ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິນຄ້າສົ່ງອອກຂອງແຂວງສະຫວັນນະເຂດ ຂະຫຍາຍຕົວສູງກວ່າ 24% ໃນປີກາຍນີ້


ງານວາງສະແດງຜະລິດຕະພັນຂອງແຂວງສະຫວັນນະເຂດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້
ງານວາງສະແດງຜະລິດຕະພັນຂອງແຂວງສະຫວັນນະເຂດ ທີ່ຈັດຂຶ້ນໃນໝໍ່ໆ ມານີ້

ການສົ່ງອອກສິນຄ້າຂອງແຂວງສະຫວັນນະເຂດ ໃນຕະຫຼອດປີ 2011 ທີ່ຜ່ານມາເພີ່ມຂຶ້ນ ເກີນກ່ວາ 24% ສ່ວນການລົງທຶນຈາກຕ່າງປະເທດກໍມີມູນຄ່າທີ່ສະສົມຫຼາຍກ່ວາ 1,600 ລ້ານໂດລາແລ້ວໃນປັດຈຸບັນ.

ຫ້ອງການແຜນການ ແລະການລົງທຶນປະຈຳແຂວງສະຫວັນນະເຂດ ລາຍງານວ່າ
ໃນຕະຫຼອດປີ 2011 ທີ່ຜ່ານມາ ການສົ່ງອອກສິນຄ້າຈາກແຂວງສະຫວັນນະເຂດ ໄປຕ່າງປະເທດມີມູນຄ່າລວມທັງໝົດ 858.1 ລ້ານໂດລາ ຫຼືຄິດເປັນອັດຕາສະເລ່ຍ
ທີ່ເພີ່ມຂຶ້ນເຖິງ 24.2% ເມື່ອທຽບກັບປີ 2010 ໂດຍປະເທດຂອງສິນຄ້າທີ່ມີມູນຄ່າ ການສົ່ງອອກສູງທີ່ສຸດນັ້ນກໍແມ່ນຄຳ ແລະທອງແດງ,​ຕິດຕາມດ້ວຍຫີນຂາວ,​ໄມ້ແປ
ຮູບ, ແຜ່ນແພ,​ເສື້ອຜ້າສໍາເລັດຮູບ ແລະຜົນຜະລິດທາງດ້ານກະເສດຊະນິດຕ່າງໆ
ເຊັ່ນ ມັນຕົ້ນ, ນໍ້າຕານ,​ ໝາກກ້ວຍ, ​ຢາງບົງ ແລະເຄື່ອງຍ້ອມສີທໍາມະຊາດເປັນຕົ້ນ.

ສ່ວນໃນດ້ານການລົງທຶນນັ້ນກໍປະກົດວ່າ ຈົນເຖິງກາງເດືອນມັງກອນປີນີ້ ບັນດາບໍລິ
ສັດຕ່າງປະເທດໄດ້ເຂົ້າໄປລົງທຶນຢູ່ໃນແຂວງສະຫວັນນະເຂດຄິດເປັນມູນຄ່າສະສົມ
ທີ່ເກີນກ່ວາ 1,600 ລ້ານໂດລາແລ້ວ ຈາກການລົງທຶນໃນ 143 ໂຄງການ, ເຊິ່ງກໍເຮັດ
ໃຫ້ທົ່ວແຂວງສະຫວັນນະເຂດ ມີໂຮງງານອຸດສະຫະກຳທັງໝົດຫຼາຍກ່ວາ 2,100
ແຫ່ງ ໂດຍລວມທັງໂຮງງານຜະລິດຊິ້ນສ່ວນເຄື່ອງບິນໂບອິ້ງຈາກສະຫະລັດດ້ວຍ.

ທາງດ້ານທ່ານ ສຸພັນ ແກ້ວມີໄຊ, ເຈົ້າແຂວງ ແລະເລຂາພັກແຂວງສະຫວັນນະເຂດ
ກໍໄດ້ຖະແຫຼງຢືນຢັນວ່າ ເສດຖະກິດຂອງແຂວງໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງ
ຕໍ່ເນື່ອງໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ, ເຊິ່ງກໍໄດ້ເປັນຜົນເຮັດໃຫ້ຍອດຜະລິດຕະ
ພັນລວມ (GDP) ຂອງແຂວງໃນປີ 2011 ມີມູນຄ່າລວມທີ່ສາມາດສະເລ່ຍເປັນລາຍ
ຮັບຂອງປະຊາຊົນໃນແຂວງໄດ້ເຖິງ 903 ໂດລາ ຕໍ່ຄົນ ຕໍ່ປີ.

ການຂຸດຄົ້ນແຮ່ທອງແດງເພື່ອສົ່ງອອກທີ່ເຊໂປນ, ແຂວງ ສະຫວັນນະເຂດ
ການຂຸດຄົ້ນແຮ່ທອງແດງເພື່ອສົ່ງອອກທີ່ເຊໂປນ, ແຂວງ ສະຫວັນນະເຂດ

ພ້ອມດຽວກັນນີ້ ທ່ານສຸພັນ
ກໍໄດ້ສະແດງຄວາມເຊື່ອໝັ້ນ
ອີກດ້ວຍວ່າ ເສດຖະກິດ
ຂອງແຂວງຈະຂະຫຍາຍຕົວ
ໃນອັດຕາສະເລ່ຍລະຫວ່າງ
11%-12% ຕໍ່ປີນັບຈາກປັດ
ຈຸບັນໄປຈົນເຖິງປີ 2015 ຊຶ່ງ
ກໍຈະເປັນຜົນເຮັດໃຫ້ລາຍໄດ້
ສະເລ່ຍຂອງປະຊາຊົນລາວ
ໃນແຂວງເພີ່ມຂຶ້ນເປັນ 1,705
ໂດລາຕໍ່ຄົນພາຍໃນປີ 2015 ຫຼືວ່າເພີ່ມຂຶ້ນຈາກປີ 2005 ຄິດເປັນສັດສ່ວນທີ່ສູງກ່ວາ
3 ເທົ່າຕົວອີກດ້ວຍ.

