ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໂຮມຊຸມນຸມປະທ້ວງ ໃນຊາອຸດີອາເຣເບຍ


ຊາວຊາອຸດີອາຣາເບຍ ພາກັນຮ້ອງຄຳຂວັນຕໍ່ຕ້ານ ໃນລະຫວ່າງການປະທ້ວງ ທີ່ເມືອງ Qatif (10 ມີນາ 2011)
ຊາວຊາອຸດີອາຣາເບຍ ພາກັນຮ້ອງຄຳຂວັນຕໍ່ຕ້ານ ໃນລະຫວ່າງການປະທ້ວງ ທີ່ເມືອງ Qatif (10 ມີນາ 2011)

ເຈົ້າໜ້າທີ່ຊາອຸດີອາເຣເບຍ ພວມກຽມຮັບມືກັບການປະ
ທ້ວງຕໍ່ຕ້ານລັດຖະບານ ໃນການໂຮມຊຸມນຸມ “ວັນແຫ່ງ
ຄວາມໂກດແຄ້ນ” ໃນວັນສຸກມື້ນີ້ ຊຶ່ງໄດ້ມີການຈັດແຈງ
ໂດຍພວກນັກເຄື່ອນໄຫວ ທາງອິນເຕີແນັດ.

ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດທີ່ນະຄອນຫຼວງ
ຣິຢາດ ບ່ອນທີ່ຕຳຫຼວດໄດ້ເສີມກຳລັງໃນການມີໜ້າຂອງ
ຕົນ.

ເປັນທີ່ຄາດກັນວ່າ ພວກເດີນຂະບວນປະທ້ວງ ຈະຮຽກ
ຮ້ອງ ໃຫ້ມີອິດສະຫຼະພາບທາງດ້ານການເມືອງຫຼາຍຂຶ້ນ
ຢູ່ໃນລາດຊະອານາຈັກທີ່ນິຍົມແນວທາງເດີມນັ້ນ.

ການໂຮມຊຸມນຸມມີຂຶ້ນທັງໆທີ່ຊາອຸດີອາເຣເບຍໄດ້ຫ້າມບໍ່
ໃຫ້ມີການໂຮມຊຸມນຸມປະທ້ວງຊຶ່ງໄດ້ມີການອອກລາດຊະ
ດຳລັດ ລຸນຫຼັງທີ່ພວກປະທ້ວງກຸ່ມນ້ອຍໆ ໄດ້ພາກັນໂຮມ
ຊຸມນຸມຮຽກຮ້ອງ ໃຫ້ມີການປ່ຽນແປງ. ການໂຮມຊຸມນຸມທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫຼັງຈາກມີລາຍ
ງານວ່າ ຕຳຫຼວດຊາອຸດີອາຣາເບຍໄດ້ຍິງປືນ ຂັບໄລ່ການປະທ້ວງ ຂອງພວກນັກເຄື່ອນ
ໄຫວຊາວຊີໄອທ໌ ໃນແຂວງພາກຕາເວັນອອກ ທີ່ພາກັນຮຽກຮ້ອງໃຫ້ປ່ອຍພວກນັກໂທດ
ນັ້ນ.

ພວກທີ່ເຫັນເຫດການກ່າວວ່າ ມີ 4 ຄົນໄດ້ຮັບບາດເຈັບໃນເຫດການດັ່ງກ່າວ.

ສະຫະລັດກ່າວວ່າ ຕົນພວມຕິດຕາມຢ່າງໃກ້ຊິດເບິ່ງສະຖານະການແລະໄດ້ກ່າວຢໍ້າເຖິງ ຄວາມສະໜັບສະໜຸນຂອງສະຫະລັດ ຕໍ່ສິດທິໃນການໂຮມຊຸມນຸມຢ່າງສັນຕິ.

XS
SM
MD
LG