ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ໂຮງຮຽນໃນສຣີລັງກາຕ້ອງປິດ ເນື່ອງຈາກວິກິດການທາງດ້ານພະລັງງານເຊື້ອໄຟ


ຜູ້ຊາຍຄົນນຶ່ງ ຖີບລົດຖີບໄປຕາມຖະນົນຫຼັກ ທີ່ປາສະຈາກລົດຍົນຢູ່ຕາມຖະນົນຫົນທາງ ອັນເນື່ອງມາຈາກສະພາວະຂາດແຄນນໍ້າມັນ, ທ່າມກາງວິກິດການທາງດ້ານເສດຖະກິດຂອງປະເທດ, ໃນນະຄອນຫຼວງໂຄລອມໂບ, ປະເທດສຣີລັງກາ, ເມື່ອວັນທີ 28 ມິຖຸນາ 2022.

ເຈົ້າໜ້າທີ່ກ່າວວ່າ ໂຮງຮຽນຢູ່ໃນປະເທດສຣີລັງກາ ຈະໄດ້ປິດອີກອາທິດນຶ່ງ, ໂດຍເລີ້ມໃນວັນຈັນວານນີ້.

ປະເທດທີ່ມີຄວາມ​ຂັດ​ສົນທາງເງິນສົດ ໄດ້​ກ້າວເຂົ້າສູ່ວິກິດທາງດ້ານການເງິນ ແລະພົບກັບຄວາມຫຍຸ້ງຍາກ ໃນການຊໍາລະໜີ້ສິນຕ່າງໆ ລວມເຖິງອາຫານ, ຢາປົວພະຍາດ ແລະນໍ້າມັນເຊື້ອໄຟ.

ເຈົ້າໜ້າທີ່ກ່າວວ່າ ບໍ່ມີນໍ້າມັນເຊື້ອໄຟພຽງພໍທີ່ຈະນໍາສົ່ງຄູອາຈານ ແລະນັກຮຽນໄປເຖິງໂຮງຮຽນຂອງພວກເຂົາເຈົ້າ.

ລັດຖະມົນຕີກະ​ຊວງພະລັງງານ ແລະໄຟຟ້າ ທ່ານການຊານາ ວິເຈເຊເກຣາ (Kanchana Wijesekera), ໄດ້ຮ້ອງຂໍຮ້ອງໃຫ້ປະຊາຊົນຊາວສຣີລັງກາທີ່ອາໄສຢູ່ໃນຕ່າງປະເທດ ສົ່ງເງິນກັບ​ຄືນບ້ານໂດຍຜ່ານທະນາຄານ ເພື່ອເປັນທຶນໃນການຊື້ນໍ້າມັນຄັ້ງໃໝ່.

ທ່ານວີເຈເຊເກຣາ ກ່າວວ່າ ປົກກະຕິແລ້ວ ການໂອນເງິນກັບຄືນປະເທດຂອງພວກແຮງງານໂດຍລວມແມ່ນ 600 ລ້ານໂດລາຕໍ່ເດືອນ, ແຕ່ໄດ້ຫຼຸດລົງມາເຫຼືອພຽງ 318 ລ້ານໂດລາໃນເດືອນມິຖຸນາ.

ອີງຕາມການລາຍງານຂອງສະມາຄົມຜູ້ສື່ຂ່າວ, ປະເທດສຣີລັງກາ ເປັນໜີ້ຜູ້ສະໜອງນ້ຳມັນທັງ 7 ​ບໍ​ລິ​ສັດ ຢູ່ປະມານ 800 ລ້ານໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG