ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງແນວໂຮມ ກ່າວວ່າ ການໂຈມຕີ ທາງອາກາດ ສັງຫານຜູ້ນຳ ຮູຕີ 2 ຄົນ ໃນເຢເມນ


ພວກສະໜັບສະໜູນ ກະບົດຮູຕີ ໃນເຢເມນ ເຕົ້າໂຮມກັນ ຢູໃນນະຄອນຊານາອາ ວັນທີ 26 ເມສາ, 2018 ຕໍ່ຕ້ານການສັງຫານຫົວໜ້າ ການເມືອງຂອງຕົນ.
ພວກສະໜັບສະໜູນ ກະບົດຮູຕີ ໃນເຢເມນ ເຕົ້າໂຮມກັນ ຢູໃນນະຄອນຊານາອາ ວັນທີ 26 ເມສາ, 2018 ຕໍ່ຕ້ານການສັງຫານຫົວໜ້າ ການເມືອງຂອງຕົນ.

ການໂຈມ​ຕີ​ທາງ​ອາກາດ​ຂອງ ກຳລັງ​ແນວ​ໂຮມ​ພາຍ​ໃຕ້​ກາ​ນນຳພາ​ຂອງ​ຊາ​ອຸ​ດີ ອາຣາ
​ເບຍ ຢູ່​ໃນ​ນະຄອນຫຼວງເຢ​ເມນ ​ໄດ້​ສັງຫານ​ຜູ້ນຳ​ສອງ​ຄົນ​ຂອງກຸ່ມ​ຕິດ​ອາວຸດ​ຮູ​ຕີ.

ບໍ່​ໄດ້​ເປັນ​ທີ່​ແຈ້ງ​ຂາວໃນ​ທັນ​ທີວ່າມີ​ຄົນ​ອື່ນໆ​ເສຍ​ຊີ​ວິດ​ ຫຼື​ໄດ້​ຮັບ​ບາດ​ເຈັບຫຼື​ບໍ່ ​ໃນ​ການ
​ໂຈມ​ຕີ​ຢຸູ່ນະຄອນຊາ​ນາອາ. ​ໂທລະພາບ​ຂອງ​ລັດຖະບານ​ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ກ່າວ
​ວ່າ​ມີ​ຈຳນວນຜູ້​ເສຍ​ຊິວິດຫຼາຍ​ກວ່າ 50 ຄົນ ​ໃນ​ຂະນະ​ທີ່ ​ໂທລະພາບອາລ-ອາຣາ​ເບຍ
ກ່າວ​ວ່າ​ ພວກ​ກະບົດ ຢ່າງ​ໜ້ອຍ 38 ຄົນ ໄດ້​ເສຍ​ຊີວິດ ​ຢູ່ໃນ​ການ​ໂຈມ​ຕີ​ທີ່ຕຶກ​ກະຊວງ
​ພາຍ​ໃນ ​ຂອງ​ຮູ​ຕີ.

ຫຼາຍ​ກວ່າສອງ​ລ້ານ​ຄົນ​ໄດ້​ກາຍເປັນ​ອົບ​ພະຍົບ​ປະ​ເທດເຢ​ເມນ ນັບ​ແຕ່​ເດືອນ​ມີນາ​ ປີ
2015. ນັ້ນ​ແມ່ນ​ເວລາ​ທີ່​ແນວ​ໂຮມ ພາຍ​ໃຕ້​ກາ​ນຳພາ ຊາອຸ​ດີ ອາ​ຣາ​ເບຍ ​ເລີ້ມຖີ້ມລະ
​ເບີດ​ໃສ່​ພວກ​ກະບົດ​ຮູ​ຕີ ​ໃນ​ການ​ສະໜັບສະໜູນ​ລັດຖະບານ​ເຢ​ເມນ.

​ເຢ​ເມນ​ ​ເປັນ​ບ່ອນ​ທີ່ເກີດວິ​ກິດ​ການ​ມະນຸດສະທຳ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ມີ​ຫຼາຍ​ກວ່າ 22
ລ້ານ​ຄົນ ທີ່​ຕ້ອງການ ການ​ຊ່ວຍເຫຼືອ ດ້ານ​ມະນຸດສະທຳ. ບັນດາ​ອົງການ​ຊ່ວ​ຍ​ເຫຼືອ
ເຕືອນ​ຄວາມ​ຕ້ອງ​ການ ການ​ຊ່ວຍ​ເຫຼືອ​ທະ​ວີ​ເພີ້​ມຂຶ້ນຍ້ອນຍັງ​ມີ​ການແຍ້​ງ ​ເສດຖະກິດ
​ລົ້ມ​ແຫຼວ ຂາດການບໍລິການ​ດ້ານ ​ສັງຄົມ​ສົງ​ເຄາະ ​ແລະ​ຊີວິດ​ການ​ເປັນ​ຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG