ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດມີອີກ ຫຼາຍພັນກໍລະນີ ຕິດເຊື້ອອີໂບລາ ຢູ່ ອາຟຣິກາຕາເວັນຕົກ (ສະໄລດ໌/ວີດີໂອ)


ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ ​ຈຳນວນ​ຄົນ​ທີ່​ໄດ້​
ຕິດ​ເຊື້ອ​ອີ​ໂບລາ ອາດຈະ​ເພີ້ມຂຶ້ນກາຍ 20,000 ຄົນ ພາຍ​ໃນ
ເດືອນ​ພະຈິກ​ນີ້ ນອກຈາກ​ວ່າ ຈະ​ດຳເນີນການຫຼາຍໄປກວ່ານີ້
ເພື່ອ​ຄວບ​ຄຸມ​ການ​ລະບາດ ຂອງເຊື້ອໄວຣັສ​ດັ່ງກ່າວ.

ວາລະ​ສານການແພດເຂດ New England ໄດ້ພິມເຜີຍແຜ່
ລາຍງານ ສະບັບນຶ່ງ ​ໃນ​ວັນ​ອັງຄານ ​ໂດຍ​ທີ​ມງານ​ຮັບ​ມື​ກັບ
​ອີ​ໂບລາ​ຂອງອົງການ WHO ທີ່​ໄດ້​ເຕືອນ​ວ່າ ຄວາມ​ພະຍາຍາມ
​ເພື່ອຈະ​ແຍກ​ຕົວບັນດາ​ຜູ້​ຕິດເຊື້ອ​ອີ​ໂບລາ​ໃຫ້​ຢູ່ໂດດດ່ຽວ ​ການ
ເພີ້ມການ​ຮັກສາພວກຄົນປ່ວຍ ການ ຝັງສົບພວກຄົນຕາຍຢ່າງ
​ປອດ​ໄພ ແລະການເຕືອນຊຸມ​ຊົນ ຕ້ອງໄດ້ປັບ ປຸງໃຫ້ດີ​ຂຶ້ນຢ່າງ
ວ່ອງ​ໄວ ​ເພື່ອລີກ​ເວັ້ນກໍລະນີ​ການຕິດເຊື້ອທີ່​ອາດເພີ້​ມ ສູງຂຶ້ນຢ່າງຫຼວງຫຼາຍ.

ກົດເພື່ອຂະຫຍາຍຂຶ້ນ
ກົດເພື່ອຂະຫຍາຍຂຶ້ນ

ລາຍ​ງານ​ດັ່ງ​ກ່າວ ​ມີ​ຂຶ້ນ 6 ​ເດືອນຫຼັງຈາກອົງການ WHO​ ໄດ້
ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບການລະບາດ​ຂອງອີ​ໂບລາ​ເປັນເທື່ອ​ທຳ​ອິດ ຊຶ່ງ​
ໄດ້​ເລີ້ມຂຶ້ນ ​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້ ຢູ່​ໃນ​ກີ​ນີ. ​ເຊື້ອ​ໄວຣັສ ​ໄດ້​
ຕິດ​ແປດ 5,864 ຄົນ ​ແລະ ​ໄດ້​ເອົາ​ຊີວິດ 2,811 ຄົນ​ໄປ​ແລ້ວ.

​ ລາຍ​ງານທີ່ນຳອອກເຜີຍແຜ່ໃນວັນ​ອັງຄານ​ມື້​ນີ້ກ່າວ​ວ່າ ເຖິງ
​ແມ່ນ​ວ່າ ​ໄດ້ມີ​ລາຍ​ງານ ກ່ຽວກັບການລະບາດຂອງອີ​ໂບລາ ​ຢູ່​ໃນ
ຫຼາຍ​ໆເຂດ​ຂອງ​ກີ​ນີ ໄລ​ບີ​ເຣຍ ​ແລະ ຊີແອຣາ ເລ​ອອນ​ກໍ່ຕາມ ແຕ່
ຫຼາຍກວ່າ 90 ​ເປີ​ເຊັນ ຂອງ​ກໍລະນີ​ຕ່າງໆ ແມ່ນຈຳກັດ​ຢູ່​ໃນ​ພຽງ 14
​ເມືອງ​ ຈາກ​ຈຳນວນທັງ​ໝົດ 67 ​ເມືອງ ​ຢູ່​ໃນ​ປະ​ເທດ​ເຫຼົ່ານັ້ນ.

ກົດເພື່ອຂະຫຍາຍຂຶ້ນ
ກົດເພື່ອຂະຫຍາຍຂຶ້ນ

ອົງການ WHO ກ່າວ​ໃນ​ວັນ​ຈັນ​ວາ​ນນີ້​ວ່າ ການລະບາດ​ນັ້ນປາກົດ​ວ່າ​ໄດ້​ຍຸດຕິ​ລົງ​ຢູ່​ໃນ​ປະ​ເທດ​ໄນ​ຈີ​ເຣຍ ​ແລະ ​ເຊ​ເນ​ການ ​ໂດຍ​ບໍ່​ມີ​ກໍລະນີໃໝ່​ໃດໆ ຢູ່​ໄນ​ຈີ​ເຣຍ ຕັ້ງ​ແຕ່​ວັນ​ທີ 8 ກັນຍາເປັນຕົ້ນມາ ​ແລະ ບໍ່​ມີ​ກໍລະນີໃດ​ເລີຍ ຕັ້ງ​ແຕ່ໄດ້ມີ​ລາຍ​ງານກ່ຽວກັບ​ອີ​ໂບລາ​ ​ເທື່ອທຳ​ອິດແລະ​ ເປັນ​ພຽງກໍລະນີດຽວເທົ່ານັ້ນ ເມື່ອ​ວັນ​ທີ 29 ສິງຫາ​ປີ​ນີ້.​

EBOLA CNPK
please wait
Embed

No media source currently available

0:00 0:02:42 0:00

XS
SM
MD
LG