ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນຫລາຍພັນຄົນ ທົ່ວສະຫະລັດ ພາກັນ ຍ່າງອອກ​ຈາກ​ຫ້ອງຮຽນ ເພື່ອຮຽກຮ້ອງ ໃຫ້ມີ ການຄວບຄຸມປືນ ຢ່າງເຄັ່ງຄັດ


ນັກຮຽນຫລາຍຮ້ອຍຄົນຢູ່ໃຈກາງເມືອງລັອສ ແອນເຈແລັສ ​ພາກັນ​ຍ່າງ​ອອກ​ຈາກ​ຫ້ອງ​ຮຽນໃນວັນທີ 20 ເມສາ 2018 ​ເພື່ອ​ເປັນ ການ​ລະນຶກ​ເຖິງ​ເຫດການຍິງ​ປືນ​​ໃສ່​ຄົນ​ຢູ່​ໃນ​ໂຮງຮຽນ​ແຫ່ງ​ນຶ່ງ ​ໃນຮອບ​ເກືອບ​ຮອດ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ເພື່ອ​ໃຫ້​ມີ​ການ​ຄວບ​ຄຸມ​ປືນຢ່າງເຂັ້ມງວດຂຶ້ນ.
ນັກຮຽນຫລາຍຮ້ອຍຄົນຢູ່ໃຈກາງເມືອງລັອສ ແອນເຈແລັສ ​ພາກັນ​ຍ່າງ​ອອກ​ຈາກ​ຫ້ອງ​ຮຽນໃນວັນທີ 20 ເມສາ 2018 ​ເພື່ອ​ເປັນ ການ​ລະນຶກ​ເຖິງ​ເຫດການຍິງ​ປືນ​​ໃສ່​ຄົນ​ຢູ່​ໃນ​ໂຮງຮຽນ​ແຫ່ງ​ນຶ່ງ ​ໃນຮອບ​ເກືອບ​ຮອດ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ເພື່ອ​ໃຫ້​ມີ​ການ​ຄວບ​ຄຸມ​ປືນຢ່າງເຂັ້ມງວດຂຶ້ນ.

ນັກຮຽນຫລາຍ​ພັນ​ຄົນ​ຢູ່​ທົ່ວ​ສະຫະລັດ​ພາກັນ​ຍ່າງ​ອອກ​ຈາກ​ຫ້ອງ​ຮຽນ​ເພື່ອ​ເປັນການ​ລະ
ນຶກ​ເຖິງ​ເຫດການ​ຍິງປືນໃສ່​ຄົນ​ຢູ່​ໃນ​ໂຮງຮຽນ​ແຫ່ງ​ນຶ່ງ ​ໃນຮອບ​ເກືອບ​ຮອດ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ຄວບ​ຄຸມ​ປືນ​ທີ່​ເຂັ້ມງວດ​ກວ່າ​ເກົ່າ ທ່າມກາງ​ສະ
ພາບທີ່​ມີ​ການ​ຍິງ​ປືນ​ໃສ່​ຄົນ​ຢູ່​ໃນ​ໂຮງຮຽນຫລາຍ​ຄັ້ງ​ເມື່ອ​ມໍ່ໆ ມານີ້.

ການ​ຍ່າງ​ອອກ​ຈາກ​ຫ້ອງຮຽນຢູ່​ທົ່ວ​ປະ​ເທດ​ທີ່​ຈັດຕັ້ງ​ໂດຍ​ນັກຮຽນຢູ່ທີ່ໂຮງຮຽນມັດທະຍົມ ມາຈໍຣີສໂຕນແມນ ດັກກລັສ "Majori Stoneman Douglas" ເມືອງພາກແລນ "Parkland" ລັດຟລໍຣິດາທີ່ມີອະດີ​ດນັກຮຽນ​ໄດ້ຍິງປືນ​ໃສ່​ໂຮງຮຽນ​ໃນ​ວັນ​ທີ 14 ກຸມ​ພາ​ທີ່​ຜ່ານ​ມາທີ່ໄດ້​ເຮັດ​ໃຫ້ນັກຮຽນ ​ແລະ​ພະນັກງານ​ 17 ຄົນ​.

ການ​ສັງຫານໝູ່​ຢູ່​ໃນ​ໂຮງຮຽນຂອງ​ເມືອງ​ພາກແລ​ນ​ໄດ້​ກໍ່​ໃຫ້​ເກີດມີ​ການ​ປຸກລະດົມຢູ່​ໃນ​
ລະດັບ​ຮາກຖານ ​ເພື່ອຂໍ​ໃຫ້ມີ​ກົດໝາຍການ​ຄວບຄຸມ​ປືນທີ່​ມີ​ຂໍ້ຈຳກັດຫຼາຍ​ຂຶ້ນ ຊຶ່ງ​ລວມ
ທັງການ​ເດີນ​ຂະບ​ວນຫວ່າງ​ມໍ່​ໆ​ມານີ້​ ຢູ່ໃນ​ນະຄອນຫຼວງ​ວໍຊິ​ງ ຕັນ ​ແລະ​ຢູ່​ຕາມຫົວ​ເມືອງ​
ໃຫຍ່ ​ແລະນ້ອຍຕ່າງໆ ຢູ່​ທົ່ວ​ສະຫະລັດ.

ພວກ​ນັກຮຽນມັດທະຍົມ​ຢູ່​ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໄດ້​ພາກັນໄປ​ໂຮມ​ຊຸມນຸມ​ປະ​ທ້ວງ​
ຢູ່​ທຳນຽບຂາວ ກ່ອນທີ່​ຈະເດີນຂະ​ບວນ​ປະ​ທ້ວງ​ຢູ່​ທີ່​ຫ້ອງການ​ລັດຖະສະພາ​ເພື່ອ​ຮຽກ
ຮ້ອງ​ໃຫ້ບັນດາ​ສະມາຊິກ​ສ​ະພາ​ ກະທໍາການ ກ່ຽວກັບ​ເລື່ອງ​ນີ້.

​ພວກເຂົາ​ເຈົ້າ​ໄດ້​ເຮັດ​ຄື​ກັນ​ກັບພວກ​ນັກຮຽນທີ່​ມາ​ຈາກ​ໂຮງຮຽນມັດທະຍົມປາຍ​ຫຼາຍ ກວ່າ 2,600 ​ແຫ່ງ ​ແລະ​ຈາກສະຖານ​ບັນ​ອື່ນໆ​ຢູ່​ທົ່ວ​ປະ​ເທດ​ທີ່​ໄດ້​ພາກັນ​ຍ່າງ​ອອກ​ຈາກ​
ຫ້ອງ​ຮຽນ ຊຶ່ງຫຼາຍຄົນໆ ​ໃນ​ນັ້ນ​ໄດ້​ພາກັນ​ນຸ່ງເສື້ອສີ​ນໍ້າໝາກ​ກ້ຽງ ທີ່​ເປັນສີ​ທີ່​ກາຍ​ມາ​ເປັນ
​ສີ​ທີ່ໝາຍ​ເຖິງ​ຂະ​ບວນການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ມີ​ການ​ຄວບ​ຄຸມ​ປືນ.

ກິດຈະ​ກຳ​ວັນ​ສຸກ​ວານ​ນີ້​ແມ່ນ​ເພື່ອ​ລະ​ລຶກ​ເຖິງ​ການ​ຍິງ​ສັງຫານ​ໝູ່ໃນ​ທີ 20 ​ເມສາ ປີ
1999 ຢູ່ມັດທະຍົມ​ປາຍໂຄ​ລຳ​ບາຍທີ່​ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ຕົກ​ຂອງລັດ​ໂຄ​ໂລຣາ​ໂດ
ຊຶ່ງ​ໃນ​ນັ້ນ ມີ​ນັກຮຽນ​ສອງ​ຄົນພາ​ກັນຖື​ປືນ​ກວດ​ໄປ​ທົ່ວ​ໂຮງຮຽນ ​ແລະ​ໄດ້ສັງຫານ​ເພື່ອນ​
ຮ່ວມ​ຫ້ອງ​ຮຽນ12 ຄົນ ​ແລະ​ນາຍ​ຄູຄົນ​ນຶ່ງ​ຂອງ​ພວກ​ເຂົາ ກ່ອນຈະ​ຍິງ​ໂຕ​ເອງ​ເພື່ອ​ຂ້າ​ໂຕ​
ຕາຍ.

