ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮຽນ ໃນເມືອງ Newtown ເລີ້ມກັບຄືນ ເຂົ້າໂຮງຮຽນ (ສະໄລດ໌-ວີດີໂອ)


ຜູ້ຄົນພາກັນ ເຕົ້າໂຮມກັນໄວ້ອາໄລແກ່ ຜູ້ເຄາະຮ້າຍ ຢູ່ໃກ້ກັບໂຮງຮຽນ ປະຖົມ Sandy Hook ທີ່ລັດ Connecticut.
ຜູ້ຄົນພາກັນ ເຕົ້າໂຮມກັນໄວ້ອາໄລແກ່ ຜູ້ເຄາະຮ້າຍ ຢູ່ໃກ້ກັບໂຮງຮຽນ ປະຖົມ Sandy Hook ທີ່ລັດ Connecticut.
ບັນດາ​ນັກຮຽນ ພາກັນ​ເລີ້ມ​ກັບ​ເຂົ້າໄປ​ໂຮງຮຽນ ຂອງ​ເຂົາ​ເຈົ້າ ​
ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ເມືອງ Newtown ລັດ Connecticut
ບ່ອນ​ທີ່​ເກີດ​ເຫດ ຍິງ​ກັນຢ່າງ​ຮ້າຍ​ແຮງ​ທີ່​ສຸດ ຢູ່​ໃນ​ປະວັດ​ສາດ
ຂອງສະຫະລັດ.

ຫ້ອງ​ຮຽນ​ຕ່າງໆ ​ໃນ​ໂຮງຮຽນທຸ​ແຫ່ງ ຢູ່ໃນ​ເມືອງດັ່ງກ່າວໄດ້​ເລີ້ມ​
ເປີດ ຄືນ​ແລ້ວ ຍົກ​ເວັ້ນ​ແຕ່​ໂຮ​ງຮຽນ​ປະຖົມ Sandy Hook
ບ່ອນ​ທີ່​ມື​ປືນ​ໄດ້ເປີດ​ສາກ​ຍິງ​ໂຈມ​ຕີ ​ໃນ​ວັນ​ສຸກ​ແລ້ວ​ນີ້ ທີ່​ໄດ້​ສັງ
ຫານ​ເດັກນ້ອຍ 20 ຄົນ ​ແລະ​ຜູ້​ໃຫຍ່ອີກ 6 ຄົນ ກ່ອນ​ທີ່​ລາວ​
ຂ້າ​ໂຕ​ເອງ​ຕາຍ.

ບັນດາ​ເຈົ້າ​ໜ້າ​ທີ່ຂອງ​ເມື​ອງກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໃຫ້ຄໍາ​ປືກ
ສາແລະ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ຈະ​ພາກັນ​ຕຽມ​ເປັນ​ທີ່​ຮຽບຮ້ອຍ ​
ໃນ​ຂະນະ​ທີ່​ພວກ​ນັກຮຽນກັບ​ຄືນ​ໄປ​ເຂົ້າຮຽນ​ ແລະບັນດາ​ຜູ້ປົກຄອງ​ໂຮ​ງຮຽນ​ກັບ​ຄືນໄປ
ເຮັດ​ວຽກ. ​ເຂົາ​ເຈົ້າ​ກ່າວ​ອີກ​ວ່າ ເຈົ້າໜ້າ​ທີ່ມີ​ແຜນ​ທີ່​ຈະ​ນໍາ​ເອົາ​ບັນດາ​ນັກຮຽນທີ່​ຮຽນຢູ່​
ໂຮງຮຽນ Sandy Hook ນັ້ນ​ ​ໄປຮຽນ​ຢູ່​ທີ່ໂຮງຮຽນ​ແຫ່ງ​ນຶ່ງ​ທີ່​ບໍ່​ຖືກໃຊ້ ​ທີ່​ເມື​ອງ Monroe ຊຶ່ງ​ຕັ້ງຢູ່​ໃກ້​ຄຽງ.​



