ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ທີ່ກຳລັງ
ໄດ້ຮັບຄວາມກົດດັນເພີ້ມຂຶ້ນ ເພາະວ່າ ມີການກ່າວຫາກ່ຽວກັບ
ການສໍ້ໂກງຢ່າງຮ້າຍແຮງນັ້ນ ໄດ້ໄລ່ຜູ້ຮອງ ແລະອະທິໄອຍະ
ການຂອງທ່ານ ອອກຈາກໜ້າທີ່.
ຢູ່ໃນການຖະແຫລງຜ່ານທາງໂທລະພາບ ໃນວັນອັງຄານມື້ນີ້
ທ່ານ Najib ໄດ້ປະກາດການປົດຕຳແໜ່ງຮອງນາຍົກລັດຖະ
ມົນຕີ ທ່ານ Muhyiddin Yassin ທີ່ເປັນນຶ່ງໃນພວກຕິຕຽນ
ທ່ານທີ່ຮ້າຍແຮງສຸດ.
ທ່ານ Najib ກ່າວວ່າ “ການຕັດສິນໃຈທີ່ຈະຕັ້ງຄົນໃໝ່ ເຂົ້າ
ຮັບໜ້າທີ່ແທນທ່ານ Muhyiddin ເປັນທີ່ຍາກລຳບາກຫຼາຍ ແຕ່ວ່າ ຂ້າພະເຈົ້າຕ້ອງໄດ້
ປະຕິບັດເພື່ອ ໃຫ້ຄະນະທີ່ເຂັ້ມແຂງ ສາມາດດຳເນີນການໄປໜ້າໄດ້. ທ່ານໄດ້ແຕ່ງຕັ້ງ
ໃຫ້ລັດ ຖະມົນຕີກະຊວງພາຍໃນ ທ່ານ Zahid Hamidi ເຂົ້າຮັບໜ້າທີ່ແທນທ່ານ Muhyiddin.
ກ່ອນໜ້ານີ້ ຖະແຫລງການຂອງລັດຖະບານ ກ່າວວ່າ ອະທິໄອຍະການ ທ່ານ Abdul
Gani Patail ໄດ້ຖືກປົດເພາະ “ເຫດຜົນດ້ານສຸຂະພາບ.” ທ່ານ Patail ໄດ້ຊ່ວຍນຳພ
ການສືບສວນວ່າ ນາຍົກລັດຖະມົນຕີ ໄດ້ຮັບເງິນ 700 ລ້ານໂດລາ ຈາກກອງທຶນຂອງ
ລັດຖະບານ 1MDB ນັ້ນຫລືບໍ່.
ການກ່າວຫາດັ່ງກ່າວໄດ້ປາກົດຂຶ້ນເມື່ອຕົ້ນເດືອນນີ້ ຢູ່່ໃນໜັງສືພິມ The Wall Street
Journal ທີ່ອິງຕາມເອກກະສານຮົ່ວໄຫລອອກມາຈາກການສືບສວນຂອງລັດຖະບານ
ກ່ຽວກັບກອງທຶນ 1MDB.
ກອງທຶນ 1MDB ທີ່ເປັນປະທານໂດຍ ທ່ານ Najib ປະເຊີນໜ້າກັບການກ່າວຫາວ່າ ມີ
ການສໍ້ລາດບັງຫລວງ ແລະມີການບໍລິຫານງານທີ່ຜິດພາດ ແລະເປັນໜີ້ສິນກວ່າ 11 ພັນລ້ານໂດລາ. ເວລານີ້ກຳລັງຢູ່ພາຍໃຕ້ການສືບສວນຈາກຫລາຍໆຫ້ອງການຂອງລັດ
ຖະບານ.
ທ່ານ Najib ໄດ້ປະຕິເສດຕໍ່ການກະທຳຜິດໃດໆ ແລະໄດ້ສະເໜີວ່າ ການກ່າວຫາກ່ຽວ
ກັບການສໍ້ລາດບັງຫລວງ ເປັນພາກສ່ວນນຶ່ງ ຂອງການ “ກໍວິນາດສະ ກຳດ້ານການເມືອງ”
ຕໍ່ການປົກຄອງຂອງລັດຖະບານປະສົມມາເລເຊຍ ທີ່ມີມາ ເປັນເວລາດົນນານແລ້ວນັ້ນ.
ການສືບສວນນີ້ ໄດ້ພາໃຫ້ມີການຕັ້ງຄຳຖາມກ່ຽວກັບໂອກາດຕໍ່ການກ່າວຫາທາງອາຍາ
ຕໍ່ທ່ານ Najib ຊຶ່ງເປັນສິ່ງທີ່ບໍ່ເຄີຍເກີດຂື້ນກັບນາຍົກລັດຖະມົນຕີ ມາເລເຊຍ ມາກ່ອນ.