ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ກອງກວດກາພາສີ ແຂວງ ສະຫວັນນະເຂດ ຍຶດລົດ ທີ່ລັກລອບນຳເຂົ້າ ລາວ ໄດ້ຫຼາຍກວ່າ 5,700 ຄັນ


ລົດລາຄາແພງຂອງລັດຖະບານ ລາວ ທີ່ຖືກນຳມາປະມູນຂາຍ.
ລົດລາຄາແພງຂອງລັດຖະບານ ລາວ ທີ່ຖືກນຳມາປະມູນຂາຍ.

ກອງກວດກາພາສີປະຈຳແຂວງ ສະຫວັນນະເຂດ ຍຶດຍານພາຫະນະທີ່ລັກລອບນຳ
ເຂົ້າ ລາວ ໄດ້ຫຼາຍກວ່າ 5,700 ຄັນ ແລະ ໃນນີ້ສາມາດແກ້ໄຂໃຫ້ຖືກຕ້ອງຕາມລະ
ບຽບກົດໝາຍໄດ້ແລ້ວ 2,716 ຄັນ.

ທ່ານ ຄຳພອນ ຫານຊະນະ ຮອງຫົວໜ້າກອງກວດກາພາສີປະຈຳແຂວງສະຫວັນນະ
ເຂດ ເປີດເຜີຍວ່າໃນຕະຫຼອດປີ 2017 ຜ່ານມາ ກອງກວດກາພາສີປະຈຳແຂວງສະ
ຫວັນນະເຂດ ສາມາດຍຶດ ແລະ ຂຶ້ນບັນຊີຍານພາຫະນະທີ່ລັກລອບນຳເຂົ້າມາໃນ
ແຂວງ ສະຫວັນນະເຂດ ໄດ້ທັງໝົດ 5,702 ຄັນ ໃນນີ້ເປັນລົດຈັກ 3,835 ຄັນ, ລົດ
ໃຫຍ່ 1,867 ຄັນ ແລະ ສາມາດແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍໄດ້ແລ້ວ
2,716 ຄັນ ແບ່ງເປັນລົດຈັກ 1,315 ຄັນ, ລົດໃຫຍ່ 1,401 ຄັນທີ່ເຮັດໃຫ້ແຂວງສະ
ຫວັນນະເຂດຈັດເກັບລາຍຮັບພາສີໄດ້ເຖິງ 51 ຕື້ກີບ ຊຶ່ງລື່ນແຜນການທີ່ວາງໄວ້ເຖິງ
42 ຕື້ກີບ.

ຊຶ່ງການກວດກາດັ່ງກ່າວເປັນການຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 142 ຂອງທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າດ້ວຍການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໃນທົ່ວ
ປະເທດລົງວັນທີ 25 ມັງກອນ 2017 ທີ່ຜ່ານມາ ໂດຍມອບໝາຍໃຫ້ກະຊວງການເງິນ
ແລະ ໜ່ວຍງານທີ່ກ່ຽວຂ້ອງດຳເນີນການກວດສອບ ແລະ ແກ້ໄຂຍານພາຫະນະທີ່ນຳ
ເຂົ້າບໍ່ຖືກຕ້ອງໃນທົ່ວປະເທດ ຊຶ່ງໃນເວລານັ້ນ ສະເພາະຢູ່ໃນເຂດນະຄອນຫຼວງວຽງ
ຈັນ ໄດ້ກວດພົບລົດຍົນທີ່ນຳເຂົ້າໂດຍຜິດກົດໝາຍ 5,639 ຄັນ ແລະ ຍັງບໍ່ລວມເຖິງ
ລົດຍົນອີກ 1,947 ຄັນທີ່ບໍລິສັດເອກະຊົນນຳເຂົ້າ ລາວ ເພື່ອສົ່ງຕໍ່ໄປປະເທດທີ 3 ແຕ່
ກໍຍັງຈອດຢູ່ສາງທ່ານາແລ້ງຈົນເຖິງປັດຈຸບັນ ເພາະມີພະນັກງານລັດກ່ຽວຂ້ອງດ້ວຍ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນອົງການກວດສອບແຫ່ງລັດໄດ້ໃຫ້ການຢືືນຢັນວ່າ.

"ບັນຫາທີ່ມັນເກີດຂຶ້ນໃນປັດຈຸບັນຄືພວກເຮົາມີຜູ້ບໍລິການແຈ້ງພາສີເຖື່ອນນີ້ນະມັນ
ຫຼາຍ ແລ້ວໄປເຮັດໜ້າທີ່ນຳເຂົ້າສິນຄ້າໃນຜູ້ນຳເຂົ້າ-ສົ່ງອອກ ຈຸນີ້ລະສ້າງບັນຫາໃຫ້
ລະບົບຄວາມບໍ່ໂປ່ງໃສ ທັງຊື້ຈ້າງພະນັກງານ ທັງນຳສິນຄາເຂົ້າມາບໍ່ຖືກຕາມຈຳນວນ
ແລະ ຕ່າງໆ ດັ່ງນັ້ນ ຕໍ່ໄປນີ້ພວກເຮົາສິໄດ້ດັດສົມ ໝາຍຄວາມວ່າຜູ້ທີ່ເຮັດການບໍລິ
ການແຈ້ງພາສີໂດຍລຳພັງຈະຕ້ອງໄດ້ມາຂຶ້ນທະບຽນ ຈະຕ້ອງໄດ້ມາຝຶກອົບຮົມ, ມາ
ເຂົ້າລະບົບ, ສອງມານີ້ຈະຕ້ອງໄດ້ຕັ້ງຄືກັບມາດຕະຖານສາກົນ ເຂົາເຈົ້າກໍມີບໍລິສັດບໍ
ລິການແຈ້ງພາສີ, ຊຶ່ງເຮັດໜ້າທີ່ຄໍ້າປະກັນມາດຕະການພາສີໂດຍກົງ."

ໂດຍອີງຕາມລາຍງານຂອງກົມພາສີ, ກະຊວງການເງິນ ລະບຸວ່າ ໃນສົກປີ 2015-
2016 ທີ່ຜ່ານມາຂະແໜງການພາສີ ໄດ້ວາງແຜນການຈັດເກັບລາຍຮັບຈາການນຳ
ເຂົ້າຍານພາຫະນະໃຫ້ໄດ້ 2,426 ຕື້ກີບຫາກແຕ່ກໍສາມາດຈັດເກັບຕົວຈິງໄດ້ພຽງ
1,828 ຕື້ກີບ ຄິດເປັນ 75.34 ເປີເຊັນຂອງແຜນການເທົ່ານັ້ນ ຊຶ່ງກໍມີສາເຫດມາຈາກ
ການນຳເຂົ້າລົດຍົນບໍ່ຖືກຕ້ອງຕາມກົດໝາຍດັ່ງກ່າວ ໃນນີ້ກໍລວມເຖິງລົດຍົນທີ່ນຳເຂົ້າ
ໂດຍກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບດ້ວຍ 1,254 ຄັນ.

ທາງດ້ານທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫຼງ
ວ່າໃນຮອບປີຜ່ານມາ ອົງການກວດສອບແຫ່ງລັດ ໄດ້ກວດພົບວ່າລັດຖະບານ ລາວ
ສູນເສຍລາຍຮັບໄປຄິດເປັນມູນຄ່າຫຼາຍກວ່າ 2,000 ຕື້ກີບ ຫຼື ເກີນກວ່າ 250 ລ້ານ
ໂດລາໂດຍມີສາເຫດມາຈາກການທີ່ກົມພາສີໄດ້ມີການຍົກເວັ້ນພາສີນຳເຂົ້ານໍ້າມັນ ແລະ
ຍານພາຫະນະໃຫ້ແກ່ບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດ
ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2014-2015 ຂອງລັດຖະບານຄິດເປັນ
ມູນຄ່າລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ເປັນລາຍຮັບຈາກສ່ວຍສາອາກອນ,
ລາຍຮັບຈາກຊັບສິນຂອງລັດ, ລາຍຮັບຈາກການຂາຍໄມ້, ລາຍຮັບຈາກການຫັນຊັບ
ສິນເປັນທຶນ ແລະ ອື່ນໆ.

ທາງດ້ານໜ່ວຍສະເພາະກິດຂອງລັດຖະບານ ລາວ ກໍໄດ້ກວດພົບການສູນເສຍລາຍ
ຮັບຂອງລັດຖະບານຫຼາຍ 6,000 ຕື້ກີບ ອັນເກີດຈາກການຈັດຕັ້ງປະຕິບັດໂຄງການທີ່
ບໍ່ຜ່ານການເຫັນຊອບຂອງກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງ
ທຶນຈຳນວນ 56 ໂຄງການໃນຊ່ວງປີ 2016-2017.

XS
SM
MD
LG