ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງສະຫວັນນະເຂດ ສາມາດສົ່ງເຂົ້າ ໄປຂາຍໃຫ້ຈີນ ໄດ້ຫຼາຍກວ່າ 10,000 ໂຕນ


ທົ່ງນາປູກເຂົ້າແຫ່ງນຶ່ງ ຂອງຊາວນາລາວ ຢູ່ໃນແຂວງສະຫວັນນະເຂດ.
ທົ່ງນາປູກເຂົ້າແຫ່ງນຶ່ງ ຂອງຊາວນາລາວ ຢູ່ໃນແຂວງສະຫວັນນະເຂດ.

ກະເສດຕະກອນແຂວງສະຫວັນນະເຂດ ສາມາດສົ່ງຜົນຜະລິດເຂົ້າໄປຂາຍໃຫ້ຈີນ
ໄດ້ຫຼາຍກວ່າ 10,000 ໂຕນ ໃນປີ 2016 ເຖິງຕົ້ນປີ 2017 ແລະເຊື່ອວ່າຈະເພີ່ມຂຶ້ນ
ອີກຫລັງຈາກທີ່ໄດ້ປັບປຸງຄຸນນະພາບເຂົ້າດີຂຶ້ນ.

ທ່ານຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສະຫວັນນະເຂດ
ຊຶ່ງເປັນແຂວງນຶ່ງ ທີ່ຕ້ອງເພີ່ມການຜະລິດເຂົ້າ ເພື່ອຕອບສະໜອງການບໍລິໂພກພາຍ
ໃນປະເທດໃຫ້ພຽງພໍ ແລະຍັງມີສ່ວນເກີນສຳລັບສົ່ງອອກໄປຕ່າງປະເທດອີກດ້ວຍນັ້ນ
ກໍປາກົດວ່າ ຊາວນາໃນແຂວງສະຫວັນນະເຂດ ໄດ້ສົ່ງຜົນຜະລິດເຂົ້າ ໄປຂາຍຕ່າງ
ປະເທດ ໄດ້ແລ້ວຫຼາຍກວ່າ 10,000 ໂຕນ ໃນຕະຫລອດປີ 2016 ເຖິງ 3 ເດືອນຕົ້ນ ປີ 2017 ນີ້.

ເຈົ້າໜ້າທີ່ທ່ານນຶ່ງ ກຳລັງ ກວດສອບ ຄຸນນະພາບຂອງເຂົ້າ
ເຈົ້າໜ້າທີ່ທ່ານນຶ່ງ ກຳລັງ ກວດສອບ ຄຸນນະພາບຂອງເຂົ້າ

ຕະຫຼາດທີ່ສຳຄັນ ກໍຄືຈີນ ທັງຍັງເຊື່ອວ່າ ຈະສາມາດສົ່ງຜົນຜະລິດເຂົ້າ ໄປຂາຍ
ໃຫ້ຈີນໄດ້ເພີ່ມຂຶ້ນອີກ ໃນໄລຍະຕໍ່ໜ້ານີ້ ເພາະໃນປັດຈຸບັນ ທາງການແຂວງສະຫວັນ-
ນະເຂດ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການພັດທະນາຄຸນນະພາບເຂົ້າ ໃຫ້ດີຂຶ້ນ
ແລະເປັນທີ່ຕ້ອງການຂອງຈີນ ດັ່ງທີ່ທ່ານຄຳລຸຍ ຢືນຢັນວ່າ:

“ແຂວງສະຫວັນນະເຂດ ພວກເຮົາ ກໍແມ່ນແຂວງນຶ່ງຫັ້ນແຫລະທີ່ວ່າ ທາງລັດ
ຖະບານ ເພິ່ນໄດ້ມອບໝາຍ ໃຫ້ຜະລິດເຂົ້າເປັນສິນຄ້າ ແລະເຂົ້າທີ່ວ່າເຮົາ ສົ່ງຂາຍອອກຕ່າງປະເທດ ໂດຍສະເພາະແມ່ນດຽວນີ້ ພວກເຮົາກະສົ່ງຂາຍ
ອອກໄປຈີນ ລວມແລ້ວນີ້ ສະຫວັນນະຂດ ໃນປີ 2016 ກັບ 2017 ນີ້ ກາ
ປະມານ 10 ປາຍພັນໂຕນແລ້ວເດ້ ເວົ້າເລື່ອງນີ້ ພວກເຮົາຜະລິດ ແລະ
ກະສົ່ງ ອອກແລ້ວ ດຽວນີ້ ກະຫັນໄປເວົ້າເລື່ອງ ຄຸນນະພາບ.”

