ມພັນທະ​ມິດທາງ​ທະຫານ ຂອງ​ປະ​ເທດຕາ​ເວັນ​ຕົກ ແຕ່​ກຸ່ມ​ດັ່ງກ່າວຊຶ່ງ​ມັກ​ຈະ​ມີ​ການ​ແຕກ​ແຍກ​ກັນ​ຢູ່​ເລື້ອຍໆ ກໍ​ໄດ້​ເສີມ​ຂະຫຍາຍ​ເປົ້າໝາຍ​ຂອງ​ຕົນໂດຍລວມ​ເອົາ​ການ​ຮ່ວມ​ມື​ທາງ​ດ້ານເສດຖະກິດ​ໃຫ້​ກວ້າງຂວາງ​ອອກ​ໄປ​ອີກ ນັບ​ແຕ່​ນັ້ນ​ມາ.

XS
SM
MD
LG