ອົງການອຸຕຸນິຍົມຂອງໂລກ ລາຍງານວ່າ ບາງທີອາດຈະເກີດປາກົດການແອລນີໂຍ
(El Nino) ໃນລະຫວ່າງ 75 ຫາ 80 ເປີເຊັນ ໃນໄລຍະ 3 ເດືອນຕໍ່ໜ້ານີ້ ແຕ່ໃນຂະ
ນະດຽວກັນ ອົງການດັ່ງກ່າວກໍເວົ້າວ່າ ອາດຈະບໍ່ຮ້າຍແຮງປານໃດ. Lisa Schlein
ມີລາຍງານຈາກສຳນັກໃຫຍ່ ອົງການອຸຕຸນິຍົມຂອງໂລກ ທີ່ນະຄອນເຈນີວາ ຊຶ່ງໄພສານຈະນຳເອົາລາຍລະອຽດຂອງເລື້ອງນີ້ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.
ໃນການອອກລາຍງານສະບັບນີ້ ອົງການອຸຕຸນິຍົມຂອງໂລກ ກ່າວວ່າ ຂໍ້ມູນກ່ຽວກັບ
ສະພາບອາກາດຕາມລະດູການຂອງໂລກ ສະແດງໃຫ້ເຫັນວ່າ ຮູບແບບຂອງນ້ຳຝົນ
ຫຼືຫິມະທີ່ໄດ້ທຳນາຍໄວ້ ແຕ່ເດືອນທັນວາຫາເດືອນ ກຸມພາແມ່ນຄ້າຍຄືກັນກັບຊຸມປີ ທີ່ພົວພັນກັບການມີປາກົດການແອລນີໂຍ.
ແຕ່ແນວໃດກໍຕາມ ອົງການອຸຕຸນິຍົມຂອງໂລກ ໃຫ້ຂໍ້ສັງເກດວ່າ ປາກົດການ ແອລ
ນີໂຍ ທີ່ກຳລັງກໍ່ຕົວຂຶ້ນ ບໍ່ຄາດວ່າ ຈະມີຄວາມຮ້າຍແຮງ ເທົ່າກັນກັບ ໃນປີ 2015
ແລະປີ 2016 ຊຶ່ງໄດ້ພາໃຫ້ ມີການສູນເສຍຊີວິດ ແລະສ້າງຄວາມເສຍຫາຍ ຢ່າງ
ກວ້າງຂວາງ ຍ້ອນເກີດໄພແຫ້ງແລງ ໄພນ້ຳຖ້ວມ ແລະນໍ້າທະ ເລອຸ່ນເກີນໄປຢູ່ໃນ
ຫຼາຍໆເຂດຂອງໂລກ.
ໃນຂະນະທີ່ມີການຄາດຄະເນວ່າ ຈະເກີດປາກົດການແອລນີໂຍບໍ່ຄ່ອຍຮ້າຍແຮງ
ປານໃດນັ້ນແຕ່ພວກນັກວິທະຍາສາດຂອງອົງການອຸຕຸນິຍົມຂອງໂລກກໍເຕືອນວ່າ ມັນຍັງສາມາດພາໃຫ້ມີຜົນກະທົບທີ່ສຳຄັນ ຕໍ່ການຕົກຂອງຝົນແລະ ອຸນຫະພູມຢູ່
ໃນຫລໆາຍເຂດ. ເຂົາເຈົ້າກ່າວວ່າ ມັນອາດຈະພາໃຫ້ມີຜົນກະທົບຕໍ່ການກະສິກຳ
ແລະຄວາມໝັ້ນຄົງດ້ານອາຫານ ການຄຸ້ມຄອງຊັບພະຍາກອນນໍ້າ ແລະສາທາລະ
ນະສຸກ.
