ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ NASA ເປີດເຜີຍຮູບພາບ ໄລຍະໃກ້ສຸດ ທີ່ບໍ່ເຄີຍ ເຫັນມາກ່ອນ ຂອງດາວພະຍົມ


NASA Reveals Closest Look Ever at Pluto
please wait

No media source currently available

0:00 0:02:03 0:00

ອົງການອະວະກາດຂອງສະຫະລັດຫຼື NASA ໄດ້ນຳເອົາຮູບ
ພາບຕ່າງໆທີ່ຖ່າຍໂດຍຍານສຳຫລວດ New Horizons ທີ່
ສະແດງໃຫ້ເຫັນພູຜາ ທີ່ເປັນນ້ຳກ້ອນ ຢູ່ເທິງດາວພະຍົມຫລື
Pluto. ນອກນັ້ນ ພວກນັກວິທະຍາສາດ ຍັງໄດ້ເປີດເຜີຍຮູບ ພາບທີ່ສະແດງໃຫ້ເຫັນລາຍລະອຽດທີ່ໜ້າປະທັບໃຈອັນໃໝ່
ກ່ຽວກັບເດືອນຂອງດາວພລູໂຕຄື Hyda ແລະ Charon ນຳ
ດ້ວຍ.

ຮູບພາບທີ່ໜ້າປະຫຼາດໃຈເຫຼົ່ານີ້ ແມ່ນຖ່າຍໂດຍຍານ New
Horizons ຂະນະບິນຜ່ານດາວແຄະ Pluto ໃນວັນອັງຄານ
ຜ່ານມາໃນໄລຍະທີ່ໃກ້ເຖິງ 12 ພັນ 500 ກິໂລແມັດແລະໄດ້
ເກັບກຳເອົາຂໍ້ມູນໃນປະລິມານມະຫາສານ.

ຮູບພາບໄດ້ເປີດເຜີຍໃຫ້ເຫັນສາຍພູທີ່ສູງເຖິງ 3,500 ແມັດເທິງພື້ນຜິວຂອງດາວ Pluto.
ພວກນັກວິທະຍາສາດ ທຳນາຍວ່າ ສາຍພູດັ່ງກ່າວ ໄດ້ກໍ່ໂຕຂຶ້ນມາ ບໍ່ຮອດ 100 ລ້ານປີ ຊຶ່ງເປັນໄລຍະເວລາ ທີ່ຂ້ອນຂ້າງສັ້ນ ໃນລະບົບສຸລິຍະຈັກກະວານ ທີ່ມີປະຫວັດ 4,560 ລ້ານປີແລ້ວນັ້ນ.

ທ່ານ Jeff Moore ນັກທໍລະນີວິທະຍາປະຈຳຄະນະທໍລະນີຟີສິກແລະຮູບພາບຂອງຍານ New Horizons ກ່າວວ່າ “ນີ້ແມ່ນພື້ນຜິວທີ່ໃໝ່ທີ່ສຸດ ທີ່ພວກເຮົາໄດ້ເຫັນ ໃນລະບົບສຸລິ ຍະຈັກກະວານ.”

ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ).
ດາວ Pluto ເກືອບເຕັມຂອບຮູບພາບ ທີ່ຖ່າຍ ຈາກກ້ອງ Long Range Reconnaissance Imager (LORRI) ຢູ່ເຖິງຍານອະວະກາດ New Horizons ຂອງ NASA ໃນວັນທີ 13 ກໍລະກົດ 2015, ເມື່ອຍານບິນຫ່າງຈາກພື້ນດາວ 476,000 ມາຍ (768,000 ກິໂລແມັດ).

​ສິ່ງນຶ່ງທີ່ສ້າງຄວາມປະຫຼາດໃຈ ໃຫ້ແກ່ພວກນັກວິທະຍາສາດກໍໄດ້ແກ່ສະພາບທີ່ບໍ່ມີປ່ອງ ພູໄຟ. ເຂົາເຈົ້າເວົ້າວ່າ ນັ້ນໄດ້ສ້າງຄວາມປະຫລາດໃຈ ໃຫ້ແກ່ເຂົາເຈົ້າ ທີ່ວ່າດາວ Pluto ແມ່ນຍັງມີການເໜັງຕີງທາງດ້ານທໍລະນີວິທະຍາ ແມ່ນກະທັງໃນປັດຈຸບັນແລະໄດ້ຖືກປັ້ນ ແຕ່ງບໍ່ແມ່ນໂດຍກຳລັງພາຍນອກ ແຕ່ຈາກຄວາມຮ້ອນພາຍໃນ.

ດ້າວ Pluto ທີ່ແນມເຫັນຈາກຍານ New Horizons ເມື່ອວັນທີ 11 ກໍລະກົົດ 2015.
ດ້າວ Pluto ທີ່ແນມເຫັນຈາກຍານ New Horizons ເມື່ອວັນທີ 11 ກໍລະກົົດ 2015.

ນັກວິທະຍາສາດອະວຸໂສ ທ່ານ Alan Stern ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ “ຂ້າພະ ເຈົ້າບໍ່ຄິດວ່າ ຜູ້ໃດກໍຕາມໃນຄະນະຂອງພວກເຮົາສາມາດວາດມະໂນພາບໄດ້ວ່າ ມັນເປັນ ຮ້ານເຄື່ອງຫຼິ້ນທີ່ດີຂະໜາດນີ້.”

ນັກວິທະຍາສາດ Will Grundy ກ່າວວ່າ "ນີ້ຄືສິ່ງທີ່ພວກເຮົາ ມາເອົາ." ແຕ່ນັກວິທະຍາ ສາດ Cathy Olkin ຊຶຶ່ງເປັນຮອງຫົວໜ້າໂຄງການກ່າວວ່າ "ນີ້ແມ່ນຫລາຍໄປກວ່າສິ່ງທີ່ ພວກເຮົາມາເອົາ."

ຍານສຳຫຼວດ New Horizons ທີ່ໃຊ້ພະລັງງານນິວເຄລຍ ແມ່ນແລ່ນໄວກວ່າຍານອະວະ ກາດໃດໆທີ່ເຄີຍສ້າງມາຄືມີຄວາມໄວກວ່າ 49,500 ກິໂລແມັດຕໍ່ຊົ່ວໂມງໄດ້ຖ່າຍຮູບພາບ ຕ່າງໆຂອງດາວ Pluto ຂະນະທີ່ບິນຜ່ານໄປນັ້ນ.

XS
SM
MD
LG