ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາຣາເບຍ ສາມາດ ສະກັດກັ້ນ ລູກສອນໄຟ ຍິງເຂົ້າມາ ຈາກພວກກະບົດ ເຢເມນ


ພວກຫົວຮຸນແຮງ ຮູຕີຂອງເຢເມນ ເຂົ້າຮ່ວມໃນການເດີນສວນ
ສະໜາມ ທີ່ໄດ້ຈັດຂຶ້ນ ເພື່ອເປັນຂີດໝາຍ ຂອງການແຊກແຊງ
ທາງດ້ານທະຫານ ຂອງຊາອຸດີ ອາຣາເບຍ ຄົບ 1000 ວັນ ໃນ
ບັນຫາຂັດແຍ່ງ ຂອງຊາວເຢເມນ, ໃນນະຄອນຫຼວງ ຊານາອາ ຂອງເຢເມນ, ວັນທີ 19 ທັນວາ 2017.
ພວກຫົວຮຸນແຮງ ຮູຕີຂອງເຢເມນ ເຂົ້າຮ່ວມໃນການເດີນສວນ ສະໜາມ ທີ່ໄດ້ຈັດຂຶ້ນ ເພື່ອເປັນຂີດໝາຍ ຂອງການແຊກແຊງ ທາງດ້ານທະຫານ ຂອງຊາອຸດີ ອາຣາເບຍ ຄົບ 1000 ວັນ ໃນ ບັນຫາຂັດແຍ່ງ ຂອງຊາວເຢເມນ, ໃນນະຄອນຫຼວງ ຊານາອາ ຂອງເຢເມນ, ວັນທີ 19 ທັນວາ 2017.

ພວກກະບົດຮູຕີຂອງເຢເມນ ໄດ້ຍິງລູກສອນໄຟລູກນຶ່ງ ເຂົ້າໃສ່ນະຄອນຫຼວງຂອງ
ຊາອຸດີ ອາຣາເບຍ ໃນວັນອັງຄານວານນີ້ ໂດຍກ່າວວ່າ ເປັນການແນໃສ່ ປະສາດ
ຢາມາມາ ຂອງນະຄອນ ຣິຢາດ.

ກຸ່ມພັນທະມິດ ນຳພາໂດຍຊາອຸດີ ທີ່ໄດ້ທຳການຕໍ່ສູ້ ກັບພວກຮູຕີມາ ເປັນເວລາເກືອບ
3 ປີ ກ່າວວ່າ ຕົນສາມາດສະກັດກັ້ນລູກສອນໄຟດັ່ງກ່າວໄດ້. ສື່ມວນຊົນຂອງທາງການ
ໄດ້ລາຍງານວ່າ ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ຕຶກສູງທັງຫຼາຍ ສາມາດເຫັນໄດ້ ຢູ່ໃນພາບນີ້ ຢູ່ໃນນະຄອນຫຼວງ ຣິຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 18 ທັນວາ 2017.
ຕຶກສູງທັງຫຼາຍ ສາມາດເຫັນໄດ້ ຢູ່ໃນພາບນີ້ ຢູ່ໃນນະຄອນຫຼວງ ຣິຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 18 ທັນວາ 2017.

ການໂຈມຕີດ້ວຍລູກສອນໄຟ ເມື່ອເດືອນແລ້ວນີ້ ໄດ້ເຮັດໃຫ້ກຸ່ມພັນທະມິດ ປິດເສັ້ນ
ທາງຕ່າງໆ ເຂົ້າໄປຍັງເຢເມນ ເປັນການຊົ່ວຄາວ ເຊັ່ນວ່າ ນ່ານຟ້າ ທາງດິນ ແລະ
ທາງທະເລ. ເຊິ່ງຣິຢາດ ຖົກຖຽງວ່າ ການເຄື່ອນໄຫວນັ້ນ ແມ່ນມີຄວາມຈຳເປັນ ເພື່ອ
ຮັບປະກັນວ່າ ເຕຫະຣ່ານ ຈະບໍ່ສາມາດສົ່ງອາວຸດໄປໃຫ້ພວກຮູຕີ ໂດຍກ່າວຕື່ມວ່າ
ຕົນເຫັນວ່າ ການກະທຳຂອງອີຣ່ານນັ້ນ ເປັນ “ການກະທຳກໍ່ສົງຄາມ.”

ອີຣ່ານ ສະໜັບສະໜູນ ພວກກະບົດ ແຕ່ປະຕິເສດວ່າບໍ່ໄດ້ສະໜອງອາວຸດໃດໆ
ໃຫ້ແກ່ພວກເຂົາ. ອີຣ່ານ ຍັງໄດ້ຕຳນິ ຊາອຸດີ ອາຣາເບຍ ວ່າ ປະຕິບັດການດ້ານ
ການທະຫານ ຢູ່ໃນເຢເມນ ແລະ ອັນທີ່ຕົນ ເອີ້ນວ່າ “ການຂົ່ມຂູ່ຢູ່ໃນຂົງເຂດ.”

ຢູ່ໃນນະຄອນນິວຢອກ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ຮັບຟັງ
ລາຍງານປະຈຳເຄິ່ງປີ ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂໍ້ຕົກລົງ ທີ່ໄດ້ຮັບຮອງເອົາ
ເມື່ອປີ 2015 ເພື່ອກີດກັນ ບໍ່ໃຫ້ອີຣ່ານສ້າງລະເບີດນິວເຄລຍ. ເອກອັກຄະລັດຖະທູດ
ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ ນິກກີ້ ເຮລີ ໄດ້ໃຊ້ວາລະການປະຊຸມ
ດັ່ງກ່າວ ເພື່ອຍົກເລື່ອງຂໍ້ກ່າວຫາ ການສົ່ງອາວຸດຕ່າງໆ ຂອງອີຣ່ານ ໃຫ້ແກ່ເຢເມນ
ເຊິ່ງ ຖ້າຖືກຢັ້ງຢືນວ່າ ເປັນຄວາມຈິງ ກໍຈະເປັນການລະເມີດ ທັງ ການຫ້າມຂອງ
ສາກົນຕໍ່ອີຣ່ານ ໃນການສົ່ງອາວຸດໃຫ້ແກ່ພວກຮູຕີ ນັ້ນ.

“ໃນຂະນະທີ່ພວກເຮົາ ຍັງບໍ່ທັນໄດ້ຮັບຂໍ້ມູນທີ່ພຽງພໍເທື່ອ ສະເພາະການໂຈມຕີນີ້ ມັນ
ກໍເປັນລັກສະນະທັງໝົດ ແບບຂອງການໂຈມຕີທັງຫຼາຍ ໃນເມື່ອກ່ອນ ໂດຍການນຳ
ໃຊ້ ພວກອາວຸດທີ່ສະໜອງໂດຍອີຣ່ານ”
ທ່ານນາງ ເຮລີ ໄດ້ບອກ ສະມາຊິກສະພາ
ດັ່ງກ່າວ. ທ່ານນາງ ກ່າວຕື່ມວ່າ “ພຶດຕິກຳ ການສ້າງຄວາມວຸ້ນວາຍ ຂອງອີຣ່ານ
ແມ່ນພຽງແຕ່ຈະເພີ່ມຂຶ້ນເລື້ອຍໆ ມັນຈະເພີ່ມຂຶ້ນຕໍ່ໄປ ເວັ້ນເສຍແຕ່ວ່າ ພວກເຮົາ
ຈະເພີ່ມມູນຄ່າຂຶ້ນ ສຳລັບການທ້າທາຍປະຊາຄົມນາໆຊາດ.”

Saudi Yemen
please wait
Embed

No media source currently available

0:00 0:00:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG