ຊາອຸດີ ອາຣາເບຍ ໄດ້ຕົກລົງທີ່ຈະໃຫ້ ປາກິສຖານ ກູ້ມຢືມເງິນສົດ 3 ພັນລ້ານໂດລາ
ແລະ ອະນຸຍາດໃຫ້ລັດຖະບານ ອິສລາມາບັດ ເລື່ອນເວລາການຈ່າຍຄ່ານຳເຂົ້ານ້ຳມັນ
ທີ່ມີມູນຄ່າ 3 ພັນລ້ານໂດລາເປັນໄລຍະເວລານຶ່ງປີ ເພື່ອຊ່ວຍເຫຼືອປະເທດດັ່ງກ່າວ
ແກ້ໄຂວິກິດດຸນການຊຳລະເງິນ.
ລັດຖະບານ ປາກິສຖານ ໄດ້ປະກາດລາຍລະອຽດ ໃນວັນອັງຄານວານນີ້ ໃນຕອນ
ທ້າຍຂອງການຢ້ຽມຢາມນະຄອນຫຼວງ ຣີຢາດ ຢ່າງເປັນທາງການຂອງນາຍົກລັດຖະ
ມົນຕີ ອິມຣານ ຄານ, ເຊິ່ງທ່ານໄດ້ພົບປະກັບຄະນະນຳພາຂອງ ຊາອຸດີ ອາຣາເບຍ
ແລະ ໄດ້ເຂົ້າຮ່ວມກອງປະຊຸມການລົງທຶນ ທີ່ບໍ່ເຂົ້າຮ່ວມ ໂດຍຜູ້ນຳໂລກຄົນອື່ນໆ
ຫຼາຍຄົນ ກ່ຽວກັບ ການຕາຍຂອງນັກຂ່າວຕໍ່ຕ້ານ ຊາອຸດີ ອາເຣເບຍທ່ານ ຈາມາລ
ຄາຊອກກີ ຢູ່ສະຖານກົງສຸນໃນນະຄອນ ອິສຕັນບູລ.
ກະຊວງການຕ່າງປະເທດ ປາກິສຖານ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ເຂົາ
ເຈົ້າໄດ້ຕົກລົງກັນວ່າ ຊາອຸດີ ອາຣາເບຍ ຈະຊຳລະເງິນ 3 ພັນລ້ານໂດລາສຳລັບໄລ
ຍະເວລານຶ່ງປີ ເພື່ອການສະໜັບສະໜູນດຸນການຊຳລະເງິນ. ເຂົາເຈົ້າຍັງໄດ້ຕົກລົງ
ກັນວ່າ ການອຳນວຍຄວາມສະດວກ ໃນການເລື່ອນເວລາການຊຳລະເງິນນຶ່ງປີ ສຳ
ລັບການນຳເຂົ້ານ້ຳມັນ, ເຊິ່ງຫຼາຍເຖິງ 3 ພັນລ້ານໂດລານັ້ນ, ຈະຖືກສະໜອງໃຫ້ໂດຍ
ຊາອຸດີ ອາຣາເບຍ. ເຂົາເຈົ້າໄດ້ກ່າວເພີ່ມເຕີມວ່າ ການຈັດການດັ່ງກ່າວນີ້ ຈະໄດ້ດຳ
ເນີນເປັນເວລາ 3 ປີ, ເຊິ່ງຈະຖືກກວດສອບອີກຫຼັງຈາກນັ້ນ.”
ກະຊວງໄດ້ກ່າວເນັ້ນວ່າ ການປຶກສາຫາລືຂອງທ່ານ ຄານ ກັບກະສັດ ຊາລມານ ບິນ
ອັບດຸລ ອາຊິສ (Salman bin Abdul Aziz) ກັບອົງມົງກຸດ ມູຮຳມັດ ບິນ ຊາລມານ
ໄດ້ນຳໄປສູ່ “ການຕັດສິນໃຈທີ່ກວ້າງຂວາງ ກ່ຽວກັບ ການຮ່ວມມືສອງຝ່າຍດ້ານເສດ
ຖະກິດ ແລະ ການເງິນ.”
ທ່ານ ຄານ ໄດ້ກ່າວກ່ອນໜ້ານີ້ ທີ່ກອງປະຊຸມລິເລີ່ມການລົງທຶນໃນອະນາຄົດ ວ່າລັດ
ຖະບານຂອງທ່ານ ໄດ້ຊອກກູ້ຢືມເງິນຢ່າງຮີບດ່ວນຈາກ “ບັນດາລັດຖະບານທີ່ເປັນມິດ”
ແລະ ອົງການກອງທຶນສາກົນ ຫຼື IMF ເພື່ອຄ້ຳຈູນຄັງສະກຸນເງິນຕາຕ່າງປະເທດທີ່ກຳ
ລັງຫຼຸດລົງຂອງ ປາກິສຖານ ແລະ ຈ່າຍຄ່ານຳເຂົ້າສິນຄ້າຕ່າງໆ.
ທ່ານ ຄານ ໄດ້ອະທິບາຍເມື່ອຖືກຖາມວ່າ ທ່ານຈະຈັດການກັບວິກິດການດ້ານການເງິນ
ທີ່ປະເທດຂອງທ່ານກຳລັງປະເຊີນຢູ່ແນວໃດນັ້ນວ່າ “ແມ່ນແລ້ວ, ພວກເຮົາກຳລັງລົມ
ກັບອົງການ IMF. ສິ່ງທີ່ພວກເຮົາກຳລັງຫວັງຢູ່ກໍແມ່ນ ພວກເຮົາສາມາດເຮັດທັງສອງ
ຢ່າງໄ ດ້ແນວລະໜ້ອຍ, ເຊິ່ງແມ່ນການກູ້ຢືມເງິນ ຈາກບັນດາລັດຖະບານທີ່ເປັນມິດ,
ໃນເວລາດຽວກັນ ກໍກູ້ຢືມເງິນຈາກອົງການ IMF ແລະ ເພື່ອຜ່ານຜ່າໄລຍະເວລາທີ່
ຫຍຸ້ງຍາກນີ້ໃຫ້ໄດ້.”
ລັດຖະມົນຕີການເງິນ ປາກິສຖານ ທ່ານ ອາຊາດ ອູມາ ໄດ້ກະປະມານວ່າ ປະເທດ
ຂອງທ່ານຕ້ອງການເງິນປະມານ 12 ພັນລ້ານໂດລາເພື່ອບັນລຸພັນທະຂອງເຂົາເຈົ້າ.