ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

10 ຄົນ ເສຍຊີວິດ ໃນການຍິງກັນ ຢູ່ໂຮງຮຽນ ມັດທະຍົມປາຍ ຊານຕາເຟ້


ເຈົ້າໜ້າທີ່ ພວມຮັບມື ກັບເຫດການຍິງກັນ ຢູ່ໂຮງຮຽນ ມັດທະຍົມປາຍ ຊານຕາເຟ້ ໃນລັດເທັກຊັສ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ 10 ຄົນ.
ເຈົ້າໜ້າທີ່ ພວມຮັບມື ກັບເຫດການຍິງກັນ ຢູ່ໂຮງຮຽນ ມັດທະຍົມປາຍ ຊານຕາເຟ້ ໃນລັດເທັກຊັສ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ 10 ຄົນ.

ເຈົ້າໜ້າທີ່ໄດ້ຟ້ອງນັກຮຽນອາຍຸ 17 ປີ ດ້ວຍຂໍ້ຫາຄາຕະກຳໃນການຍິງສັງຫານ 10 ຄົນ
ສ່ວນໃຫຍ່ແລ້ວແມ່ນເປັນນັກຮຽນທີ່ໂຮງຮຽນມັດທະຍົມປາຍຊານຕາເຟໃນລັດເທັກຊັສ.

ພວກນັກຮຽນກ່າວວ່າ ມືປືນທີ່ເຈົ້າໜ້າທີ່ລະບຸໂຕວ່າຄືທ້າວດີມີຕຣີໂອສ ພາກວດຊິສ ຊຶ່ງ
ເປັນນັກຮຽນມັດທະຍົມປາຍປີທີ 3 ໄດ້ເລີ້ມຍິງປືນເຂົ້າໃສ່ຜູ້ຄົນ ກ່ອນເວລາ 8 ໂມງເຊົ້າ
ໃນວັນສຸກວານນີ້ ຢູ່ທີ່ໂຮງຮຽນມັດທະຍົມປາຍຊານຕາເຟ.

ຮູບທີ່ຖ່າຍຈາກວິດີໂອ ສະແດງໃຫ້ເຫັນ ພວກເຈົ້າໜ້າທີ່ ຮັບມືກັບເຫດການສຸກເສີນ ແລະເຈົ້າໜ້າທີ່ ຕຳຫູວດ ພວມເຮັດວຽກ ຢູ່ໂຮງຮຽນ ມັດທະຍົມປາຍ ຊານຕາເຟ້ ລັດເທັກຊັສ ຫຼັງຈາກ ມີການຍິງກັນ ຢູ່ທີ່ນັ້ນ.
ຮູບທີ່ຖ່າຍຈາກວິດີໂອ ສະແດງໃຫ້ເຫັນ ພວກເຈົ້າໜ້າທີ່ ຮັບມືກັບເຫດການສຸກເສີນ ແລະເຈົ້າໜ້າທີ່ ຕຳຫູວດ ພວມເຮັດວຽກ ຢູ່ໂຮງຮຽນ ມັດທະຍົມປາຍ ຊານຕາເຟ້ ລັດເທັກຊັສ ຫຼັງຈາກ ມີການຍິງກັນ ຢູ່ທີ່ນັ້ນ.

ຜູ້ປົກຄອງລັດເທັກຊັສ ທ່ານເກຣັກ ແອັບບົດ ກ່າວວ່າ ຕຳຫຼວດຍັງໄດ້ພົບເຫັນອຸບປະ
ກອນລະເບີດ ທີ່ຮວມທັງລະເບີດນ້ຳມັນ ຢູ່ໃນເຮືອນແລະລົດຂອງຜູ້ຕ້ອງສົງໄສ ພ້ອມ
ທັງຢູ່ໃນບໍລິເວນອ້ອມແອ້ມໂຮງຮຽນ ທີ່ມີການຍິງກັນ ເກີດຂຶ້ນນຳດ້ວຍ.

10 Dead in Texas School Shooting
please wait

No media source currently available

0:00 0:02:34 0:00

ທ່ານແອັບບົດ ກ່າວວ່າ ຜູ້ຕ້ອງສົງໄສ ຊຶ່ງໃນເວລານີ້ຖືກເຈົ້າໜ້າທີ່ຄວບຄຸມຕົວໄວ້ໃນ
ຂໍ້ຫາຄາຕະກຳ ຕົ້ນຕໍແມ່ນຕັ້ງໃຈທີ່ຈະຂ້າຕົວຕາຍ ຫຼັງຈາກໄດ້ມີການຍິງສັງຫານແລ້ວ ແຕ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຊາບ ຫຼັງຈາກຖືກຈັບວ່າ ລາວບໍ່ມີຄວາມກ້າຫານພໍ ທີ່ຈະຂ້າ
ຕົວຕາຍ.

ຜູ້ປົກຄອງລັດເທັກຊັສ ກ່າວວ່າ ມີການໃຊ້ປືນ 2 ກະບອກ ໃນການໂຈມຕີ ຄືປືນຍາວ
ນຶ່ງກະບອກ ແລະປືນຫັນລີ .38 ນຶ່ງກະບອກ. ລາວເວົ້າວ່າ ປືນທັງ 2 ແມ່ນພໍ່ ຂອງຜູ້
ຕ້ອງສົງໄສ ເປັນເຈົ້າຂອງ ແຕ່ກໍເວົ້າວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ພໍ່ຂອງລາວ
ຮູ້ເລື່ອງຫຼືບໍ່ວ່າລູກຊາຍເອົາປືນໄປ.

ທ່ານເອີ້ນການຍິງສັງຫານ ໃນຄັ້ງນີ້ວ່າ “ນຶ່ງໃນການໂຈມຕີທີ່ຊົ່ວຮ້າຍທີ່ສຸດເທົ່າທີ່ພວກ
ເຮົາເຄີຍພົບເຫັນມາ ໃນປະຫວັດໂຮງຮຽນຂອງລັດເທັກຊັສ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG