ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຄືອຄ່າຍ ລັດອິສລາມ ກຸ່ມນຶ່ງ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຢູ່ຊາອຸດີ


ວັດອິສລາມ ທີ່ຖືກໂຈມຕີດ້ວຍລະເບີດສະລະຊີບ.
ວັດອິສລາມ ທີ່ຖືກໂຈມຕີດ້ວຍລະເບີດສະລະຊີບ.

ກຸ່ມທີ່ເປັນເຄືອຂ່າຍຂອງລັດ​ອິສລາມກຸ່ມ​ນຶ່ງ ​ໄດ້​ອ້າງ​ເອົາ​ຄວາມ
​ຮັບຜິດຊອບ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນການສັງຫານ 15 ຄົນ ໃນ
ການໂຈມຕີດ້ວຍ​ລະ​ເບີດ​ສະລະ​ຊີບ ທີ່ວັດ​ອິສລາມ​ ຂອງຊາ​ອຸ​ດີ
ທີ່​ໃຊ້​ໂດຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.

ກຸ່ມ​ທີ່​ຮ້ອງ​ຕົນ​ເອງວ່າ “ແຂວງ Hijaz ຂອງລັດອິສລາມ” ກ່າວວ່າ
ຕົນເປັນຜູ້ ທຳການໂຈມຕີໃນຄັ້ງນີ້ ໂດຍກ່າວອ້າງຢູ່ໃນຖະແຫລງ
ການຜ່ານທາງ Twitter ບໍ່ເທົ່າໃດຊົ່ວໂມງ ຫລັງຈາກຜູ້ໂຈມຕີ
ດ້ວຍລະເບີດສະລະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດໃຫ້ແຕກ
ຂື້ນ ໃນຂະນະທີ່ພວກໄຫວ້ພະກຳລັງສູດມົນ ຢູ່ທີ່ວັດອິສ ລາມ ໃນ
ເມືອງ Abha ຊຶ່ງຕັ້ງຢູ່ທາງພາກໃຕ້ ໃກ້ກັບຊາຍແດນຊາອຸດີ ອາ
ຣາ ເບຍ ຕິດກັບປະເທດເຢເມນ ທີ່ເກີດສົງຄາມ.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ອອກຖະແຫລງການ ປະນາມ ການໂຈມຕີ
ຂອງພວກກໍ່ການຮ້າຍ “ໃນຄວາມເວົ້າທີ່ແຮງທີ່ສຸດ.” ບັນດາສະມາ ຊິກສະພາຄວາມໝັ້ນ
ຄົງ ໄດ້ເນັ້ນໜັກອີກຄັ້ງນຶ່ງວ່າ ກຸ່ມລັດອິສລາມ ຕ້ອງໄດ້ ຮັບຄວາມປະລາໄຊແລະການບໍ່
ອະນຸໂລມຜ່ອນຜັນ ຄວາມຮຸນແຮງ ແລະ ຄວາມກຽດຊັງນັ້ນ ຕ້ອງໄດ້ຖືກກຳຈັດໃຫ້
ໝົດໄປ.

ຖະແຫລງການຂອງ ແຂວງ Hijaz ກ່າວວ່າ ກຸ່ມດັ່ງກ່າວໄດ້ແນໃສ່ເປົ້າໝາຍ ໃສ່ “ອະນຸສາ
ວະລີຂອງພວກນອກສາສະໜາ.” Hijaz ແມ່ນໝາຍເຖິງພາກຕາ ເວັນຕົກຂອງຊາອຸດີ
ອາຣາເບຍ ຊຶ່ງເປັນທີ່ຕັ້ງ ສະຖານທີ່ສັກສິດສອງແຫ່ງ ໃນ Mecca ແລະ Medina.

ກຸ່ມດັ່ງກ່າວ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເພີ້ມທຳການໂຈມຕີ ຕ້ານ “ຜູ້ປົກຄອງ ແບບພະ
ເດັດການໃນແຫລມອາຣາເບຍ ໃນໄລຍະເວລາຕໍ່ໜ້ານີ້.”

Saudi Bombing
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG