ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Schwarzkopf ເຖິງແກ່ ມໍລະນະກຳ ທີ່ເມືອງ Tampa (ສະໄລດ໌)


ນາຍພົນ Norman Schwarzkopf ຊີ້ໃຫ້ເບິ່ງຮູບພາບຕ່າງໆ ທີ່ສະແດງໃຫ້ເຫັນວ່າ ບ່ອນສົ່ງອອກນໍ້າມັນທາງທະເລທີ່ເກາະ Ahmadi ຂອງຄູເວດ ລຸກໄໝ້ເປັນໄຟຫຼັງຈາກສະຫະ ລັດໄດ້ໂຈມຕີສະຖານທີ່ດັ່ງກ່າວ (27 ມັງກອນ 1991)
ນາຍພົນ Norman Schwarzkopf ຊີ້ໃຫ້ເບິ່ງຮູບພາບຕ່າງໆ ທີ່ສະແດງໃຫ້ເຫັນວ່າ ບ່ອນສົ່ງອອກນໍ້າມັນທາງທະເລທີ່ເກາະ Ahmadi ຂອງຄູເວດ ລຸກໄໝ້ເປັນໄຟຫຼັງຈາກສະຫະ ລັດໄດ້ໂຈມຕີສະຖານທີ່ດັ່ງກ່າວ (27 ມັງກອນ 1991)
ນາຍພົນເບ້ຍບຳນານ Norman Schwarzkopf ຊຶ່ງເປັນຜູ້ບັນຊາ
ການກອງກຳລັງປະສົມນາໆຊາດພາຍໃຕ້ການນຳພາຂອງສະຫະ
ລັດທີ່ຂັບໄລ່ກຳລັງອີຣັກອອກຈາກຄູເວດໃນປີ 1991 ໄດ້ເຖິງແກ່ມໍ
ລະນະກຳແລ້ວ ຮວມອາຍຸໄດ້ 78 ປີ.

ນາຍພົນ Schwarzkopf ໄດ້ເຖິງແກ່ມໍລະນະກຳ ຍ້ອນອາການ
ແຊກຊ້ອນຈາກໂຣກປອດບວມ ທີ່ເມືອງ Tampa ໃນລັດ Flori-
da ບ່ອນທີ່ທ່ານໄດ້ອາໄສຢູ່ຫຼັງຈາກອອກກິນເບ້ຍບຳນານ.

ນາຍພົນ Schwarzkopf ຊຶ່ງເປັນທະຫານທີ່ໄດ້ຮັບຫຼຽນໄຊຫຼາຍ ທີ່ສຸດຄົນນຶ່ງຈາກການສູ້ລົບໃນຫວຽດນາມນັ້ນຜູ້ຄົນໄດ້ຮູ້ຈັກທ່ານ
ໃນນາມ Stormin’ Norman ຫຼືລົມພາຍຸນໍແມນ ຍ້ອນທ່ານມີອາ
ລົມທີ່ຮ້າຍກາດຫຼາຍ. ໃນປີ 1991 ທ່ານເປັນຜູ້ນຳພາ ໃນການປະ
ຕິບັດງານ ພາຍຸທະເລຊາຍ ທີ່ປົດປ່ອຍຄູເວດຈາກການຢຶດຄອງຂອງກຳລັງຈອມຜະເດັດ ການ Saddam Hussein.

ນາຍພົນ Schwarzkopf ໄດ້ມາຢູ່ເມືອງ Tampa ບ່ອນທີ່ທ່ານໄດ້ຖືກມອບໝາຍໃຫ້ໄປ ກຳຕຳແໜ່ງທາງທະຫານຄັ້ງສຸດທ້າຍ ເປັນຜູ້ບັນຊາການກອງກຳລັງໃນເຂດພາກກາງ ຫຼື Central Command ຂອງສະຫະລັດ. ກອງບັນຊາການດັ່ງກ່າວ ເປັນຜູ້ຮັບຜິດຊອບ ຕໍ່ ກຳລັງທະຫານອາເມຣິກັນແລະຄວາມເປັນຫ່ວງດ້ານຄວາມປອດໄພຢູ່ໃນເກືອບ 20 ປະ ເທດນັບແຕ່ເຂດກໍ້າຕາເວັນອອກຂອງທະເລເມດີແຕເຣນຽນແລະອາຟຣິກາ ໄປຈົນຮອດ ປາກິສຖານ.

ທ່ານ Schwarzkopf ໄດ້ອອກກິນເບ້ຍບຳນານໃນທ້າຍປີ 1991. ຫຼັງຈາກສົງຄາມໃນ ເຂດອ່າວເປີເຊຍສິ້ນສຸດລົງແລ້ວ ຜູ້ຄົນຈຳນວນນຶ່ງພາກັນຄາດຄະເນວ່າ ທ່ານອາດຈະລົງ ສະມັກແຂ່ງຂັນເອົາຕຳແໜ່ງທາງການເມືອງ ແຕ່ທ່ານກໍບໍ່ເຄີຍກະທຳເລີຍ.

ທຳນຽບຂາວກ່າວກ່ຽວກັບການຈາກໄປຂອງທ່ານ Schwarzkopf ວ່າ ມູນເຊື້ອຂອງທ່ານ ນາຍພົນ ຈະຄົງຢູ່ກັບປະເທດຊາດທີ່ມີຄວາມໝັ້ນຄົງຫຼາຍຂຶ້ນ ຍ້ອນການຮັບໃຊ້ທີ່ຮັກຊາດ ຂອງທ່ານ.

ກ່ຽວຂ້ອງກັນ

XS
SM
MD
LG