ເຊິ່ງດ້ວຍສະພາບການດັ່ງກ່າວນີ້ ກໍຍັງໄດ້ເປັນຜົນເຮັດໃຫ້ອັດຕາສະເລ່ຍຄວາມຍາກຈົນ
ຂອງປະຊາຊົນໃນແຂວງລົດລົງຢ່າງຕັ້ງໜ້າອີກດ້ວຍ ໂດຍຈາກການສຳຫຼວດກໍພົບວ່າ ຈຳ ນວນປະຊາຊົນທີ່ຍາກຈົນໃນແຂວງໄດ້ຫຼຸດລົງຈາກ 24,965 ຄອບຄົວໃນປີ 2005 ມາ
ເປັນ 12,133 ຄອບຄົວໃນປີ 2010 ແລະກໍຈະລົດລົງເຫຼືອບໍ່ເກີນ 5,513 ຄອບຄົວ ໃນ
ປີ 2015 ຊຶ່ງກໍຈະເປັນຜົນເຮັດໃຫ້ແຂວງສະຫວັນນະເຂດເປັນເຂດທີ່ສາມາດລົບລ້າງ
ບັນຫາຄວາມຍາກຈົນໄດ້ຢ່າງສິ້ນເຊີງພາຍໃນປີ 2020 ນັ້ນເອງ.

ໂຮງງານຜະລິດສິນຄ້າແຫ່ງນຶ່ງໃນເຂດເສດຖະກິດພິ ເສດ ສະຫວັນ-ເຊໂນ
ໂຮງງານຜະລິດສິນຄ້າແຫ່ງນຶ່ງໃນເຂດເສດຖະກິດພິ ເສດ ສະຫວັນ-ເຊໂນ

ຍິ່ງໄປກ່ວານັ້ນ ທາງການແຂວງສະ
ຫວັນນະເຂດຍັງໄດ້ຄາດຫວັງອີກ
ດ້ວຍວ່າ ເສດຖະກິດພິເສດສະຫວັນ
-ເຊໂນ ຈະມີສ່ວນຢ່າງສຳຄັນໃນ
ການຊ່ວຍລົບລ້າງບັນຫາຄວາມ
ຍາກຈົນດັ່ງກ່າວ ທັ້ງນີ້ກໍດ້ວຍການ
ດຶງດູດເອົາການລົງທຶນຈາກຕ່າງ
ປະເທດເຂົ້າມາໃນເຂດເສດຖະກິດ
ພິເສດ ໃຫ້ນັບມື້ນັບຫຼາຍຂຶ້ນ ເຊິ່ງ ລວມເຖິງການສົ່ງເສີມການລົງທຶນ
ໃນເຂດຊົນນະບົດອີກດ້ວຍການ
ໃຫ້ສິດທິພິເສດຕ່າງໆຫຼາຍຂຶ້ນອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງແຂວງສະຫວັນນະ
ເຂດໄດ້ໃຫ້ການຊີ້ແຈງວ່າ:

ພວກເຮົາເຫັນດີນໍາກັນວ່າ ຈະຕ້ອງໄດ້ພ້ອມກັນແນະນໍາບັນດານັກທຸລະກິດ,
ຜູ້ລົງທຶນໃຫ້ໄປລົງທຶນໃນເຂດທຸກຍາກຫຼ້າຫຼັງຫຼາຍຂຶ້ນ ເຫັນວ່າຕ້ອງມີຄວາມ
ຈໍາເປັນອອກນະໂຍບາຍສົ່ງເສີມການລົງທຶນ ໃນເຂດທີ່ທຸກຍາກຫ່າງໄກ
ອກ
ຫຼີກນີ້ໃຫ້ໄວ ເພື່ອສົ່ງເສີມໃຫ້ເຂົາເຈົ້າ
ໄປລົງທຶນເພື່ອແກ້ໄຂຄວາມທຸກຍາກ.

ທາງດ້ານທ່ານ ບົວຄຳ ສີສຸລາດ, ຜູ້ວ່າການເຂດເສດຖະກິດພິເສດສະຫວັນ-ເຊໂນ ກໍໄດ້
ໃຫ້ການຢືນຢັນວ່າ ຈົນເຖິງປັດຈຸບັນມີບໍລິສັດຕ່າງຊາດທີ່ໄດ້ຮັບອະນຸຍາດໃຫ້ລົງທຶນໃນ
ເຂດເສດຖະກິດພິເສດແລ້ວຫຼາຍກ່ວາ 20 ບໍລິສັດ ແລະຍັງຈະມີບໍລິສັດຕ່າງຊາດອີກ
ຫຼາຍກ່ວາ 40 ບໍລິສັດ ທີ່ຈະເຂົ້າມາລົງທຶນຢູ່ໃນເຂດເສດຖະກິດພິເສດໃນປີ 2012 ນີ້.

XS
SM
MD
LG