ບັນດາ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ ມື​ປືນ​ອາຍຸ 20 ປີ ທ້າວ Adam Lanza ​ໄດ້​ສັງຫານ​ແມ່​ຂອງ​
ລ​າວຢູ່​ທີ່​ເຮືອນ ​ແລະ​ໄດ້​ນໍາ​ເອົາ​ປືນແມ່​ຂອງລາວໄປ​ທີ່ໂຮງຮຽນ. ທ້າວ Lanza ​ໄດ້​ຍິງໂຕ​ຕາຍ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຕໍາຫລວ​ດ​ໄປ​ເຖິງ​ໂຮງຮຽນ. ບັນດາ​ເຈົ້າ​ໜ້າ​ທີ່​ສອບ​ສວນກ່າວ​ວ່າ ສາ​ເຫ​ດຂອງ​ການ​ຍິງ​ສັງຫານ​ໃນ​ຄັ້ງນີ້ ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ.

​ໃນຂະນະ​ດຽວ​ກັນ ​ໄດ້​ມີ​ກຳນົດ​ຈັດພິທີ​ສົ່ງສະການໃນວັນ​ອັງຄານມື້​ນີ້​ ​ໃຫ້​ແກ່​ຜູ້​ເຄາະ​ຮ້າຍ​ ອາຍຸ 6 ປີ ສອງ​ຄົນ ຄື ທ້າວ James Mattioli ​ແລະ​ນາງ Jessica Rekos.

​ເດັກນ້ອຍ​ຜູ້​ຊາຍ ທີ່​ເຄາະ​ຮ້າຍສ​ອງຄົນ ອາຍຸ 6 ປີ ​ໄດ້​ຖືກ​ປົງ​ສົບ​ໃນ ວັນ​ຈັນ​ວານ​ນີ້. ​ໄດ້​ມີ​ການວາງ​ແຜນ​ຈັດ​ພິທີ​ສົ່ງສະການ​ໃຫ້ແກ່​ອີກ​ຫລາຍ​ຄົນ ພາຍ​ໃນ​ອາທິດ​ນີ້.



ບັນດາ​ຜູ້​ໄວ້ອາ​ໄລ ພາກັນ​ນໍາ​ເອົາ​ຕຸກກະຕາ ໝີ​ນ້ອຍ ດອກ​ໄມ້ ​ແລະ​ເຈ້ຍ​ທີ່​ເປັນ​ຮູ​ບນາງ​ເທວະ​ດາ ໄປວ​າງ​ໄວ້​ຢູ່​ນອກສະຖານ​ທີ່ບ່ອນເກັບ​ສົບ.

ການ​ຍິງສັງຫາ​ນ​ທີ່​ໂຫດຮ້າຍ ​ໄດ້​ພາ​ໃຫ້​ເກີດ​ມີ​ການ ອະພິປາຍ​ກັນ​ອີກ​ຄັ້ງ​ນຶ່ງ ກ່ຽວ​ກັບ​ການ​ຄວບ​ຄຸມອາວຸດ​ປືນຢູ່​ໃນສະຫະລັດ. ບັນດາ​ສະມາຊິກ ສະພາຂອງພັກເດ​ໂມ​ແກຣັດ ພາ ກັນ​ຮຽກຮ້ອງໃຫ້ມີການ​ຊຸກຍູ້​ຄັ້ງໃໝ່​ເພື່ອຈໍາ​ກັດ​ການ​ຂາຍ​ອາວຸດ​ປືນ ​ແລະ​ຫ້າມບໍ່​ໃຫ້​ຂາຍ​ອາວຸດຊະ​ນິດທີ່​ພວກທະ​ຫານ​ໃຊ້.

ສະມາ​ຊິກ​ສະພາ​ສູງລັດ California ທ່ານ​ນາງ Dianne Feinstein ຜູ້​ນໍາສະ​ເໜີ​ໃຫ້​ຫ້າມ​ຂາຍອາວຸດ​ປືນສຳລັບ​ໃຊ້​ໂຈມ​ຕີ ທີ່​ໝົດ​ອາຍຸໃນ​ປີ 2004 ກ່າວ​ວ່າ ທ່ານ​ນາງຈະ​ສະ​ເໜີ​ກົດໝາຍ​ໃໝ່ອີກ​ ໃນ​ອາທິດ​ນີ້.

XS
SM
MD
LG