ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາສາດ ຈະ​ຮັກສາ​ ຜູ້ຕິດເຊື້ອ HIV ຕາມແບບ ທີ່ໃຊ້ກັບລີງ


ທ່ານໝໍເຈາະເລືອດ ຄົນໄຂ້ທີ່ຕິດເຊື້ອ HIV/AIDS.
ທ່ານໝໍເຈາະເລືອດ ຄົນໄຂ້ທີ່ຕິດເຊື້ອ HIV/AIDS.

​ບັນດາ​ນັກວິທະຍາສາດ​ສະຫະລັດ ​ໄດ້​ປະ​ດິດ​ວິທີ​ການ ທີ່​ຈະເຮັດໃຫ້ເຊື້ອໄວຣັສທີ່​ພາ​ໃຫ້​
ເປັນ​ໂຣ​ກ AIDS ຢຸດ​ເຊົາ​ລະ​ບາດ. ມັນ​ຍັງ​ບໍ່​ແມ່ນ​ການ​ຮັກສາ​ໃຫ້ຫາ​ຍ​ເທື່ອ ​ແຕ່​ວ່າ ມື້​ນຶ່ງ
​ມັນ​ອາດ​ຈະ​ຊ່ອຍ​ໃຫ້​ພວກ​ທີ່​ຕິດ​ເຊື້ອ HIV ນັ້ນ​ດຳລົງ​ຊີວິດ​ຢູ່​ໄດ້​ອີກຫຼາຍໆ​ປີ ​ໂດຍປາດ​ສະ​ຈາກການ​ໃຊ້ຢາປິ່ນປົວ.

ພວກ​ນັກວິທະຍາສາດ ​ເອີ້ນ​ການ​ເອົາ​ບາດກ້າວ​ນີ້​ວ່າ “ການ​ຮັກສາ​ຢ່າງ​ມີ​ປະສິດທິ​ຜົນ.”
ນີ້​ແມ່ນ​ການ​ຮັກສາ​ໂຣກ​ແບບທົດ​ລອງ ຊຶ່ງ​ກຳລັງໄດ້ຮັບ​ການພັດທະນາ​ຢູ່ ​ແລະຊ່ອຍ​ພວກ​
ຜູ້​ປ່ວຍ​ທີ່​ຕິດ​ເຊື້ອ HIV ນັ້ນ ທຽບ​ເທົ່າ​ກັບ​ການ​ຮັກສາໃຫ້ຫາ​ຍດີ ​ເພາະສະ​ນັ້ນ ພວກ​ເຂົາ
​ເຈົ້າກໍ​ບໍ່​ຕ້ອງ​ກິນ​ຢາ​ antiretroviral ​ໃນ​ທຸກໆມື້ ​ເພື່ອ​ຄວບ​ຄຸມ​ໂຣກດັ່ງກ່າວນີ້.

​ໃນ​ລາຍງານຂອງວາລະສານ Nature ພວກນັກວິທະຍາສາດ ກ່າວວ່າ ພວກເພິ່ນໄດ້ບັນລຸ​ການ​ຢຸດ​ເຊົາ​ລະບາດ ​ໃນພວກລິງທີ່ຕິດໂຣກ SIV ຊຶ່ງ​ຖື​ວ່າ​ເປັນ​ໂຣກ​ລັກສະນະ​ດຽວ​ກັນ
​ກັບ​ເຊື້ອ ​HIV ​ໃນ​ມະນຸດ ​ໂດຍຈະ​ປະສົມ​ປະສານການ​ຊັກ​ຢາ​ວັກ​ຊີ​ນ​ແລະ​ໃຊ້​ຢານຳກັນ.

ຜູ້​ຄົນ​ທີ່ ​ຕິດ​ເຊື້ອ HIV ທີ່ກິນຢາ antiretroviral ນັ້ນ ​ແມ່ນ​ກົດ​ດັນ​ໃຫ້ໄວຣັສ AIDS ຢູ່​ໃນ​ລະດັບ​ທີ່​ບໍ່​ສາມາດ​ກວດ​ເຫັນ​ໄດ້​.​ ແຕ່​ວ່າ​ໄວຣັສດັ່ງກ່າວ ​ແມ່ນ​ບໍ່​ໄດ້​ຕາຍ ຫຼືຫາຍ​ສາບສູນ​
ໄປ​ແທ້ໆ. ມັນ​ໄດ້​ຫລົບ​ລີ້​ຢູ່​ໃນ​ແຊ​ລຂອງ​ລະບົບ​ພູມ​ຕ້ານທານ​ແທນ ​ແລະ​ພ້ອມ​ທີ່​ຈະແຜ່​ຂະຫຍາຍ​ໃນ​ຜູ້​ປ່ວຍ​ທີ່ເຊົາ​ກິນ​ຢາ​ແລ້ວນັ້ນ.

ວິທີ​ການ​ໃໝ່​ນີ້ ​ແມ່ນໃຊ້​ຢາ​ນີ້​ທີ່​ຈະ​ເຮັດ​ໃຫ້​ໄວຣັສຕື່ນ ​ແລະ​ແລ້ວ​ກໍ​ຈູ່​ໂຈມ​ເລີຍ ​ໄວຣັສທີ່​ວ່າ​ນີ້ ​ຖືກ​ຈູ່​ໂຈມ​ໂດຍ​ລະບົບ​ພູມ​ຕ້ານທານ ທີ່​ກະ​ຕຸ້ນ​ໂດຍ​ວັກ​ຊີ​ນ ທີ່​ແນ​ເປົ້າ​ໝາຍໃສ່ ​ເຊື້ອ HIV.

ທ່ານ Nelson Michael ຜູ້ຊີ້ນຳ​ໂຄງການ​ວິ​ໄຈ HIV ຈາກ​ສະ​ຖາ​ບັນວິ​ໄຈ Walter Reed ຂອງ​ກອງທັບ​ບົກ​ສະຫະລັດ ​ໃນ​ລັດ Maryland ມອງ​ເຫັນເຖິງ “ການ​ຮັກສາ​ຢ່າງ​ມີ​ປະສິດທິ​ຜົນ” ນີ້​ແມ່ນ​ການ​ປ່ຽນ​ທິດ​ທາງ​ຂອງ​ການ​ຕໍ່ສູ້​ຕ້ານ​ຕໍ່​ເຊື້ອ​ໄວຣັສ ADIS. “ນີ້​ແມ່ນ​ບ່ອນ​ທີ່​ພວກ​ເຮົາ​ເລີ້ມ​ຕົ້ນ​ຂອງ​ການ​ຢ່າງ​ກ້າວ​ເຂົ້າ​ໄປ​ສຸດ​ຂອບຂອງ​ສະຖານະ​ນີ້,” ທ່ານ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາກຳລັງ​ພັດທະນາ​ໃນ​ວິທີ​ການ​ທີ່​ຜິດ​ແປກ​ທີ່ເຮັດ​ໃຫ້​ພວກ​ເຮົາສາມາດມີ​ມູມມອງ​ໃນ​ມື້​ນີ້ ທີ່​ຈະ​ເປັນ​ແບບ​ນັ້ນ ທີ່​ວ່າ​ ບາງ​ຄົນກໍ​ບໍ່​ຕ້ອງ​ກິນ​ຢາ​ໃນ​ແຕ່​ລະ​ມື້ ​ເພາະວ່າ​ໃນ​ທຸກ​ສິ່ງ​ຢ່າງ​ທີ່​ພວກ​ເຮົາ​ສາມາດ ເຮັດ​ໄດ້ນັ້ນ​ແມ່ນ ຍືດ​ເວລາ​ຂອງ​ພວກ​ເຂົາ​ເຈົ້າ​ອອກ​ໄປ​ແທນ​ການ​ທີ່​ພວກ​ເຂົາ​ເຈົ້າຈະ​ກິນ​ຢາ. ນີ້​ແມ່ນ​ເລື້ອງ​ທີ່​ເປັນ​ຈິງ​ເປັນຈັງ​ແທ້ໆ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG