ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ແຕ່ງ​ຕັ້ງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ຄົນ​ໃໝ່​ປະ​ຈຳ ສະ​ຫະ​ລັດ


ເຈົ້າ​ຍິງ ​ຣີ​ມາ ບິນ ບັນ​ດາ​ຣ ໄດ້​ຖືກ​ແຕ່ງ​ຕັ້ງເປັນ​ແມ່​ຍິງ​ຄົນ​ທຳ​ອິດ​ຂອງ​ລາ​ຊາອາ​ນາ​ຈັກ ໃຫ້​ເປັນ​ທູດປະ​ຈຳນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.
ເຈົ້າ​ຍິງ ​ຣີ​ມາ ບິນ ບັນ​ດາ​ຣ ໄດ້​ຖືກ​ແຕ່ງ​ຕັ້ງເປັນ​ແມ່​ຍິງ​ຄົນ​ທຳ​ອິດ​ຂອງ​ລາ​ຊາອາ​ນາ​ຈັກ ໃຫ້​ເປັນ​ທູດປະ​ຈຳນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.

ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ທະ​ທູດ​ປະ​ຈ​ຳ​ ສະ​ຫະ​ລັດ ຄົນ​ໃໝ່​ຂອງ
​ຕົນ, ເປັນພະ​ລາດ​ຊະດຳ​ລັດທີ່ໄດ້​ປະ​ກາດ​ໃນ​ວັນ​ເສົາ​ວານ​ນີ້ ໃນ​ຂະ​ນະ​ທີ່​ບັນ​ຫາ​ກ່ຽວ
ກັບ​ການ​ສັ​ງ​ຫານນັກ​ຂ່າວ ທ່ານ​ ຈາມາ​ລ ຄາ​ຊ​ອກ​ກີ ນັ້ນ​ໄດ້​ທົດ​ການ​ທົດ​ສອບຄວາມ
​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດດັ່ງ​ກ່າວ.

ເຈົ້າ​ຍິງ ​ຣີ​ມາ ບິນ ບັນ​ດາ​ຣ ໄດ້​ຖືກ​ແຕ່ງ​ຕັ້ງເປັນ​ແມ່​ຍິງ​ຄົນ​ທຳ​ອິດ​ຂອງ​ລາ​ຊາອາ​ນາ​ຈັກ
ດັ່ງ​ກ່າວ ໃຫ້​ເປັນ​ທູດ​ປະ​ຈຳນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ແທນຕຳ​ແໜ່ງ​ເຈົ້າ​ຊາຍ​ຄາ​ລີດ ບິນ
ຊາ​ລ​ມານ, ຜູ້​ທີ່​ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ.

ເຈົ້າ​ຊາຍ​ຄາ​ລີດ ເປັນ​ນ້ອງ​ຊາຍ​ຂອງອົງ​ມົງ​ກຸດ ໂມ​ຮຳ​ເມດ ບິນ ຊາ​ລ​ມານ ທີ່ປົກ​ຄອງ​
ຂອງ​ປະ​ເທດຄົນ​ປັດ​ຈຸ​ບັນ, ພ້ອມ​ທັງ​ເປັນປະ​ຕິ​ບັດ​ໜ້າ​ທີ່ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ
​ເທດດ້ວຍ.

ການ​ສັ​ບປ່ຽນ​ໄດ້​ເກີດຂຶ້ນໃນ​ຂະ​ນະ​ທີ່​ຄວາມ​ສຳ​ພັນ​ກັບ​ ວໍຊິງ​ຕັນ ຢູ່​ພາຍ​ໃຕ້ຄວາມ​ຕຶງ​
ຄຽດ ຫຼັງ​ຈາກ​ການ​ສັງ​ຫານ​ທ່ານ​ ຄາ​ຊ​ອກ​ກີ ໃນ​ເດືອນ​ຕຸ​ລາ​ປີ​ກາຍນີ້ ​ໃນ​ສະ​ຖານກົງ​ສຸນ
​ຊາ​ອຸ​ດີ ອາ​ຣາ​ເບຍ​ ໃນ​ນະ​ຄອນ​ ອິ​ສ​ຕັນ​ບູ​ລ ປະ​ເທດ ເທີ​ກີ.

ຫຼັງ​ຈາກ​ໄດ້​ປະ​ຕິ​ເສດ​ໃນເບື້ອງ​ຕົ້ນ​ວ່າ ເຂົາ​ເຈົ້າ​ບໍ່​ຮູ້​ຫຍັງ​ໝົດ​ ກ່ຽວ​ກັບ ​ການ​ຫາຍ​ສາບ​
ສູນ​ໄປ​ຂອງ​ທ່ານ ​ຄາ​ຊ​ອກ​ກີ ນັ້ນ, ໃນ​ທີ່​ສຸດ ຊາ​ອຸ​ດີ ອາ​ຣາ​ເບຍ ກໍ​ໄດ້​ຮັບ​ຮູ້ວ່າ ​ມີທີມ​ສັງ​
ຫານ​ທ່ານຢູ່​ໃນ​ກົງ​ສຸນ ແຕ່​ໄດ້​ອະ​ທິ​ບາຍ​ວ່າ​ເປັນ​ການ​ປະ​ຕິ​ບັດທີ່​ປ່າ​ເຖື່ອນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ສະ​ຫະ​ລັດ ໄດ້​ຂົ່ມ​ຂູ່​ທີ່​ຈະ​ເອົາ​ບາດ​ກ້າວ​ໜັກ​ແໜ້ນ​ຕໍ່ ຊາ​ອຸ​ດີ
ອາ​ຣາ​ເບຍ ກ່ຽວ​ກັບ ​ການສັງ​ຫານ​ທີ່​ໂຫດ​ຮ້າຍນັ້ນ ທ່າມ​ກາງ​ການ​ອ້າງທີ່ວ່າ ອົງ​ມົງ​ກຸດ
​ເປັນ​ຜູ້​ຮັບ​ຜິດ​ຊອບ​ຄົນ​ດຽວ.

ລັດ​ຖະ​ບານ​ ຊາ​ອຸ​ ໄດ້​ປະ​ຕິ​ເສດ​ຢ່າງແຮງວ່າ ອົງ​ມົງ​ກຸດ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​
ສັງ​ຫານ​ທ່ານ​ ຄາ​ຊອກ​ກີ ຜູ້​ທີ່​ເປັນ​ນັກ​ຂ່າວ​ໃຫ້​ແກ່​ ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​.

ການ​ສັງ​ຫານ​ໄດ້​ເນັ້ນ​ໜັກຄວາມ​ສົນ​ໃຈ​ໃສ່ ກອງ​ທັບ​ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ນຳ​ພາ​ແນວ​
ໂຮມ ຖີ້ມ​ລະ​ເບີດ​ໃສ່​ປະ​ເທດ ເຢ​ເມນ ຊຶ່ງ​ໄດ້​ປະ​ສົບອັນ​ທີ່​ສະ​ຫະ​ປະ​ຊາ​ຊາດ​ຮ້ອງວ່າ
ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.

ອ່ານ​ຂ່າ​ວ​ນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ​

XS
SM
MD
LG