ມີສອງບໍລິສັດຂອງ Israel ທີ່ກ່າວວ່າ ພວກເຂົາເຈົ້າໃຊ້ເຄື່ອງພິມ 3 ມິຕິ ເພື່ອໃຫ້ເກີດສະພາບແວດລ້ອມທີ່ stem cells ສາມາດຈະກັບກາຍເປັນເນື້ອເຍື່ອສະເພາະແນວໃດ ແນວນຶ່ງ. ໃນອະນາຄົດອັນໃກ້ນີ້ ເທັກໂນໂລຈີໃໝ່ນີ້ ຈະສາມາດນຳມາໃຊ້ ເພື່ອທົດລອງຢາຊະໜິດໃໝ່ ທັງຍັງຈະສາມາດເປີດໂອກາດໃຫ້ມີຄວາມເປັນໄປໄດ້ວ່າ ຈະເຮັດອະໄວຍະວະ ໃໝ່ຂຶ້ນມາ ເພື່ອທຳການສັບປ່ຽນ.ອະໄວຍະວະຕ່າງໆ ນັກຂ່າວຂອງ VOA George Putic ມີລາຍງານເລື້ອງນີ້ ຊຶ່ງວັນນະສອນ ຈະນຳມາສະເໜີທ່ານ.
ໃນປີ 2006 ນັກວິທະຍາສາດຍີ່ປຸ່ນ ທ່ານ Shinya Yamanaka ແລະຄະນະຂອງເພິ່ນ ໄດ້ຄົ້ນພົບວ່າ ແຊລທຳມະດາສາມັນຂອງມວນມະນຸດເຮົາ ເຊັ່ນແຊລຂອງຜີວໜັງ ກໍອາດຈະສາມາດປ່ຽນມາເປັນສແຕມແຊລກໍໄດ້ ຊຶ່ງໃນເມື່ອກ່ອນໄດ້ເກັບກູ້ມາຈາກທາລົກທີ່ຫາກໍຈໍ່ໂຕຂຶ້ນມານັ້ນ. ຍ້ອນຄວາມເປັນຫ່ວງໃນທາງຈັນຍາບັນໃນການເກັບເອົາສແຕມແຊລອອກມາ ພວກນັກວິໄຈທັງຫຼາຍໃນທົ່ວໂລກ ຈຶ່ງໄດ້ພາກັນທົດລອງຫາທາງ ສ້າງເນື້ອເຫຍື່ອຂຶ້ນມາໃໝ່.
ແຊລທີ່ເອີ້ນວ່າ Induced pluripotent ສແຕມແຊລ ຫຼື IPS ແຊລ ປະຈຸບັນນີ້ ແມ່ນນຳມາໃຊ້ທົດແທນເນື້ອເຫຍື່ອໃນຮ່າງກາຍມະນຸດເຮົາທີ່ສູນເສຍໄປຍ້ອນໂຣຄາພະຍາດ ຫຼືບາດເຈັບ. ຂັ້ນຕອນການປະຕິບັດງານນີ້ ຍັງຊັກຊ້າຢູ່ ແຕ່ວ່າ ບໍລິສັດເຄື່ອງພິມ 3 ມິຕິ Nano Dimension ແລະ Accellta ທີ່ສ້າງ IPS ແຊລ ກ່າວວ່າ ດຽວນີ້ ພວກເຂົາເຈົ້າໄດ້ທົດລອງ ເຄື່ອງພິມ 3 ມິຕິ ແລ້ວ ແລະສາມາດຜະລິດ stem cells ມະນຸດໄດ້ໄວດີ.
ທ່ານ Amit Dror ເປັນຫົວໜ້າບໍລິຫານບໍລິສັດ Nano Dimension. ທ່ານ ກ່າວວ່າ “ຂ້າພະເຈົ້າ ຢາກຂໍຢໍ້ວ່າ ສິ່ງທີ່ພວກເຮົາໄດ້ກະທຳມາແລ້ວ ເທົ່າເຖິງປະຈຸບັນນີ້ ແມ່ນເປັນ ການພິສູດອັນນຶ່ງຂອງແນວຄິດ. ພວກເຮົາບໍ່ໄດ້ສ້າງເນື້ອເຫຍື່ອຂອງ ມະນຸດອັນໃດ ທີ່ໃຊ້ ໄດ້ເຕັມສ່ວນໃນດ້ານການແພດທຸກຮູບແບບ. ສິ່ງທີ່ພວກເຮົາໄດ້ພິສູດ ໃຫ້ເຫັນ ກໍຄືວ່າ ພວກເຮົາສາມາດນຳເອົາວິທີແລະຊັບສົມບັດທາງດ້ານສະຕິປັນຍາຂອງທັງສອງບໍລິສັດ ມາລວມເຂົ້າກັນເພື່ອນຳໄປສູ່ວັດຖຸທີ່ຖືກຕ້ອງເໝາະສົມ ແລ້ວກໍສາ ມາດນຳ ມາພິມໄດ້ຢ່າງວ່ອງໄວ ເນື້ອເຫຍື່ອທີ່ຄ້າຍໆຄືກັນກັບເນື້ອເຫຍື່ອ ໂດຍການໃຊ້ stem cells ມະນຸດ.”
ທ່ານ Dror ກ່າວວ່າ ນໍ້າເໝິກພິເສດທີ່ບັນຈຸ stem cells ທີ່ມີຊີວິດຢູ່ປະກອບກັບວັດສະດຸ ຢ່າງອື່ນ ທີ່ມາປັບໃຫ້ສະພາບແວດລ້ອມມີຄວາມທຸ່ນທ່ຽງ ແລະຊ່ອຍໃນການຈະເລີນເຕີບໂຕນັ້ນ ສາມາດເຮັດໃຫ້ການພິມເປັນໄປໄດ້ໄວຫຼາຍ. ສິ່ງນຶ່ງອີກທີ່ດີໆຂອງ ເຄື່ອງພິມ 3 ມິຕິ ທີ່ໄດ້ປຽບການພິມດ້ວຍມືສຳລັບການເລີນເຕີບໂຕຂອງ stem cells ກໍຄື ການຄວບຄຸມທີ່ ແນ່ນອນຂອງວັດຖຸປະກອບຕ່າງໆ ແລະຊັ້ນຕ່າງໆຕາມລຳດັບຂອງມັນ.
ທ່ານ Dror ກ່າວວ່າ “ມັນບໍ່ດີພໍ ທີ່ພຽງແຕ່ຈະເອົາສ່ວນປະກອບຕ່າງໆມາ ປະສົມເຂົ້າກັນ. ພວກເຮົາຄວນເຮັດໃຫ້ມັນກັບຮ່າງກາຍຂອງມະນຸດ ເພາະມັນບໍ່ແມ່ນວ່າ ທຸກໆຊັ້ນຂອງເນື້ອເຫຍື່ອຂອງອະໄວຍະວະ ຫຼືຜີວໜັງ ຫຼື ພາກສ່ວນໃດ ກໍຕາມຂອງຮ່າງກາຍ ຈະມີແຕ່ ສ່ວນ ປະສົມຂອງແຊລເທົ່ານັ້ນ. ມັນຈະຢູ່ເປັນກ້ອນເປັນກຸ່ມ ໃນສ່ວນຂອງຮ່າງກາຍ. ບາງບ່ອນ ມັນຈະມີແຊລຊະນິດດຽວກັນສອງສາມອັນ ແລະຕິດກັນນັ້ນ ກໍຈະມີແຊລທີ່ແຕກຕ່າງກັນ. ຄວາມສາມາດທີ່ຈະຈັດ ແຊລ ໃຫ້ຢູ່ຖືກບ່ອນ ແມ່ນຈະເປັນການດີໃນການ ທີ່ຈະເຮັດເນື້ອ ເຫຽື່ອໃຫ້ໄດ້ຄ້າຍຄືກັບມະນຸດ.”
ຜູ້ອຳນວຍການຂອງສະຖາບັນ McGowan ແຫ່ງມະຫາວິທະຍາໄລ Pittsburg ສຳຫຼັບການຟື້ນຄືນທາງການແພດ ທ່ານ William Wagner ກ່າວວ່າ ການພິມ Stem cells ໃຫ້ມີຮູບແບບແນວໃດແນວນຶ່ງ ຖືວ່າງ່າຍດີສົມຄວນ ແຕ່ວ່າການທີ່ເຮັດໃຫ້ມັນມາເປັນ ເນື້ອເຫຽື່ອ ທີ່ປະຕິບັດໜ້າໄດ້ ແມ່ນເປັນການທ້າທາຍພໍແລ້ວ.
ທ່ານກ່າວວ່າ ເຖິງຢ່າງນັ້ນກໍເຖາະ ການພິມອັນໃດອັນນຶ່ງອອກມາ ທີ່ ສະແດງໃຫ້ເຫັນເປັນແບບດຽວກັນກັບເນື້ອເຫຍື່ອບາງຢ່າງນັ້ນ ແມ່ນຈະເປັນປະໂຫຍດຫຼາຍ.
ທ່ານ Wagner ກ່າວວ່າ “ຍົກຕົວຢ່າງອັນນຶ່ງ ກໍແມ່ນວ່າ ຖ້າເຈົ້າຊອກຫາ ຢາທີ່ຈະ ສາມາດປິ່ນປົວໂຣກຕັບ ທີ່ບໍ່ສາມາດເຮັດໜ້າທີ່ຂອງມັນໄດ້ ຢ່າງອັດຕະໂນມັດ ແຕ່ປະຈຸບັນນີ້ ເຮົາສາມາດທຳການທົດລອງທີ່ຄ້າຍໆຄືກັນນັ້ນແລ້ວ ກັບເນື້ອເຫຍື່ອຂອງຕັບ ກັບ ຢາຂອງເຮົາ ໂດຍການຢັ່ງເບິ່ງສະມັດຖະພາບຂອງມັນ.”
ທ່ານ Wagner ກ່າວວ່າ ການສ້າງເນື້ອເຫຍື່ອທີ່ສະລັບສັບຊ້ອນຂອງມະນຸດ ເຊັ່ນພວກອະໄວຍະວະຕ່າງໆເຕັມສ່ວນນັ້ນແມ່ນຍັງຕ້ອງໄດ້ໃຊ້ເວລາອີກດົນ. ເພາະສະນັ້ນ ຈຶ່ງເບິ່ງຄືວ່າ ຜົນສຳເລັດສ່ວນໃຫຍ່ໃນການພິມເນື້ອເຫຍື່ອກໍຈະແມ່ນ ການພິມເນື້ອເຫຍື່ອທີ່ງ່າຍໆກ່ວາ ເຊັ່ນ ເນື້ອເຫຍື່ອຜີວໜັງ ຫຼື ກ້າມເນື້ອ ຫຼື ບາງທີ ກໍອາດຈະແມ່ນເນື້ອເຫຍື່ອທີ່ສະຫລັບສັບຊ້ອນກວ່າ ເຊັ່ນຝາຜະໜັງຂອງລຳໄສ້ນັ້ນເປັນຕົ້ນ.
ກະລຸນາອ່ານຂ່າວນີ້ເປັນພາສາເພີ່ມຕື່ມ