ພວກ​ສະໜັບສະໜູນ​ສິດທິ​ໃນ​ການ​ໃຊ້​ປືນ ​ໄດ້​ຈັດການ​ປະ​ທ້ວງເພື່ອຕ້ານ​ຄືນຢູ່ບາງ​ແຫ່ງ.
ອົງການ​ຂ່າວ​ AP ​ໄດ້​ລາຍ​ງານ​ວ່າ ມີປະມານ 200 ຄົນ ​ໄດ້​ພາກັນໂຮມ​ຊຸມນຸມ​ຢູ່​ນອກ​ຕຶກ
ຫ້ອງການລັດຖະ​ສະພາ​ລັດຂອງ​ລັດ​ແຄນ​ຊັສ ​ໃນເມືອງ​ໂຕ​ປີ​ກາ ​ແລະກໍ​ມີ​ພວກ​ສະໜັບ
ສະໜູນ​ປືນປະມານ 30 ຄົນ ພາກັນ​ປາກົດ​ໂຮມ​ກັນ​ໂຕ​ຢູ່​ນອກ​ຕຶກຫ້ອງການລັດຖະສະ
ພາສະພາ​ຂອງ​ລັດ​ນິວແຮ​ມ​ເຊີ​ໃນ​ເມືອງ​ຄອງ​ຂອດ.

​ໃນ​ວັນ​ສຸກ​ວານ​ນີ້​ຍັງ​ໄດ້ມີການ​ຍິງ​ກັນ​ເກີດ​ຂຶ້ນ​ຢູ່່​ໂຮງຮຽນ​ໃນ​ສະຫະລັດ​ແຫ່ງ​ນຶ່ງ ​ເມື່ອ​ມີ​ມື​
ປືນ​ຄົນ​ນຶ່ງ​ຍິງ​ໃສ່​ປະຕູ​ຂອງຫ້ອງ​ຮຽນ​ທີ່​ປິດ​ໄວ້ ​ແລະ​ໄດ້​ເຮັດ​ໃຫ້​ນັກຮຽນ​ຄົນ​ນຶ່ງ​ໄດ້​ຮັບ​
ບາດ​ເຈັບ ທີ່​ໂຮງຮຽນ​ມັດ​ທະ​ຍົມປາຍຟໍ​ແຣັສທ໌ ​ໃນ​ເມືອງ​ໂອ​ກາ​ລາ ລັດ​ຟລໍຣິດາ.

ຕຳຫຼວດ​ກ່າວ​ວ່າ ຜູ້​ທີ່​ຍິງປືນທີ່ມີ​ອາຍຸ 19 ປີ ​ຊຶ່ງໄດ້​ນຳ​ເອົາປືນ​ເຂົ້າ​ມາ​ໂຮງຮຽນ​ໂດຍເອົາ
ໃສ່​ໃນ​ຫີບ​ກິ​ຕາຂອງລາວນັ້ນ ໄດ້​ແມ່ນ​ອະດີດ​ນັກຮຽນຢູ່ໂຮງຮຽນນັ້ນ. ລາວ​ໄດ້​ຖືກ​ຈັບ​ຄາ​ທີ່.

ຜູ້​ໄດ້ຮັລເຄາະ​ຮ້າຍແມ່ນເດັກ​ຊາຍ​ອາຍຸ 17 ປີ ຊຶ່ງຮັບການ​ປິ່ນປົວບາດ​ແຜ​ຢູ່​ຂໍ້​ຂາ​ຂອງ​
ລາວ​ຢູ່​ໂຮງໝໍ​ຢູ່ໃນທ້ອງ​ຖິ່ນນັ້ນ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG