ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່ຫຼົບ​ໜີ​ ຈ​າກ​ຄອບ​ຄົວ ເດີນ​ທາງ​ຮອດ ກາ​ນາ​ດາ


ນາງ ຣາ​ຮາ​ຟ ໂມ​ຮຳ​ເມັດ ອາ​ລ​ຄູ​ນັນ, ກາງ, ພ້ອມ​ກັບ​ລັດ​ຖະ​ມົນ​ຕ​ການ​ຕ່າງ​ປະ​ເທດ ກ​າ​ນາ​ດາ ທ່ານນາງ ຄ​ຣິ​ສ​ເຕຍ ຟ​ຣີ​ແລນ, ຂວາ, ເດີນ​ທາງ​ຮອດ​ສະ​ໜາມ​ບິນ​ສາ​ກົນ ໂຕ​ຣອນ​ໂຕ ເພຍ​ສັນ, ເມືອງ ໂຕ​ຣອນ​ໂຕ, ລັດ ອອນ​ທາ​ຣີ​ໂອ, ກາ​ນາ​ດາ. 12 ມັງ​ກອນ, 2019.
ນາງ ຣາ​ຮາ​ຟ ໂມ​ຮຳ​ເມັດ ອາ​ລ​ຄູ​ນັນ, ກາງ, ພ້ອມ​ກັບ​ລັດ​ຖະ​ມົນ​ຕ​ການ​ຕ່າງ​ປະ​ເທດ ກ​າ​ນາ​ດາ ທ່ານນາງ ຄ​ຣິ​ສ​ເຕຍ ຟ​ຣີ​ແລນ, ຂວາ, ເດີນ​ທາງ​ຮອດ​ສະ​ໜາມ​ບິນ​ສາ​ກົນ ໂຕ​ຣອນ​ໂຕ ເພຍ​ສັນ, ເມືອງ ໂຕ​ຣອນ​ໂຕ, ລັດ ອອນ​ທາ​ຣີ​ໂອ, ກາ​ນາ​ດາ. 12 ມັງ​ກອນ, 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ນາ​ດາ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ, ຫຼັງ​ຈາກ​ແມ່
ຍິງໜຸ່ມ ຊາອຸດີ ອາຣາເບຍ ໄດ້ຫຼົບໜີມາ ການາດາ ໂດຍບໍ່ມີຄວາມຢ້ານກົວສຳລັບຊີ
ວິດຂອງລາວນັ້ນ, ການາດາ ເຊື່ອ “ຢ່າງແຮງວ່າ ສິດທິຂອງແມ່ຍິງ ແມ່ນສິດທິມະນຸດ.”

ນາງ ຣາ​ຮັຟ ໂມ​ຮຳ​ເມັດ ອາ​ລ​-ກູ​ນັນ ໄດ້​ຮັບ​ການ​ຕ້ອນ​ຮັບ​ໂດຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​
ປະເທດ ທ່ານນາງ ຄຣິສເຕຍ ຟຣີແລນ ໃນເວລາທີ່ລາວໄດ້ເດີນທາງຮອດນະຄອນ
ໂຕຣອນໂຕ ຂອງ ການາດາ ຈາກປະເທດ ໄທ ໃນຕອນເຊົ້າວັນເສົາວານນີ້ ຜ່ານນະ
ຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້.

ກາ​ນາ​ດາ ໄດ້​ອະ​ນຸ​ຍາດ​ໃຫ້​ນາງ ອາ​ລ​-ກ​ູນັນ ຂໍ​ລີ້​ໄພຫຼັງ​ຈາກ​ລາວ​ໄດ້ຫຼົບ​ໜີ​ຈາກ​ພໍ່​ແມ່​
ຂອງລາວ ຍ້ອນຢ້ານວ່າຊີວິດຂອງລາວຈະມີອັນຕະລາຍ.

ນາ​ງ ອາ​ລ​-ກູ​ນັນ ໄດ້​ທຳ​ການ​ປາ​ກົດ​ຕົວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເປັນ​ເວ​ລາ​ສັ້ນໆ ຫຼັງ​ຈາກ​ລາວ
ໄດ້ເດີນທາງຮອດ, ແຕ່ທ່ານນາງ ຟຣີແລນ ໄດ້ກ່າວວ່າ ລາວໄດ້ປະຕິເສດທີ່ຈະເວົ້າ
ເພາະວ່າ ລາວ “ເມື່ອຍຫຼາຍຫຼັງຈາກການເດີນທາງທີ່ດົນ” ແລະ ໄດ້ເລືອກທີ່ຈະ
“ຢູ່ງຽບໆ”.

ຫຼາຍ​ປະ​ເທດ​ອື່ນໆ​ເຊັ່ນ ອອ​ສ​ເຕ​ຣ​ເລຍ, ໄດ້​ລົມ​ກັບ​ອົງ​ການ​ອົບ​ພະ​ຍົບ​ຂອງ ອົງ​ການ​
ສະຫະປະຊາຊາດ ເພື່ອຮັບເອົາການຂໍລີ້ໄພຂອງນາງ ອາລ-ກູນັນ.

ນາ​ງ ອາ​ລ​-ກູ​ນັນ ໄດ້​ເດີນ​ທາງ​ຮອດ ບາງກອກ, ປະ​ເທດ ໄທ ໃນ​ວັນ​ທີ 5 ມັງ​ກອນ​ທີ່​
ຜ່ານມາ ໃນຖ້ຽວບິນຈາກປະເທດ ຄູເວດ ລັງຈາກໄດ້ແລ່ນໜີຈາກພໍ່ແມ່ຂອງລາວ.
ລັງຈາກໄດ້ຖືກປະຕິເສດໃຫ້ເຂົ້າປະເທດ ໄທ ໃນເບື້ອງຕົ້ນນັ້ນ, ລາວໄດ້ຂັງຕົນເອງ
ໄວ້ຢູ່ໃນຫ້ອງໂຮງແຮມສະໜາມບິນ ແລະ ໄດ້ເອົາຮູບ ແລະ ຂໍ້ຄວາມຂອງລາວຂຶ້ນ
ໃນທວິດເຕີ, ຈົນເຮັດໃຫ້ໂລກສົນໃຈຕໍ່ສະພາບການຂອງລາວ. ຄວາມສົນໃຈດັ່ງ
ກ່າວໄດ້ກໍ່ໃຫ້ບັນດາເຈົ້າໜ້າທີ່ຄົນເຂົ້າເມືອງຂອງ ໄທ ຕ່າວປີ້ນການຕັດສິນໃຈຂອງ
ເຂົາເຈົ້າ ທີ່ຈະສົ່ງລາວກັບຄືນ ຊາອຸດີ ອາຣາເບຍ ກ່ອນໜ້ານັ້ນ.

ນາງ ອາ​ລ​-ກູນັນ ໄດ້​ກ່າວ​ຫາ​ຄອບ​ຄົວ​ຂອງ​ລາວ​ ກ່ຽວ​ກັບ ການ​ລ່ວງ​ລະ​ເມີດ, ແລະ ໄດ້
ປະຕິເສດທີ່ຈະພົບກັບພໍ່ຂອງລາວ ຜູ້ທີ່ໄດ້ເດີນທາງໄປ ບາງກອກ ເພື່ອພະຍາຍາມ
ເອົາລາວກັບຄືນ ຊາອຸດີ ອາຣາເບຍ.

XS
SM
MD
LG