ພວກນັກຄົ້ນຄວ້າຂອງສະຫະລັດ ໄດ້ພາກັນຄິດຄົ້ນເທັກນິກ ຊຶ່ງໃນທີ່ສຸດຈະອຳນວຍ
ໃຫ້ສາມາດກວດຫາເຊື້ອພັນທີ່ບໍ່ປົກກະຕິ ໂດຍຜ່ານຂັ້ນຕອນ ຫຼືວິທີການທີ່ບໍ່ເປັນ
ການລົບກວນ ຕໍ່ລູກນ້ອຍທີ່ຫາກໍຈໍ່ໃນທ້ອງ.
ບັນດານັກວິທະຍາສາດທີ່ມະຫາວິທະຍາໄລວໍຊິງຕັນ ກ່າວວ່າ ເຂົາເຈົ້າໃຊ້ເລືອດຕົວ
ຢ່າງຈາກແມ່ຍິງທີ່ຖືພາ ແລນໍ້າລາຍຂອງຜູ້ເປັນພໍ່ ເພື່ອຊອກຫາແມ່ ບົດເຊື້ອພັນຂອງ
ເດັກທີ່ຍັງບໍ່ທັນເກີດນັ້ນ.
ບັນດານັກວິທະຍາສາດພາກັນທໍາການຄົ້ນຄວ້າກ່ຽວກັບແມ່ຍິງຄົນນຶ່ງທີ່ຫາກໍຖືພາໄດ້ 18
ອາທິດ. ເຂົາເຈົ້າກ່າວວ່າ ວິທີການຂອງພວກເຂົາເຈົ້າ ມີຄວາມສ່ຽງໜ້ອຍ ກວ່າວິທີກວດ
ເຊື້ອພັນແບບອື່ນ ທີ່ຕ້ອງການແຊລຂອງລູກທີ່ຫາກໍຈໍ່ຫຼືເນື້ອເຫຍື່ອຫຸ້ມມົດລູກຫຼື
placenta ນັ້ນ.
ດຣ. Peter Benn ສາດສະດາຈານດ້ານເຊື້ອພັນແລະຊີວະວິທະຍາ ທີ່ມະຫາ ວິທະຍາໄລ
Connecticut ກ່າວວ່າ ວິທີການນີ້ເປັນບາດກ້້າວຄືບໜ້າອັນສໍາຄັນທີ່ສຸດ.
ທ່ານເວົ້າວ່າ “ນີ້ແມ່ນວຽກການທີ່ິພິເສດຢ່າງນຶ່ງ. ຄວາມຄິດທີ່ທ່ານພຽງແຕ່ເອົາເລືອດ
ຕົວຢ່າງຈາກແມ່ຍິງທີ່ຖືພາມາກວດ ແລະຮູ້ຈັກກ່ຽວກັບແຜນຜັງຂອງເຊື້ອ ພັນໃນແຊລຫຼື
genome ຂອງເດັກທີ່ຫາກໍຈໍ່ ພຽງແຕ່ຈາກການກວດຕົວເລືອດຕົວຢ່າງນັ້ນ ແມ່ນເປັນສິ່ງ
ໂດດເດັ່ນອີຫຼີ.”
ເຖິງຢ່າງໃດກໍດີ ທ່ານ Ben ກ່າວວ່າ ຍັງຈຳເປັນຕ້ອງໄດ້ຄົ້ນຄວ້າເພີ້ມເຕີມອີກເພື່ອພິຈາ
ລະນາເບິ່ງວ່າ ການປ່ຽນແປງຂອງເຊື້ອພັນໃດທີ່ມີຄວາມສໍາຄັນ.
ການຄົ້ນພົບຈາກການສຶກສາດັ່ງກ່າວນີ້ໄດ້ມີການພິມເຜີຍແຜ່ຢູ່ໃນວາລະສານວິທະຍາສາດ Translational Medicine.