ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາເຣເບຍ ເປີດກວ້າງໃຫ້ແມ່ຍິງເຂົ້າຊົມ ການແຂ່ງຂັນ ໃນສະໜາມກິລາ


ພວກແມ່ຍິງ ຊາອຸດີ ອາເຣເບຍ ເຂົ້າຊົມ ການຊຸມນຸມ ສະເຫຼີມ
ສະຫຼອງ ວັນຊາດ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາເຣເບຍ, ວັນທີ 23 ກັນຍາ 2017.
ພວກແມ່ຍິງ ຊາອຸດີ ອາເຣເບຍ ເຂົ້າຊົມ ການຊຸມນຸມ ສະເຫຼີມ ສະຫຼອງ ວັນຊາດ ໃນນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາເຣເບຍ, ວັນທີ 23 ກັນຍາ 2017.

ເລີ່ມຕົ້ນແຕ່ປີໜ້ານີ້ເປັນຕົ້ນໄປ ພວກແມ່ຍິງຊາອຸດີ ຈະສາມາດເຂົ້າໄປຊົມ ການແຂ່ງຂັນ
ກິລາຕ່າງໆ ຢູ່ທີ່ ສະໜາມກິລາ 3 ແຫ່ງ ໃນທົ່ວປະເທດ ອັນເປັນສ່ວນນຶ່ງ ຂອງຄວາມ
ພະຍາຍາມຂອງຣາຊະອານາຈັກ ເພື່ອຈະປັບປຸງສິດທິຂອງພວກແມ່ຍິງ.

ເມື່ອເດືອນແລ້ວນີ້ ພວກແມ່ຍິງຫຼາຍຮ້ອຍຄົນ ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນສະໜາມ
ກິລາ ຢູ່ໃນນະຄອນຫຼວງຣີຢາດ ທີ່ຖືກນຳໃຊ້ເປັນສ່ວນໃຫຍ່ ສຳລັບການແຂ່ງຂັນເຕະ
ບານ ແລະ ໃນງານນຶ່ງ ເພື່ອສະເຫຼີມສະຫຼອງ ວັນຊາດຂອງຊາອຸດີ ອາເຣເບຍ.

ໃນວັນອາທິດວານນີ້ ກະຊວງກິລາ ໄດ້ປະກາດໃນສື່ສັງຄົມ ວ່າ ຕົນໄດ້ “ເລີ່ມຕົ້ນການ
ຈັດກຽມ ສະໜາມກິລາ ສາມແຫ່ງ ໃນ ຣີຢາດ ເຈດດາ ແລະ ດາມມາມ ເພື່ອໃຫ້ມີ
ຄວາມພ້ອມ ໃນການຮອງຮັບບັນດາຄອບຄົວ ນັບຕັ້ງແຕ່ຕົ້ນປີ 2018 ເປັນຕົ້ນໄປ.”

ຣາຊະອານາຈັກດັ່ງກ່າວນີ້ ທີ່ອະນຸລັກແນວທາງເດີມຢ່າງເຂັ້ມງວດ ຊຶ່ງເປັນປະເທດນຶ່ງ
ຂອງໂລກ ທີ່ມີຂໍ້ຈຳກັດຢ່າງເຄັ່ງຄັດທີ່ສຸດ ຕໍ່ພວກແມ່ຍິງ ທີ່ໄດ້ຫ້າມພວກແມ່ຍິງ ບໍ່ໃຫ້
ເຂົ້າສະໜາມກິລາຕ່າງໆ ດ້ວຍກົດລະບຽບທີ່ເຂັ້ມງວດ ໃນການແບ່ງແຍກກຸ່ມເພດຕ່າງໆ
ຢູ່ໃນສາທາລະນະ.

ການປະກາດດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກ ມີການປະກາດເມື່ອເດືອນແລ້ວນີ້ ຊຶ່ງອະນຸຍາດ
ໃຫ້ພວກແມ່ຍິງ ຂັບລົດໄດ້ ເລີ່ມຕົ້ນແຕ່ເດືອນມິຖຸນາ ປີໜ້ານີ້.

ຣາຊະອານາຈັກດັ່ງກ່າວຍັງຄາດໝາຍວ່າ ຈະຍົກເລີກ ການຫ້າມຕໍ່ສາທາລະນະ ການຊົມ
ຮູບເງົາ ແລະ ໄດ້ຊຸກຍູ້ໃຫ້ມີການສະເຫຼີມສະຫຼອງຮ່ວມກັນທັງສອງເພດ ຊຶ່ງເປັນບາງສິ່ງ
ທີ່ບໍ່ເຄີຍເຫັນມາກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG