ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກຜູ້ຊາຍຊາວໂຮລັງ ​ແລະ ​ແມ່ຍິງຊາ​ວ Latvia ​ແມ່ນເປັນ​ພວກ​​ຄົນ​ສູງ​ທີ່​ສຸດ​ໃນ​ໂລກ​


ຊາວໂຮລັງ ທີ່ສູງທີ່ສຸດໃນໂລກ
ຊາວໂຮລັງ ທີ່ສູງທີ່ສຸດໃນໂລກ

ພວກຜູ້ຊາຍຄົນໂຮລັງ ​ແລະ ​ແມ່ຍິງຊາ​ວ Latvia ​ແມ່ນເປັນ​ພວກຄົນ​ສູງ​ທີ່​ສຸດ​ໃນ​ໂລກ​ ແຕ່​ພວກ​ຜູ້​ຊາຍ​ທີ່ເຕ້ຍ​ສຸດແມ່ນຊາວ Timor ຕາ​ເວັນ​ອອກ ​ແລະແມ່ຍິງແມ່ນຢູ່​ໃນ Guatemala ອິງ​ຕາມການສຶກສາ​ໃໝ່. ການ​ຄົ້ນຄວ້າຄົບ​ຖ້ວນກວ້າງຂວາງ ໄດ້ນຳພາ​ໂດຍ​ພວກ​ນັກວິທະຍາສາດ​ຈາກ​ມະຫາວິທະຍາ​ໄລ Imperial ແຫ່ງ ລອນດອນ ທີ່​ເກັບ​ກຳ​ຄວາມ​ສູງ​ຂອງ​ຊາຍໜຸ່ມຍິງສາວ​ ໃນສັດຕະວັດຜ່ານມາ. ການສຶກສາດັ່ງກ່າວຄົ້ນພົບວ່າໃນລະ ຫວ່າງ ປີ 1914 ຫາ 2014 ຜູ້ຄົນໃນບາງປະເທດ ແມ່ນສູງຂຶ້ນກວ່າເກົ່າໃນຂະນະທີ່ ຄວາມສູງຂອງຜູ້ຄົນສະເລ່ຍ ໃນບາງພາກສ່ວນຂອງໂລກ ໄດ້ຫຼຸດຕ່ຳລົງ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດເລື້ອງນີ້ ຈາກນັກ​ຂ່າວ​ຂອງ VOA Zlatica Hoke ​ມາສະ​ເໜີ ​ທ່ານ ໃນອັນດັບ ຕໍ່ໄປ.

ການ​ສຶກສາ​ຄົ້ນ​ຄ້ວາຂອງ​ອັງກິດ ​ໄດ້​ຄົ້ນ​ພົບ​ວ່າ ພວກ​ຜູ້​ຊາຍ​ຊາວ ໂຮລັງ​ແມ່ນ​ມີ​ຄວາມ​ສູງ​ ໂດຍສະ​ເລ່ຍສູງ​ກວ່າ 182 ​ຊັງ​ຕີ​ແມັດ ​ແລະ​ພວກ​ແມ່ຍິງຊາວ Latvia ແມ່ນ​ມີ​ຄວາມ​ສູງ​ສະ​ເລ່ຍສູງ​ກວ່າ 170 ​ຊັງ​ຕິ​ແມັດ. ນີ້​ແມ່ນ​ເປັນການ​ສູງຂຶ້ນຕື່ມ​ຢູ່ໃນ​ທັງ​ສອງ​ປະ​ເທດ ນັບ​ຕັ້ງ​ແຕ່ປີ 1914 ​ເປັນ​ຕົ້ນ​ມາ ຊຶ່ງນັ້ນ​ແມ່ນ​ມາ​ຈາກ​ສາ​ເຫດອັນ​ໃດ?

ທ່ານ Philip Wilkens ຈາກ ນະຄອນ Amsterdam ກ່າວ​ວ່າ “ບາ​ງທີ ແມ່ນເປັນຍ້ອນ ພວກ​ເຂົາກິນ​ມັນຝຣັ່ງຫຼາຍ​ຂຶ້ນບໍ? ບາ​ງທີ ອາດແມ່ນພວກ​ເຂົາກິນ​ເຂົ້າຈີ່ຫຼາຍ​ກວ່າ​ຄົນ​ອື່ນບໍ? ພວກ​ເຮົາ​ເປັນນັກ​ກິລາ ​ເພາະສະ​ນັ້ນ ພວກ​ເຮົາ ຈຶ່ງ​ຫຼິ້ນ​ກິລາ​ຫຼາຍ. ບາງທີ ອາດ​ເປັນຍ້ອນສາ​ເຫດດັ່ງກ່າວ​ ພວກ​ເຮົາຈຶ່ງ​ເຕີບ​ໂຕ​ໄວ​ກວ່າແດ່.”

ພວກ​ນັກວິທະຍາສາດ​ເຫັນ​ພ້ອມ​ວ່າ ການ​ກິລາ​ແມ່ນ​ມີ​ສ່ວນ​ໃນ​ການ​ເຕີບ​ໂຕ​ທີ່​ວ່າ​ນີ້.

ທ່ານ Silvija Umbrasko Riga Stradibs ທີ່ມະຫາວິທະຍາໄລ​ໃນ Latviaເວົ້າວ່າ “ຄວາມ​ສູງ​ຂອ​ງພວກ​ແມ່ຍິງ ສາມາດ​ສູງ​ຂຶ້ນ​ໄດ້ຈາກ​ການ​ຫຼິ້ນ​ກິດຈະກຳ​ຕ່າງໆ​ໃນ​ດ້ານ ກິລາ ​ແລະ​ໂດຍສະ​ເພາະການ​ອອກກຳລັງ​ກາຍ ​ໃນ​ຊ່ວງ​ທີ່​ກຳລັງ​ປ່ຽນ​ແປງ​ຮ່າງກາຍ ເປັນຜູ້ໃຫຽ່ເຕັມໂຕ. ການ​ກິລາ​ເຊັ່ນບານບ້ວງ ບານ​ສົ່ງ ​ແລະແມ່ນ​ແຕ່​ກິລາ​ແກວ່ງ​ບານ​ ກໍຈະ​ສົ່ງ​ເສີ​ມການເຕີບ​ໃຫຽ່ເປັນກິລາ​ແບບ​ຍືດ​ເສັ້ນ​ຍືດສາຍອອກ.”

​ແຕ່​ ພວກ​ເຂົາ​ເຈົ້າກ່າວ​ວ່າ ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ສ່ວນ​ບຸກຄົນ ​ສ່ວນໃຫຽ່ແມ່ນ​ຈະ​ຂຶ້ນຢູ່​ກັບ​ອາຫານ​ການ​ກິນ ​ແລະ​ສະພາບ​ແວດ​ລ້ອມ ​ແລະ​ພັນທຸ​ກຳ​ອີກ​ນຳ.

​ພວກ​ແມ່ຍິງຊາວ Latvia ທັງຫຼາຍ ຕົກມາເຖິງດຽວນີ້ ​ແມ່ນເປັນ​ແມ່ຍິງ​ທີ່​ສູງ​ທີ່​ສຸດ​ໃນ​ດາວນົບພະເຄາະດວງນີ້ ຊຶ່ງຕົກລົງມາສູ່ອັນດັບທີ 28 ຖ້າທຽບໃສ່​ເມື່ອ 100 ປີກ່ອນ.

ທ່ານ​ນາງ Sanda ຈາກ Riga ໃນ Latvia ກ່າວ​ວ່າ “ຂ້າພະ​ເຈົ້າເຄີຍ​ຊິນກັບ​ຄວາມ​ສູງ​ຂອງ​ຂ້າພະ​ເຈົ້າມາ ຈົນ​ບໍ່​ໄດ້​ສົນ​ໃຈ​ກັບ​ມັນແລ້ວ ​ແຕ່​ເຖິງ​ຢ່າງ​ນັ້ນກໍ​ເຖາະ ຂ້າພະ​ເຈົ້າ​ ໄດ້​ຍິນ​ມາ​ວ່າ ພວກ​ຜູ້​ຊາຍ​ທັງຫຼາຍ ພາກັນມັກແມ່ຍິງສູງ ​ສະນັ້ນ​ແມ່ນ​ຈຶ່ງເປັນ​ສິ່ງ​ທີ່​ດີ.”

​ໂດຍຮວມ​ແລ້ວ ບັນດາ​ 10 ປະ​ເທດ​ ທີ່ມີ​ຜູ້​ຊາຍ​ແລະ​ແມ່ຍິງ ​ສູງ​ທີ່​ສຸດ ໃນປີ 2014 ​ ແມ່ນ​ຢູ​ໂຣບ ບ່ອນ​ທີ່​ພວກ​ຜູ້​ຄົນ​ໄດ້​ຈະ​ເລີ​ນ​ເຕີບ​ໂຕ​ສູງ​ຂຶ້ນ​ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ​ນີ້ ຍ້ອນ​ການປັບປຸງ​ດ້ານ​ອາຫານ​ການ​ກິນ. ຊາວ​ອາ​ຟຣິກາ ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ອອກກາງ ​ໄດ້​ເຫັນ​ຄວາມ​ສູງ ຂອງ​ພວກ​ຜູ້​ຄົນຂ​ອງພວກ​ຕົນຫຼຸດ​ລົງ ນັບ​ຕັ້ງ​ແຕ່ ປີ 1914.

ສະຫະລັດ ​ໄດ້​ມາຮອດ​ຈຸດ​ສູງ​ສຸດ​ຂອງ​ການຈະ​ເລີ​ນ​ເຕີມ​ໂຕແລ້ວ ເມື່ອປະມານ 20 ປີ ກ່ອນ​ ​ແລະ​ໄດ້​ຫຼຸດອັນດັບລົງມາ​ຈາກ​ທີ 3 ສຳ​ຫຼັບ​ຜູ້​ຊາຍ ​ແລະ​ທີສີ່ສຳ​ຫຼັບ​ແມ່ຍິງຈາກທີ 37 ສຳ​ຫຼັບ​ ຜູ້​ຊາຍ ​ແລະທີ 42 ​ສຳ​ຫຼັບ​ແມ່ຍິງ.

ນັກຂ່າວ VOA ທ່ານ Steve Baragona ​ສູງ 195 ຊັງຕິ​ແມັດ ​ສູງພົ້ນ​ໝູ່​ບໍ່ວ່າຈະຢູ່ໃນ​ກຸ່ມ​ຊົນ​ອາ​ເມຣິກັນໃດໆ.

ທ່ານ Steve Baragona ກ່າວວ່າ “ຖ້າ​ຂ້າພະ​ເຈົ້າ​ຍ່າງ​ຢູ່​ໃນ​ກຸ່ມຄົນ ບໍ່​ວ່າ​ຈະ​ຢູ່​ໃນ​ຍ່ານ ການຄ້າ ຫຼື​ຢູ່​ໃສ​ກໍ​ຕາມ ​ຂ້າພະເຈົ້າ​ຈະ​ຫຼຽວເຫັນ​ແຟນຂອງ​ຂ້າພະ​ເຈົ້າ ​ຢ່າງ​ງ່າຍໆ ເພາະວ່າ ຫົວ​ຂອງ​ຂ້າພະ​ເຈົ້າ​ຈະສູງ​ລື່ນຫົວຄົນອື່ນໆ. ​ນັ້ນແລ໊ະ ຄື​ສິ່ງທີ່ດີ.”

​ແນ່ນອນ ທ່ານ Baragona ກໍ​ຈະ​ຕ້ອງສູງ​ກວ່າໃຜໆ​ ໃນ Timor ຕາ​ເວັນ​ອອກ ບ່ອນ​ທີ່​ຄວາມ​ສູງ​ຂອງ​ຜູ້​ຄົນ​ສະ​ເລ່ຍແລ້ວ ​ແມ່ນ 160 ຊັງ​ຕິ​ແມັດ. ນອກນີ້ພວກ​ຜູ້​ຄົນຍັງມີແນວ ໂນ້ມຕໍ່າ ລົງໃນ ​ປະເທດເຢ​ເມນ ສປປ ລາວ Madagascar ​ແລະ​ອີກ​ຫຼາຍໆ​ປະ​ເທດ ​ໃນ​ເອ​ເຊຍ ​ແລະ​ອາ​ຟຣິກາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG