ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ຈະ​ຟ້ອງ​ຮ້ອງ ກະ​ຊວງ​ຍຸ​ຕິ​ທຳ ຖ້າບໍ່​ເປີດ​ເຜີຍ​ ລາຍ​ງານ​ຂອງ​ທ່ານ ມອລ​ເລີ


ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ອາ​ດຳ ຊິ​ຟ໌, ປະ​ທານ​ຄະ​ນະ​ກຳ​ມະ​ການ ສືບ​ລັບ ສະ​ພາ​ຕ່ຳ ຍ່າງ​ຜ່ານ​ເດິ່ນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ.
ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ອາ​ດຳ ຊິ​ຟ໌, ປະ​ທານ​ຄະ​ນະ​ກຳ​ມະ​ການ ສືບ​ລັບ ສະ​ພາ​ຕ່ຳ ຍ່າງ​ຜ່ານ​ເດິ່ນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ລະ​ດັບ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າຄະ​ນະ​ກຳ​ມະ​ການ​ຂອງ
ທ່ານ ຈະຟ້ອງຮ້ອງລັດຖະບານທ່ານ ທຣຳ ຖ້າກະຊວງຍຸຕິທຳບໍ່ຍອມເປີດເຜີຍລາຍ
ງານຂອງທ່ານ ມອລເລີ ຕໍ່ສາທາລະນະ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ທ່ານ ອາ​ດຳ ຊິ​ຟ໌ ໄດ້​ກ່າວ​ໃນ​ລາຍ​ການ This
Week ຂອງໂທລະພາບ ABC ໃນວັນອາທິດວານນີ້ວ່າ “ເຫັນໄດ້ຢ່າງຈະແຈ້ງວ່າພວກ
ເຮົາຈະຮຽກຮ້ອງເອົາລາຍງານດັ່ງກ່າວ, ພວກເຮົາຈະນຳເອົາທ່ານ ບອບ ມອລເລີ ມາ
ໃຫ້ປາກຄຳຕໍ່ລັດຖະສະພາ, ພວກເຮົາຈະນຳມັນຂຶ້ນສານ, ຖ້າມີຄວາມຈຳເປັນ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຈາະ​ຈິ້ມ​ບັນ​ຫານີ້​ໃຫ້​ເລິກ​ລົງ​ໄປ. ພວກ​ເຮົາ​ຈະ​ເປີດ​ເຜີຍ​
ຂໍ້ມູນນີ້ຕໍ່ສາທາລະນະ ແລະ ຖ້າທ່ານປະທານາທິບໍດີຫາກຈິງຈັງ ກັບການກ່າວອ້າງ
ຂອງທ່ານ ກ່ຽວກັບ ການບໍ່ມີຄວາມຜິດທັງໝົດນີ້, ແລ້ວທ່ານຄວນຍິນດີກັບການເປີດ
ເຜີຍລາຍງານນີ້.”

ລາຍ​ງານ​ເວົ້າ​ວ່າ ທ່ານ ໂຣ​ເບີດ ມອ​ລ​ເລີ ແມ່ນ​ກຳ​ລັງ​ສະຫຼຸບ​ການ​ສືບ​ສວນ​ສອບ​ສວນ​
ຂອງເພິ່ນ ກ່ຽວກັບວ່າ ການໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ
ຣັດເຊຍ ເພື່ອຫັນໃຫ້ການເລືອກຕັ້ງປະທານາທິບໍດີປີ 2016 ໃຫ້ເຂົ້າທາງຂອງເພິ່ນ,
ແລະ ວ່າທ່ານປະທານາທິບໍດີ ໄດ້ຂັດຂວາງຂະບວນການຍຸຕິທຳໃນການສອບສວນ
ນີ້ຫຼືບໍ່.

ທ່ານ ມອ​ລ​ເລີ ຈະ​ມອບ​ລາຍ​ງານ​ຂອງ​ທ່ານ​ຕໍ່​ກະ​ຊວງ​ຍຸ​ຕິ​ທຳ, ເຊິ່ງ​ອີງ​ຕາມ​ການ​ແນະ
ນຳຂອງທ່ານ ມອລເລີ ນັ້ນ, ຈະມີໃຜຄວນຖືກກ່າວຫາວ່າມີຄວາມຜິດຫຼືບໍ່.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ ວິ​ລ​ລຽມ​ ບາ ບໍ່​ສາ​ມາດ​ທີ່​ຈະ​ຮັບ​ປາກ​ໃນ​ລະ​ຫວ່າງ​ການ​ໃຫ້
ປາກຄຳຢືນຢັນຕຳແໜ່ງຂອງທ່ານວ່າ ທ່ານຈະເປີດເຜີຍລາຍງານຕໍ່ສາທາລະນະຫຼືບໍ່.

ແຕ່​ທ່ານ ບາ ໄດ້​ກ່າວ​ໃນ​ກ​ານຂຽນ​ຄຳ​ໃຫ້​ການ​ຂອງ​ທ່ານ​ວ່າ ທ່ານ​ຢາກ​ໃຫ້​ມັນ​ມີ
“ຄວາມໂປ່ງໃສ” ຫຼາຍເທົ່າທີ່ທ່ານສາມາດເຮັດໄດ້.

ທ່ານ ຊິ​ຟ໌ ໄດ້​ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ຍັບ​ຢັ້ງ ຫຼື ພະ​ຍາ​ຍາມ​ທີ່​ຈະ​ປິດ
ບັງພາກສ່ວນໃດຂອງລາຍງານນີ້, ນັ້ນກໍຈະເປັນມູນເຊື້ອຂອງທ່ານ ແລະ ມັນຈະເຮັດ
ໃຫ້ມູນເຊື້ອຂອງທ່ານເປີເປື້ອນ. ສະນັ້ນຂ້າພະເຈົ້າຄິດວ່າ ມັນຈະເປັນຄວາມກົດດັນ
ຢ່າງຍິ່ງ ບໍ່ພຽງແຕ່ສຳລັບກະຊວງເທົ່ານັ້ນ, ແຕ່ຕໍ່ລັດຖະມົນຕີຍຸຕິທຳທີ່ຈະເຕັມໃຈໃຫ້
ຂໍ້ມູນນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG