ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຂວງສະຫວັນເຂດ ຮັບເອົາ ການລົງທຶນ ຈາກພາກ ເອກະຊົນ 400 ຕື້ກີບ


ບໍລິສັດຍີ່ປຸ່ນ Nikon ໄດ້ເປີດການຜະລິດກ້ອງ Digital ຂະໜາດໃຫຍ່ ເພື່ອສົ່ງອອກຕ່າງປະເທດ ຢ່າງເປັນທາງການ ໃນແຂວງສະຫວັນນະເຂດ.
ບໍລິສັດຍີ່ປຸ່ນ Nikon ໄດ້ເປີດການຜະລິດກ້ອງ Digital ຂະໜາດໃຫຍ່ ເພື່ອສົ່ງອອກຕ່າງປະເທດ ຢ່າງເປັນທາງການ ໃນແຂວງສະຫວັນນະເຂດ.

ແຂວງສະຫວັນນະເຂດ ຮອງຮັບການລົງທຶນ ຂອງພາກເອກະຊົນ
ຫຼາຍກວ່າ 400 ຕື້ກີບ ໃນຊ່ວງ 6 ເດືອນທຳອິດ ຂອງແຜນການປີ
2013-2014 ນີ້ ໂດຍຄິດເປັນພຽງ 14.12 ເປີເຊັນ ເທົ່ານັ້ນ ຂອງ
ແຜນການຕະຫລອດປີ.

ພະແນກແຜນການແລະການລົງທຶນແຂວງສະຫວັນນະເຂດ ລາຍ
ງານວ່າ ການລົງທຶນພາກເອກະຊົນ ໃນຊ່ວງ 6 ເດືອນທຳອິດຂອງ
ແຜນການປະຈຳປີ 2013-2014 ນີ້ ມີມູນຄ່າລວມ 440 ຕື້ກີບ ຊຶ່ງ
ຄິດເປັນພຽງແຕ່ 14.12 ເປີເຊັນເທົ່ານັ້ນຂອງເປົ້າໝາຍແຜນການຕະຫຼອດປີ ທັງຍັງແບ່ງເປັນ ການລົງທຶນຂອງເອກະຊົນລາວ ໃນມູນຄ່າ 300 ຕື້ກີບ ແລະເປັນການລົງທຶນ ຂອງເອກະຊົນຈາກຕ່າງປະເທດ ພຽງແຕ່ 140 ຕື້ກີບເທົ່ານັ້ນ.

ໂດຍສາເຫດທີ່ການລົງທຶນ ຂອງພາກເອກະຊົນ ຍັງຕ່ຳກວ່າເປົ້າໝາຍແຜນການ ທີ່
ທາງການ ແຂວງສະຫວັນນະເຂດ ໄດ້ວາງເອົາໄວ້ນັ້ນ ກໍເຊື່ອວ່າ ເປັນຍ້ອນຂໍ້ຈຳກັດ
ໃນດ້ານພື້ນຖານໂຄງລ່າງ ທີ່ຍັງບໍ່ສາມາດ ຕອບສະໜອງຄວາມຕ້ອງການ ຂອງບັນດາ
ບໍລິສັດເອກະຊົນ ຈາກຕ່າງປະເທດໄດ້ ຢ່າງພຽງພໍ ຊຶ່ງກໍລວມໄປເຖິງ ເຂດເສດຖະກິດ
ພິເພດ ສະຫວັນ ເຊໂນດ້ວຍ ທີ່ຍັງມີການພັດທະນາ ຢ່າງຊັກຊ້າໃນທຸກໆດ້ານ ທັງໆທີ່
ວ່າ ໄດ້ຖືກສ້າງຕັ້ງຂຶ້ນ ນັບແຕ່ປີ 2003 ເປັນຕົ້ນມາແລ້ວ.

ໂຮງງານຜະລິດກະບະນ້ອຍ ແຫ່ງນຶ່ງ ຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ.
ໂຮງງານຜະລິດກະບະນ້ອຍ ແຫ່ງນຶ່ງ ຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ.

ແຕ່ຢ່າງໃດກໍຕາມ ການທີ່ກຸ່ມບໍລິສັດ Nikken Sekkei ຈາກ
ຍີ່ປຸ່ນ ຊຶ່ງເປັນບໍລິສັດເອກະຊົນ ທີ່ມີຄວາມຊຳນານ ໃນການ
ວາງແຜນ ແລະອອກແບບການພັດທະນາ ເຂດເມືອງໃໝ່ ໃນ
ລະດັບສາກົນ ໄດ້ຕົກລົງໃຫ້ຄວາມຊ່ວຍເຫລືອ ໃນການພັດທະ
ນາເຂດເມືອງ ໃນແຂວງສະຫວັນນະເຂດ ເມື່ອບໍ່ນານມານີ້ ກໍເຮັດ
ໃຫ້ທາງການ ແຂວງສະຫວັນນະເຂດໝັ້ນໃຈວ່າ ຈະສົ່ງຜົນດີຕໍ່
ການຮອງຮັບ ການລົງທຶນຈາກຕ່າງປະເທດໃນລະຍະຍາວ.

ທັງນີ້ກໍເນື່ອງຈາກກວ່າກຸ່ມ ບໍລິສັດ Nikken Sekkei ຈະຊ່ວຍ
ເຫຼືອ ທາງການແຂວງສະຫວັນນະເຂດ ໃນການສຶກສາ ເພື່ອ
ການວາງແຜນຜັງ ແລະການພັດທະນາເຂດເມືອງໃໝ່ໃນ 2
ພື້ນທີ່ດ້ວຍກັນ ກໍຄືເຂດ ເທດສະບານແຂວງສະຫວັນນະເຂດ ແລະເຂດເຊໂນ ເມືອງໃໝ່
ທີ່ຕັ້ງຢູ່ໃນເຂດ ເມືອງອຸທຸມພອນ ເພາະເຫັນວ່າທັງສອງ ພື້ນທີ່ດັ່ງກ່າວນີ້ ຈະມີຄວາມສຳ
ຄັນຢ່າງຍິ່ງ ຕໍ່ການພັດທະນາການເຊື່ອມໂຍງ ທາງເສດຖະກິດ ລະຫວ່າງລາວ ກັບປະເທດ
ເພື່ອນບ້ານໃນເຂດລຸ່ມແມ່ນ້ຳຂອງ ໃນອະນາຄົດ ໂດຍສະເພາະ ແມ່ນການຮ່ວມມື ລະ ຫວ່າງປະເທດ ໃນເຂດລຸ່ມແມ່ນ້ຳຂອງນັ້ນ ກໍຍັງມີ ແຂວງສະຫວັນນະເຂດຕັ້ງຢູ່ໃຈກາງ
ອີກດ້ວຍ.

ເພາະສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງ ທຳການສຶກສາ ເພື່ອວາງແຜນການ
ພັດທະນາ ທັງສອງເຂດດັ່ງກ່າວນີ້ ຢ່າງລະອຽດ ແລະຮອບດ້ານ ໂດຍທີ່ສຳຄັນກໍຄື ການ
ວາງແຜນ ການຈັດສັນ ແລະການນຳໃຊ້ທີ່ດິນ ເຊັ່ນການຈັດສັນເຂດສະຖານທີ່ ບໍລິການ
ສາທາລະນະ ເຂດການຄ້າໃນຕົວເມືອງ ເຂດການຄ້າ ຢູ່ແຄມນ້ຳຂອງ ເຂດອາຄານສູງ
ເຂດໂຮງງານ ແລະເຂດສູນວິໄຈ ຄົ້ນຄວ້າເປັນຕົ້ນ.

ທັງນີ້ໂດຍສຳຫລັບ ແຜນການພັດທະນາ ໃນເຂດເທດສະບານ ແຂວງສະຫວັນນະເຂດ
ນັ້ນ ຈະມີເນື້ອທີ່ກວ້າງກວ່າ 7,000 ເຮັກຕາ ສ່ວນຢູ່ເຂດເຊໂນເມືອງໃໝ່ນັ້ນ ຈະມີເນື້ອທີ່
ປະມານ 300 ເຮັກຕາ ໂດຍກຸ່ມບໍລິສັດ Nikken Sekkei ໄດ້ຕົກລົງ ທີ່ຈະດຳເນີນການ
ໃຫ້ແລ້ວເສັດໃຫ້ໄວທີ່ສຸດ ເນື່ອງຈາກວ່າການພັດທະນາ ທັງສອງເຂດດັ່ງກ່າວ ຖືເປັນສ່ວນ
ສຳຄັນຂອງການ ພັດທະນາເຂດເສດຖະກິດພິເສດສະຫວັນ ເຊໂນ ທີ່ບໍລິສັດຍີ່ປຸ່ນ ໄດ້ເຂົ້າ
ມາລົງທຶນຫຼາຍຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງແຂວງສະຫວັນນະເຂດ ໃຫ້ການ
ຢືນຢັນວ່າ:

“ບັນດາຈຳນວນທີ່ວ່າເດັ່ນໆ ການລົງທຶນສະເພາະ ບໍລິສັດຍີ່ປຸ່ນຫັ້ນ ໜຶ່ງຫຼະແມ່ນ
ບໍລິສັດ Nikon ນີ້ຊຶ່ງວ່າຫາກໍໄດ້ເປີດການຜະລິດກ້ອງ Digital ໂຕໃຫຍ່ຫັ້ນ ເພື່ອ
ສົ່ງອອກ ຕ່າງປະເທດ ຕໍ່ມາກະແມ່ນ ບໍລິສັດ TOYOTA ຜະລິດຊິ້ນສ່ວນ ພາຍໃນ
ລົດຍົນ ເພື່ອສົ່ງອອກຄືກັນ ຕໍ່ມາກໍມີ LOGITECH ເຂົ້າມາເຮັດໃນດ້ານ Logistic
ແລະມີ OM ບໍລິສັດ ທີ່ມາເຮັດເລື້ອງປະເພດກົ່ວນີ້ ສົ່ງໃຫ້ ບໍລິສັດຕ່າງໆ ຂອງ
ຍີ່ປຸ່ນຫັ້ນ.”

ກ່ອນໜ້ານີ້ ອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ກໍລາຍງານວ່າ ບໍລິສັດ
ເອກະຊົນ ຂອງຍີ່ປຸ່ນຈະພາກັນຍ້າຍຖານ ການລົງທຶນ ຈາກຈີນ ແລະໄທ ເຂົ້າມາໃນລາວ
ຫຼາຍຂຶ້ນ ໃນລະຍະ ຕໍ່ໄປນີ້ ໂດຍມີສາເຫດມາຈາກ ຄ່າຈ້າງແຮງງານທີ່ປັບຕົວສູງຂຶ້ນ ຢ່າງ
ຕໍ່ເນື່ອງ ຢູ່ໃນປະເທດຈີນ ສ່ວນຢູ່ໃນໄທກໍມີທັງບັນຫາໄພນ້ຳຖ້ວມ ແລະບັນຫາຂັດແຍ້ງ
ທາງການເມືອງ.

ໂດຍຫຼ້າສຸດ ກໍໄດ້ມີການຮ່ວມລົງທຶນ ພັດທະນາເຂດເສດຖະກິດພິເສດ ສະຫວັນ ເຊໂນ
ລະຫວ່າງ ບໍລິສັດເຂດ ເສດຖະກິດພິເສດ ພະນົມເປັນ ຈຳກັດ ຂອງເອກະຊົນຍີ່ປຸ່ນ ກັບ
ບໍລິສັດນ້ຳທາ ກໍ່ສ້າງຂົວທາງຈຳກັດ ແລະອົງການຄຸ້ມຄອງ ເຂດເສດຖະກິດພິເສດ
ສະຫວັນ ເຊໂນ ທີ່ສ້າງຕັ້ງ ເປັນບໍລິສັດຮ່ວມທຶນ ທີ່ໃຊ້ຊື່ວ່າ ບໍລິສັດສະຫວັນ ຍີ່ປຸ່ນຮ່ວມ
ພັດທະນາຈຳກັດ ເພື່ອຮອງຮັບການລົງທຶນ ຂອງບັນດາບໍລິສັດ ຍີ່ປຸ່ນເປັນສຳຄັນ.

XS
SM
MD
LG