ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍິງ ຊາອຸດີ ອາເຣເບຍ ຈະພາກັນ ປະທ້ວງ ການຫ້າມ ບໍ່ໃຫ້ຂັບລົດ (ວີດີໂອ)


ຜູ້ຍິງ ຊາອຸດີ ອາເຣເບລ ຄົນນຶ່ງຂັບລົດ ໃນວັນທີ່ 22 ເດືອນຕຸລາ
ຜູ້ຍິງ ຊາອຸດີ ອາເຣເບລ ຄົນນຶ່ງຂັບລົດ ໃນວັນທີ່ 22 ເດືອນຕຸລາ
ຖ້າ​ຫາກ​ທ່ານ​ເປັນຜູ້ຍິງ​ຄົນ​ນຶ່ງ​ ຢູ່​ໃນ​ປະ​ເທດຊາ​ອຸ​ດີ ອາເຣເບຍ
ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ທ່ານ​ຈະ​ບໍ່​ໄດ້​ຮັບອະນຸຍາດ ​ໃຫ້​ຂັບ
​ລົດ. ແຕ່​ແນວ​ໃດ​ກໍ​ຕາມ ໃນ​ມື້​ວັນ​ເສົາ​ຈະ​ມາ​ເຖິງ​ນີ້ ບັນດາ​ຜູ້​ຍິງ
​ໃນທົ່ວລາຊະ​ອານາຈັກ ຊາ​ອຸ​ດີ ອາ​ເຣ​ເບຍ ມີ​ກຳນົດ ທີ່​ຈະ​ພາ
ກັນ​ທ້າ​ທາຍ ຕໍ່​ຄຳ​ສັ່ງ​ຫ້າມ​ດັ່ງກ່າວ ​ເພື່ອ​ດຶງດູດເອົາ ​ຄວາ​ມສົນ
​ໃຈ​ ກ່ຽວກັບ​ສະພາບ​ການຂອງ​ເຂົາ​ເຈົ້າ.

ນາງ Azizah al-Yousef ໄດ້​ທຳ​ການ​ທ້າ​ທາຍໂດຍ​ການ​ນັ່ງ​
ຈັບ​ພວງ​ມະ​ໄລ​ລົດ. ນາງ​ໄດ້​ຮັບໃບ​ຂັບ​ຂີ່​ ຈາກປະ​ເທດນຶ່ງ ​ໃນ
​ເຂດ​ອ່າວເປີ​ເຊຍແລະ​ຈາກ​ສະຫະລັດ. ​ແຕ່​ຢູ່ໃນປະ​ເທດ​ຂອງ​
ນາງຄືຊາ​ອຸ​ດີ ອາ​ເຣ​ເບຍ ບັນດາ​ເຈົ້າ​ໜ້າ​ທີ່ບໍ່​ຍອມອອກ​ໃບ​ຂັບ​
ຂີ່ໃຫ້​ແກ່​ພວກຜູ້​ຍິງ.

​ພວກເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເພື່ອໃຫ້ເປັນຜົນ​ດີ​ແກ່ພວກ​ຜູ້ຍິງ​ເອງ
ນັ້ນ ຊຶ່ງ​ເມື່ອ​ໄວໆ​ມານີ້ພວກ​ເຈົ້າໜ້າ​ທີ່​ກ່າວ​ອ້າງ​ວ່າ ມົດ​ລູກ​ຜູ້​
ຍິງ​ຈະໄດ້​ຮັບ​ຜົນກະທົບ​ໃນ​ທາງ​ທີ່​ບໍ່​ດີ ຈາກ​ການ​ຂັບ​ລົດ​ຫລືຢູ່​
ຫລັງ​ພວງ​ມະ​ໄລ​. ​ໃນ​ວັນ​ເສົາຈະ​ມາ​ເຖິງ​ນີ້ ນາງ al-Yousef ​
ແລະຜູ້​ຍິງ​ຄົນອື່ນໆ ຈະ​ພາກັນ​ລົງ​ສູ່​ຖະໜົນ ​ເພື່ອ​ສະ​ແດງ​ໃຫ້​ພວກ​ຜູ້​ຊາຍເຫັນ​ວ່າ ຜູ້​ຍິງ​ກໍ
ສົມຄວນທີ່​ຈະ​ໄດ້ຮັບ​ອະນຸຍາດ​ໃຫ້​ຂັບ​ລົດ​ໄດ້.

ການ​ໂຄສະນາ ທາງສື່​ສັງຄົມ ​ຮຽກຮ້ອງ​ໃຫ້ພວກ​ຜູ້​ຍິງ ພາກັນ​ຂັບ​ລົດ​ ໃນ​ວັນ​ເສົາ​ນີ້ ພວມ​
ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກນາໆ​ຊາດແລະ​ຍັງ​ພາ​ໃຫ້​ມີການ​ສົນທະນາ​ໂອ້​ລົມ​ກັນ​ລະຫວ່າງ​
ພວກຜູ້​ຊາຍຊາ​ອຸດີນຳ​ດ້ວຍ.

ທ່ານ Ibrahim Al-Rashid ທີ່​ສະ​ໜັບສະໜຸນ ​ໃຫ້​ຜູ້​ຍິງ​ຂັບ​ລົດ ກ່າວ​ວ່າ: “ຂ້າພະ​ເຈົ້າ​
ເຫັນ​ດີໃຫ້​ຜູ້​ຍິງ​ຂັບ​ລົດ​ໄດ້ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ​ ກົດໝາຍແລະ​ຮ່າງກົດໝາຍ
ທີ່​ຈະ​ຮ່າງ​ຂຶ້ນນັ້ນ ຕ້ອງ​ປົກ​ປ້ອງຜູ້​ຍິງ ​ເພື່ອ​ບໍ່​ໃຫ້​ ມີ​ບັນ​ຫາ​ໃດໆ ສຸດແລ້ວ​ແຕ່ພະ​
ເຈົ້າ.”


ສ່ວນທ່ານ Hammad Hisham ທີ່ຕໍ່​ຕ້ານ​ບໍ່​ໃຫ້​ຜູ້ຍິງຂັບ​ລົດ ​ກ່າວ​ວ່າ: “​ແທ້​ຈິງ​ແລ້ວ ຂ້າພະເຈົ້າ​ແມ່ນ​ຕໍ່ຕ້ານ​ ບໍ່​ໃຫ້ຜູ້ຍິງຂັບລົດ. ຂ້າພະເຈົ້າ ບໍ່ຮູ້ວ່າຜູ້ຍິງ ຈະ​ເຮັດ
ແນວໃດຖ້າຫາກຕີນລົດແຕກ. ນາງຈະເຮັດຢ່າງໃດ. ຢູ່ນີ້ ມີການ​ສັນຈອນ​ໄປ
ມາຫລາຍ. ນະຄອນ Riyadh ​ແມ່ນ​ມີ​ການ​ຈະລາຈອນ​ຕິດ​ຄັດ ຫຼາຍພໍ ແຮງ
ແລ້ວ.”


ສ່ວນທ່ານ Saudi Mansour al-Shamari ​ເຫັນ​ວ່າ ບັນຫານີ້ ​ແມ່ນເປັນເລື້ອງສ່ວນ
ໂຕ. ທ່ານກ່າວຊີ້​ແຈງວ່າ: “ຂ້າພະເຈົ້າ ຊຸກຍູ້ໃຫ້ຜູ້ຍິງຂັບລົດ​ໄດ້. ຜູ້ຍິງ ເປັນແມ່
ຄົນນຶ່ງ ​ເປັນນ້ອງສາວ ​ເປັນພັນລະຍາ ​ເປັນຄົນຮັກ. ນາງ ເປັນທ່ານໝໍ ເປັນ
ນາຍຄູ ເຮັດວຽກຢູ່ທະນາຄານ. ບັດນີ້ ຜູ້ຍິງຕ້ອງໄດ້ແຂ່ງຂັນກັບພວກຜູ້ຊາຍ
ຢູ່ທຸກໆບ່ອນ. ມີ​ພວກ​ຜູ້ຍິງຢູ່ໃນສະພາ Shura ເປັນຫຍັງຈຶ່ງຊິບໍ່​ໄດ້. ບໍ່ມີບັນ
ຫາຫຍັງ​ເລີຍ.”


XS
SM
MD
LG