ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອົງການ UNICEF ກ່າວວ່າ ມີເດັກນ້ອຍນັກຮຽນ ເສຍຊີວິດຢ່າງໜ້ອຍ 11 ຄົນ ຈາກການໂຈມຕີທາງອາກາດ ຢູ່ໃນມຽນມາ


ໃນຮູບທີ່ຖ່າຍເມື່ອວັນທີ 17 ກັນຍາ 2022 ນີ້, ເປີດເຜີຍໃຫ້ເຫັນຜູ້ເຄາະຮ້າຍຈາກເຫດການໂຈມຕີທາງອາກາດໃສ່ອາຄານໂຮງຮຽນໃນເມືອງເດເປຢິນ ເຊິ່ງເປັນເມືອງນ້ອຍໆ ທີ່ຕັ້ງຢູ່ໃນເຂດ ສແກງ , ນຶ່ງມື້ຫຼັງຈາກການໂຈມຕີທາງອາກາດໂດຍເຮລີຄັອບເຕີ້ຂອງກອງທັບມຽນມາ.
ໃນຮູບທີ່ຖ່າຍເມື່ອວັນທີ 17 ກັນຍາ 2022 ນີ້, ເປີດເຜີຍໃຫ້ເຫັນຜູ້ເຄາະຮ້າຍຈາກເຫດການໂຈມຕີທາງອາກາດໃສ່ອາຄານໂຮງຮຽນໃນເມືອງເດເປຢິນ ເຊິ່ງເປັນເມືອງນ້ອຍໆ ທີ່ຕັ້ງຢູ່ໃນເຂດ ສແກງ , ນຶ່ງມື້ຫຼັງຈາກການໂຈມຕີທາງອາກາດໂດຍເຮລີຄັອບເຕີ້ຂອງກອງທັບມຽນມາ.

ມີເດັກນ້ອຍນັກຮຽນເສຍຊີວິດຢ່າງໜ້ອຍ 11 ຄົນ ເນື່ອງຈາກການໂຈມຕີທາງອາກາດຢູ່ໃນບ້ານແຫ່ງນຶ່ງຂອງປະເທດມຽນມາ, ນັ້ນ​ຄືລາຍງານ ຈາກໜ່ວຍງານສໍາລັບເດັກຂອງອົງການສະຫະປະຊາຊາດ, ​ໂດຍລັດຖະບານຜະເດັດການທະຫານຂອງປະເທດມຽນມາກ່າວວ່າ ການໂຈມຕີທາງອາກາດດັ່ງກ່າວນັ້ນແມ່ນມີເປົ້າໝາຍ​ແນໃສ່ກຸ່ມກະບົດ ທີ່ລີ້ຊ່ອນຢູ່ໃນບ້ານແຫ່ງນີ້ ອີງຕາມລາຍງານຈາກອົງການຂ່າວ AFP.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ໄດ້ກ່າວຕ້ອງຕິຕໍ່ເຫດການດັ່ງກ່າວນັ້ນ ໃນທັນທີ ເມື່ອວັນອັງຄານວານນີ້, ອີງຕາມການເປີດເຜີຍຈາກຫ້ອງການຂອງທ່ານ ເຊິ່ງກ່າວວ່າມີປະຊາຊົນເສຍຊີວິດຢ່າງໜ້ອຍ 13 ຄົນ, ລວມມີເດັກນ້ອຍ 11 ຄົນ.

ປະເທດທີ່ຕັ້ງຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ເກີດຄວາມສັບສົນວຸ້ນວາຍຕ່າງໆ ນັບຕັ້ງແຕ່ກອງທັບໄດ້ເຂົ້າຢຶດອໍານາດດ້ວຍການເຮັດລັດຖະປະ ຫານເມື່ອວັນທີ 1 ກຸມພາ 2021, ເຊິ່ງໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດເກືອບ 2,300 ຄົນ ຈາກການປາບປາມຜູ້ທີ່ບໍ່ເຫັນດີນໍາ ອີງຕາມລາຍງານຂອງກຸ່ມສັງ ເກດການຢູ່ໃນທ້ອງຖິ່ນ.

ຢູ່ໃນເຂດ ສແກງ ທາງທິດຕາເວັນຕົກສຽງເໜືອຂອງປະເທດ ໄດ້ປະເຊີນກັບເຫດການຕໍ່ສູ້ທີ່ຟົດເດືອດຮຸນແຮງ, ແລະການປະທະກັນລະຫວ່າງກຸ່ມຕໍ່ຕ້ານລັດຖະບານ ກັບ ພວກ​ທະ​ຫານ ໂດຍໄດ້ເຮັດໃຫ້ບ້ານ​ດັ່ງ​ກ່າວ ຖືກໄຟໄໝ້ທັງ ໝົດ.

ອົງ​ການກອງ​ທຶນເດັກນ້ອຍ ຂອງສະຫະປະຊາຊາດ ຫຼື UNICEF ໄດ້ປະ​ນາມຕໍ່ຄວາມຮຸນແຮງ ຢູ່ໃນເມືອງເດເປຢິນ ເຊິ່ງເປັນເມືອງນ້ອຍໆ ທີ່ຕັ້ງຢູ່ໃນ​ເຂດ ສແກງ.

“ມີເດັກນ້ອຍນັກຮຽນ 15 ຄົນ ຈາກໂຮງຮຽນດຽວກັນນີ້ຍັງຫາຍສາບສູນ,” ອົງ ການ UNICEF ກ່າວຢູ່ໃນຖະແຫຼງການ ທີ່ໄດ້ນຳ​ອອກເຜີຍ​ແຜ່ ໃນວັນຈັນແລ້ວນີ້ ໂດຍໄດ້ຮຽກຮ້ອງໃຫ້ມີ​ການ​ປ່ອຍພວກເຂົາຢ່າງປອດໄພ ໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG