ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການ ແຂວງສະຫວັນນະເຂດ ຍຶດເງິນ ແລະ ຊັບສິນ ຄືນຈາກບັນດາພະນັກງານ ທຸຈະລິດ


ພິທີ ມອບ-ຮັບ ໜ້າທີ່ ເຈົ້າແຂວງໆ ສະຫວັນນະເຂດ ລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ຄົນເກົ່າ ແລະ ທ່ານ ສັນຕິພາບ ພົມວິຫານ ຄົນໃໝ່
ພິທີ ມອບ-ຮັບ ໜ້າທີ່ ເຈົ້າແຂວງໆ ສະຫວັນນະເຂດ ລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ຄົນເກົ່າ ແລະ ທ່ານ ສັນຕິພາບ ພົມວິຫານ ຄົນໃໝ່

ທາງການແຂວງສະຫວັນນະເຂດ ສາມາດຍຶດຄືນເງິນ ແລະຊັບສິນຈາກບັນດາພະນັກ ງານ ທຸຈະລິດ ໄດ້ເກືອບ 5 ຕື້ກີບ ຫລັງຈາກສະຫະລັດ ໄດ້ຝຶກອົບຮົມພະນັກງານກວດກາ ພັກ- ລັດໃນລາວແລ້ວນັ້ນ.

ກອງປະຊຸມສະຫລຸບວຽກງານກວດກາປະຈຳປີ 2016 ຂອງກະຊວງການເງິນ ລາຍງານ ການກວດກາສະພາບການສໍ້ລາດບັງຫຼວງ ໃນຂະແໜງການເງິນແຂວງສະຫວັນນະເຂດ ເມື່ອບໍ່ນານມານີ້ ວ່າ ໄດ້ກວດພົບການເບີກຈ່າຍ ທີ່ບໍ່ຖືກຕ້ອງຕາມລະບຽບການເງິນ ແລະ ມີການປອມແປງເອກະສານ ເພື່ອຫລົບລ່ຽງການສົ່ງລາຍຮັບເຂົ້າງົບປະມານ ຄິດເປັນມູນ ຄ່າລວມ ຫຼາຍກວ່າ 6 ຕື້ກີບ.

ແຜນທີ່ ຈັດອັນດັບ ການສໍ້ລາດບັງຫຼວງ ໃນປະເທດ ຢູ່ຂົງເຂດເອເຊຍ
ແຜນທີ່ ຈັດອັນດັບ ການສໍ້ລາດບັງຫຼວງ ໃນປະເທດ ຢູ່ຂົງເຂດເອເຊຍ

ທັງນີ້ ໂດຍຈາກການກວດກາດັ່ງກ່າວ ພົບວ່າພາກສ່ວນທີ່ເຮັດໃຫ້ເກີດການເສຍຫາຍ ຫຼາຍທີ່ສຸດ ກໍຄືການເກັບອາກອນບຸກເບີກສວນອ້ອຍ ທີ່ເມືອງໄຊບູລີ ດ້ວຍການປອມແປງ ໃບເກັບເງິນອາກອນ ແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນ ຄິດເປັນມູນຄ່າການເສຍຫາຍ ຫຼາຍກວ່າ 3 ຕື້ກີບ ສ່ວນການເກັບອາກອນໄມ້ ຢູ່ດ່ານແດນສະຫວັນ ກໍມີການຍັກຍອກ ເອົາເງິນຂອງລັດໄປ ຫຼາຍກວ່າ 1 ຕື້ກີບ ເຊັ່ນດຽວກັນກັບ ການເກັບຄ່າທຳນຽມພາຫະນະ ແລະ ຜູ້ໂດຍສານຜ່ານສະພານມິດຕະພາບແຫ່ງທີ 2 ກໍປາກົດວ່າ ບໍ່ໄດ້ມີການສົ່ງລາຍຮັບ ຫຼາຍກວ່າ 1 ຕື້ກີບ ທັງຍັງກວດພົບເງິນຜິິດດ່ຽງການເບີກຈ່າຍ ທີ່ບໍ່ມີເອກະສານຢັ້ງຢືນ ອີກຫຼາຍກວ່າ 885 ລ້ານກີບ ຊຶ່ງເປັນການຈັດຕັ້ງປະຕິບັດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ງົບປະມານແຫ່ງລັດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການອະທິບາຍວ່າ:

“ຕາມການລາຍງານຂອງການກວດສອບແຫ່ງລັດ ເຫັນວ່າ ໄດ້ມີການລະເມີດ ລະບຽບ ການເງິນຂອງຫົວໜ່ວຍງົບປະມານ ສ່ວນໃຫຍ່ແມ່ນມາຈາກ ການຂຶ້ນແຜນລາຍຮັບ- ລາຍຈ່າຍ ຂອງບາງຫົວໜ່ວຍງົບປະມານ ຍັງບໍ່ທັນສົມຄູ່ກັບທ່າແຮງ ທີ່ມີຕົວຈິງຂອງ ຕົນ ໂດຍສະເພາະແມ່ນລາຍຮັບວິຊາການ ເງິນກອງທຶນ ແຕ່ອັນທີ່ໜ້າເປັນຫ່ວງກວ່າ ໝູ່ ກໍຄືຫົວໜ່ວຍງົບປະມານ ຈຳນວນໜຶ່ງ ຍັງຖືເບົາການປະຕິບັດຕາມລະບຽບ ກົດ ໝາຍ ຍັງຄົງສືບຕໍ່ມີສອງລະບົບບັນຊີ ຊຶ່ງບໍ່ສອດຄ້ອງກັບມາດຕາ 6 ຂໍ້ 1 ຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ.”

ແຕ່ຢ່າງໃດກໍຕາມ ກົມກວດກາການເງິນ ແລະຫ້ອງການກວດກາການເງິນ ແຂວງ ສະຫວັນນະເຂດ ໄດ້ດຳເນີນມາດຕະການຍຶດຄືນເງິນ ແລະ ຊັບສິນຈາກບັນດາ ພະນັກງານ ທຸຈະລິດ ດັ່ງກ່າວ ໄດ້ແລ້ວເກືອບເຖິງ 5 ຕື້ກີບ ຫຼືຄິດເປັນ 83 ເປີເຊັນ ຂອງ ການເສຍຫາຍທັງໝົດ ຊຶ່ງຖືວ່າ ມີປະສິດທິພາບສູງໃນການຈັດຕັ້ງປະຕິບັດດັ່ງກ່າວ ທີ່ເປັນຜົນຈາກການທີ່ສະພາ ທະນາຍຄວາມຂອງສະຫະລັດອາເມຣິການ ແລະ ສະຖານ ທູດສະຫະລັດ ປະຈຳ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ກັບພະນັກງານ 77 ຄົນຂອງຄະນະກວດກາສູນກາງພັກ-ລັດ ແລະ 37 ໜ່ວຍງານກ່ຽວຂ້ອງ ໃນທົ່ວປະເທດລາວ ເມື່ອບໍ່ນານມານີ້ ຢູ່ທີ່ນະຄອນວຽງຈັນ.

ໂດຍເປົ້າໝາຍສຳຄັນຂອງການຈັດການຝຶກອົບຮົມ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ອົງການກວດ ກາໃນລາວ ສາມາດນຳໃຊ້ກົດໝາຍເພື່ອຕ້ານການສໍ້ລາດບັງຫຼວງໄດ້ຢ່າງມີປະສິດທິພາບ ຮວມເຖິງການນຳໃຊ້ກົດໝາຍອື່ນໆ ແລະສົນທິສັນຍາຕ່າງໆ ທີ່ກ່ຽວຂ້ອງໃຫ້ໄດ້ ຢ່າງມີ ປະສິດທິຜົນນັ້ນ ແລະທີ່ສຳຄັນບັນດາພະນັກງານກວດກາຂອງລາວ ທັງ 77 ຄົນ ຍັງໄດ້ ຮຽນຮູ້ກ່ຽວກັບລະບົບ ແລະທັກຊະຕ່າງໆ ໃນການກວດກາ ການສືບສວນ-ສອບສວນ ແລະ ການກູ້ເອົາຊັບສິນຂອງລັດ ກັບຄືນມາອີກດ້ວຍ.

ໂດຍກ່ອນໜ້ານີ້ ຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນຕະຫຼອດປີ 2015 ທີ່ຜ່ານມາ ໄດ້ດຳເນີນການກວດກາ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນວຽງຈັນ ພົບວ່າ ການສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດ ໃນ ທົ່ວປະເທດ ໄດ້ເຮັດໃຫ້ລັດຖະບານສູນເສຍ ລາຍຮັບ ແລະງົບປະມານ ໄປເປັນມູນຄ່າ ລວມເຖິງ 3,034.3 ຕື້ກີບ ຫຼື 373 ລ້ານໂດລາ ຊຶ່ງໃນນີ້ ກໍສາມາດຍຶດຄືນມາໄດ້ພຽງ 467.59 ຕື້ກີບ ຫຼື ຄິດເປັນ 15 ເປີເຊັນ ເທົ່ານັ້ນ.

ພ້ອມກັນນີ້ ຄະນະກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດ ຕໍ່ພະນັກ ງານລັດ ຈຳນວນ 95 ຄົນ ທີ່ທຸຈະລິດ ແລະໄດ້ຍັກຍອກເອົາງົບປະມານຂອງລັດໄປ ຫຼາຍ ກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນ ເປັນພະນັກງານຂອງແຂວງອຸດົມໄຊ 22 ຄົນ ເປັນ ພະນັກງານທະນາຄານແຫ່ງຊາດ ແລະ 11 ຄົນ ເປັນພະນັກງານໃນກະຊວງການເງິນ ຕາມລຳດັບ.

XS
SM
MD
LG