ໂຄສົກຂອງອົງການອຸຕຸນິຍົມຂອງໂລກ ທ່ານນາງແຄລ ນູລລິສ ກ່າວຕໍ່ວີໂອເອວ່າ ສະພາບອາກາດເປັນກາງແມ່ນເປັນຜູ້ໄດ້ຮັບໄຊຊະນະໃນໄລຍະສອງສາມເດືອນ
ທີ່ຜ່ານມານີ້ ໂດຍບໍ່ມີປາກົດການແອລນີໂຍ ຫຼືລານີຍາ ເຂົ້າມາມີສ່ວນ. ໃນຂະນະ
ທີ່ປາກົດການທັງສອງນີ້ແມ່ນພົວພັນກັບສະພາບອາກາດທີ່ຮ້າຍແຮງຈັດ ແຕ່ທ່ານ
ນາງກໍກ່າວວ່າ ປາກົດການທັງສອງບໍ່ແມ່ນເປັນອົງປະກອບທີ່ສຳຄັນ ແຕ່ພຽງຢ່າງ
ດຽວເທົ່ານັ້ນ. ທ່ານນາງນູລລິສ ກ່າວວ່າ:
“ແລະພວກເຮົາຕ້ອງໄດ້ຈຳໃສ່ໃຈວ່າ ພວກເຮົາມີການປ່ຽນແປງ ຂອງດິນຟ້າອາ
ກາດ. ດັ່ງນັ້ນ ທຸກໆປາກົດການ ແອລນີໂຍ ທຸກໆປາກົດການ ລານີຍາ ຊຶ່ງເກີດ
ຂຶ້ນໃນເວລານີ້ ແມ່ນກຳລັງເກີດຂຶ້ນທ່າມກາງພື້ນຖານຂອງຄວາມຈິງທີ່ວ່າພວກ
ເຮົາກຳລັງດຳລົງຊີວິດຢູ່ພາຍໃຕ້ສະພາບອາກາດ ທີ່ມີການປ່ຽນແປງ ຢ່າງໃຫຍ່
ຫຼວງເມື່ອ ສົບທຽບໃສ່ແມ່ນກະທັງເມື່ອ 50 ປີກ່ອນ. ດັ່ງນັ້ນ ຜົນກະທົບ ເຊັ່ນຕົວ
ຢ່າງວ່າ ຄື້ນຄວາມຮ້ອນ ຈຶ່ງມີທ່າທາງວ່າ ຈະມີຄວາມແຮງ ກວ່າທີ່ເຄີຍເປັນມາ
ເມື່ອຫຼາຍທົດສະວັດກ່ອນໆ.”
ປາກົດການແອລນີໂຍ ແລະລານີຍາ ແມ່ນຂັ້ນຕອນ ຂອງອັນທີ່ຮູ້ກັນວ່າ El Nino-
Southern Oscillation ຫຼືເອີ້ນຫຍໍ້ວ່າ ENSO. ປາກົດການທີ່ວ່ານີ້ ແມ່ນພົວພັນ
ກັບການປ່ຽນແປງຂຶ້ນໆລົງໆ ຂອງອຸນຫະພູມມະຫາສະໝຸດ ແລະບັນຍາກາດ ໃນ
ເຂດເສັ້ນສູນສູດ ຂອງມະຫາສະໝຸດປາຊີຟິກ.
ປາກົດການແອລນີໂຍບາງເທື່ອແມ່ນໝາຍເຖິງຂັ້ນຕອນທີ່ອົບອຸ່ນຂຶ້ນຂອງ ENSO
ໂດຍທີ່ລານີຍາ ແມ່ນໝາຍເຖິງຂັ້ນຕອນກົງກັນຂ້າມ ທີ່ມີຄວາມເຢັນລົງ. ອົງການອຸ
ຕຸນິຍົມຂອງໂລກ ກ່າວວ່າ ທັງສອງປາກົດການນີ້ ແມ່ນມີອິດທິພົນຕໍ່ດິນຟ້າອາກາດ
ແລະສະພາບຂອງອາກາດ ຢູ່ໃນຫຼາຍໆເຂດຂອງໂລກ.