ຜູ້ປະກອບທຸລະກິດ ຄ້າຂາຍ ແລະ ສົ່ງອອກເຂົ້າລາວ
ຜູ້ປະກອບທຸລະກິດ ຄ້າຂາຍ ແລະ ສົ່ງອອກເຂົ້າລາວ

ກ່ອນໜ້ານີ້ ກະຊວງກະສິກຳ ແລະປ່າໄມ້ ລາຍງານວ່າ ໃນລະດູເກັບກ່ຽວປະຈຳປີ
2015-2016 ທີ່ຜ່ານມາ ກະເສດຕະກອນລາວ ສາມາດຜະລິດເຂົ້າໄດ້ ໃນປະລິ
ມານລວມກວ່າ 4 ລ້ານໂຕນ ໂດຍມີເນື້ອທີ່ປັກດຳນາປີ ແລະນາແຊງລວມກັນ
975,215 ເຮັກຕາ ແຕ່ກໍສາມາດສົ່ງຜົນຜະລິດເຂົ້າໄປຂາຍ ທີ່ຕ່າງປະເທດໄດ້ພຽງ
21,000 ໂຕນເທົ່ານັ້ນ ໂດຍເປັນຜົນກະທົບຈາກສະພາວະໂລກຮ້ອນ ທີ່ເຮັດໃຫ້
ສະພາບອາກາດບໍ່ມີຄວາມແນ່ນອນ ເຊັ່ນ ຝົນຕົກລ່າຊ້າ ແລະສະພາວະແຫ້ງແລ້ງ
ທີ່ແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າບໍ່ໄດ້ດີ ຫຼື ບໍ່ໄດ້ຕາມເປົ້າໝາຍແຜນການ
ທີ່ວາງເອົາໄວ້.

ໂດຍພາຍໃຕ້ສະພາວະດັ່ງກ່າວ ຍັງເຮັດໃຫ້ທາງການລາວຄາດໝາຍວ່າ ໃນປີ 2017
ນີ້ ກະເສດຕະກອນລາວ ຈະສາມາດສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໄດ້ ໃນ
ປະລິມານລວມ ບໍ່ເກີນ 20,000 ໂຕນ ເພາະຈະຕ້ອງຕອບສະໜອງ ການບໍລິໂພກ
ພາຍໃນປະເທດໃຫ້ພຽງພໍ ກັບຄວາມຕ້ອງການຂອງປະຊາຊົນລາວ ຊຶ່ງເປັນບຸລິມະ
ສິດເປັນໄປຕາມແຜນການຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານຂອງລັດຖະ
ບານລາວ ຊຸດປັດຈຸບັນ ນັ້ນເອງ.

ໂດຍໃນປີ 2016 ກະເສດຕະກອນລາວ ສາມາດຜະລິດສະບຽງອາຫານ ແລະສິນຄ້າ
ໄດ້ ເພີ່ມຂຶ້ນຈາກປີ 2015 ເຊັ່ນ ຜະລິດພືດຜັກຕ່າງໆໄດ້ 1.7 ລ້ານໂຕນ ສາລີຫວານ
27,950 ໂຕນ ເຜືອກມັນ 330,900 ໂຕນ ໝາກໄມ້ 1.33 ລ້ານໂຕນ ສາລີລ້ຽງສັດ
1.2 ລ້ານໂຕນ ອ້ອຍ 2.1 ລ້ານໂຕນ ຖົ່ວເຫລືອງ-ຖົ່ວດິນ ເກີນກວ່າ 85,310 ໂຕນ
ໝາກເດືອຍ 271,000 ໂຕນ ມັນຕົ້ນ 2.4 ລ້ານໂຕນ ຢາສູບ 66,800 ໂຕນ ແລະ
ຕອບສະໜອງຊີ້ນສັດ ໃຫ້ປະຊາຊົນລາວໄດ້ ທີ່ລະດັບ 65 ກິໂລກຣາມ ຕໍ່ຄົນຕໍ່ປີ
ແລະ ລັດຖະບານລາວ ຍັງໄດ້ວາງເປົ້າໝາຍ ທີ່ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້
ເຖິງ 5 ລ້ານໂຕນ ໃນປີ 2020 ອີກດ້ວຍ.

ທັງນີ້ ໂດຍໄດ້ກຳນົດເອົາພື້ນທີ່ 10​ ແຂວງໃຫ້ເປັນເຂດຈຸດສຸມ ໃນການປູກເຂົ້າ ຊຶ່ງ
ປະກອບດ້ວຍ ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ
ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ບໍ່ແກ້ວ ແລະນະຄອນວຽງຈັນ ໂດຍຈະມີຜົນຜະລິດ
ເຂົ້າລວມກັນ ຄິດເປັນ 85 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດ ຊຶ່ງໃນຕະຫລອດປີ
2016 ກະເສດຕະກອນລາວໃນເຂດ 10 ແຂວງດັ່ງກ່າວນີ້ ກໍສາມາດຜະລິດເຂົ້າໄດ້
3.4 ລ້ານໂຕນ ໂດຍມີເນື້ອທີ່ປູກເຂົ້າ ລວມກັນກວ້າງກວ່າ 786,000 ເຮັກຕາ ຫາກ
ແຕ່ວ່າ ໃນນີ້ກໍມີພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນ ເທົ່ານັ້ນທີ່ໄດ້ຮັບການ
ສະໜອງນ້ຳ ຈາກຄອງຊົນລະປະທານ.

XS
SM
MD
LG