ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສອນ​ໄຟ ​ຕົກ​ໃສ່​ໂຮງ​ໝໍ ​ໃນ ເຢ​ເມນ ສັງ​ຫານ 7 ຄົນ


ຜູ້​ສະ​ໜັບ​ສະ​ໜູນ​ພວກ​ກະ​ບົດ ຮູ​ຕີ ຂອງ ເຢ​ເມນ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ ລະ​ນຶກ​ເຖິງວັນ​ຄົບ​ຮອບ 4 ປີ ​ສຳ​ລັບການ​ແຊກ​ແຊງ​ໃນ​ ເຢ​ເມນ ຂອງ​ພັນ​ທະ​ມິດ ນຳ​ໜ້າ​ໂດຍ ຊາ​ອຸ​ດີ ອາ​ຣາ​ເບຍ. ນະ​ຄອ​ນຫຼວງ ຊາ​ນາ​ອາ, 26 ມີ​ນາ, 2019.
ຜູ້​ສະ​ໜັບ​ສະ​ໜູນ​ພວກ​ກະ​ບົດ ຮູ​ຕີ ຂອງ ເຢ​ເມນ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ ລະ​ນຶກ​ເຖິງວັນ​ຄົບ​ຮອບ 4 ປີ ​ສຳ​ລັບການ​ແຊກ​ແຊງ​ໃນ​ ເຢ​ເມນ ຂອງ​ພັນ​ທະ​ມິດ ນຳ​ໜ້າ​ໂດຍ ຊາ​ອຸ​ດີ ອາ​ຣາ​ເບຍ. ນະ​ຄອ​ນຫຼວງ ຊາ​ນາ​ອາ, 26 ມີ​ນາ, 2019.

ລູກ​ສອນ​ໄຟ​ລູກ​ນຶ່ງ​ໄດ້​ຕົກ​ໃສ່​ໂຮງ​ໝໍ ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ອົງ​ການ Save
the Children ໃນພາກຕາເວັນຕົກສຽງເໜືອຂອງປະເທດ ເຢເມນ ໃນວັນອັງຄານ
ວານນີ້, ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນລວມມີເດັກນ້ອຍ 4 ຄົນ, ອີງຕາມຄຳຖະແຫຼງຂອງ
ອົງການການກຸສົນດັ່ງກ່າວ.

ປະ​ຊາ​ຊົນ 8 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ສອງ​ຄົນ​ຫາຍ​ສາ​ບ​ສູນ ໃນ​ການ​ໂຈມ​ຕີ​ທາງ​ອາ
ກາດໃສ່ໂຮງໝໍ ກີຕາສ, ໃກ້ກັບເມືອງ ຊາດາ.

ອົງ​ການ Save the Children ໄດ້​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ຕົກ​ໃສ່​ປ້ຳ​ນ້ຳ​ມັນ
ທີ່ຕັ້ງຢູ່ບໍ່ໄກຈາກທາງເຂົ້າຂອງໂຮງໝໍນັ້ນ.

ປະ​ທານ​ອົງ​ການ Save the Children ທ່ານ​ນາງ ຄາ​ໂຣ​ລິນ ມາຍລ​ສ໌ ໄດ້​ກ່າວ​ວ່າ
“ພວກເຮົາຕົກໃຈ ແລະ ສະເທືອນໃຈ ກັບການໂຈມຕີ ທີ່ໂຫດຮ້າຍນີ້. ເດັກນ້ອຍ ແລະ
ພະນັກງານສາທາລະນະສຸກຜູ້ບໍລິສູດ ໄດ້ສູນເສຍຊີວິດຂອງເຂົາເຈົ້າ ໃນສິ່ງທີ່ປາກົດ
ວ່າຈະເປັນການໂຈມຕີຢ່າງບໍ່ເລືອກໜ້າໃສ່ໂຮງໝໍ ໃນ ຂົງເຂດພົນລະເຮືອນທີ່ມີຄົນ
ໜາແໜ້ນນີ້. ການເຮັດແນວນີ້ແມ່ນການລະເມີດກົດໝາຍສາກົນ.”

ມັນ​ຍັງ​ບໍ່​ຊັດ​ເຈນ​ວ່າ ແມ່ນ​ໃຜ​ເປັນ​ຄົນ​ຍິງ​ລູກ​ສອນ​ໄຟ​ນັ້ນ. ແຕ່​ການ​ໂຈມ​ຕີ​ໂດຍ​ພັນ​ທະ
ມິດນຳໜ້າໂດຍ ຊາອຸດີ ອາຣາເບຍ ທີ່ໄດ້ເພັ່ງເລັງໃສ່ການຂັບໄລ່ພວກກະບົດ ຮູຕີ ທີ່
ໄດ້ຮັບການໜູນລັງໂດຍ ອີຣ່ານ ໃນ ເຢເມນ ນັ້ນ ໄດ້ທຳລາຍໂຮງຮຽນ, ໂຮງໝໍ ແລະ
ໄດ້ກວາດລ້າງຊຸມຊົນພົນລະເຮືອນຈົນກ້ຽງໝົດ, ສັງຫານຫຼາຍພັນຄົນ ລວມທັງເດັກ
ນ້ອຍນັບບໍ່ຖ້ວນ. ສຳລັບຜູ້ທີ່ບໍ່ໄດ້ເສຍຊີວິດນັ້ນ ແມ່ນໄດ້ຮັບບາດເຈັບຢ່າງຮ້າຍແຮງ
ແລະ ພິການ.

ທ່ານ​ນາງ ມາຍ​ລ​ສ໌ ໄດ້​ເອີ້ນ​ປະ​ເທດ ເຢ​ເມນ ວ່າ “ບ່ອນ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ໂລກ​ສຳ​
ລັບການເປັນເດັກນ້ອຍ” ແລະ ໄດ້ຮຽກຮ້ອງ “ໃຫ້ຢຸດຂາຍອາວຸດຊົ່ວຄາວໃນທັນທີ ແກ່
ພັກຝ່າຍທີ່ເຮັດສົງຄາມ ໃນ ເຢເມນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG