ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຊາຍ ຊາອຸດີ ອາຣາເບຍ ຫາທາງເ​ປັນຜູ້ນຳ ​ພາກຕາເວັນອອກກາງ ແລະຄວາມເປັນອິດສະຫຼະ ດ້ວຍການຢ້ຽມຢາມປະເທດ ຂອງທ່ານສີ


ແຟ້ມພາບ - ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ອົງການຂ່າວຊິນຫົວຂອງທາງການຈີນ ສະແດງໃຫ້ເຫັນ ປະທານປະເທດຈີນ ສີ ຈິ້ນຜິງ, ຂວາ, ຈັບມືກັບເຈົ້າຊາຍແຫ່ງຊາອຸດີອາຣາເບຍ ໂມຮຳເມດ ບິນ ຊາລມານ ໃນລະຫວ່າງການພົບປະ ຢູ່ນອກກອງປະຊຸມສຸດຍອດກຸ່ມ G20 ໃນນະຄອນຫຼວງ ບູແອນົສ ແອເຣັສ ຂອງອາເຈັນຕິນາ, ວັນທີ 30 ພະຈິກ 2018.
ແຟ້ມພາບ - ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍ ອົງການຂ່າວຊິນຫົວຂອງທາງການຈີນ ສະແດງໃຫ້ເຫັນ ປະທານປະເທດຈີນ ສີ ຈິ້ນຜິງ, ຂວາ, ຈັບມືກັບເຈົ້າຊາຍແຫ່ງຊາອຸດີອາຣາເບຍ ໂມຮຳເມດ ບິນ ຊາລມານ ໃນລະຫວ່າງການພົບປະ ຢູ່ນອກກອງປະຊຸມສຸດຍອດກຸ່ມ G20 ໃນນະຄອນຫຼວງ ບູແອນົສ ແອເຣັສ ຂອງອາເຈັນຕິນາ, ວັນທີ 30 ພະຈິກ 2018.

ເຈົ້າຊາຍໂມຮຳເມດ ບິນ ຊາລມານ ໄດ້ຊົງຕ້ອນຮັບຜູ້ນຳຂອງຈີນໃນອາທິດນີ້ ໃນຊ່ວງເວລາທີ່ລະອຽດອ່ອນໃນສາຍສຳພັນລະຫວ່າງສະຫະລັດ ແລະຊາອຸດີ ອາຣາເບຍ ໂດຍສົ່ງສັນຍານໃນການຕັດສິນໃຈຂອງຣີຢາດກຳລັງເດີນໜ້າໄປໃນທິດທາງ ຂະນະທີ່ລະບຽບໂລກໄດ້ມີການແບ່ງແຍກເປັນສອງຂົ້ວ ໂດຍບໍ່ຄຳນຶງເຖິງຄວາມປາດຖະໜາຂອງບັນດາປະເທດຕາເວັນຕົກ ອີງຕາມການກ່າວຂອງບັນດານັກວິເຄາະ.

ຜູ່ປົກຄອງປະເທດນ້ຳມັນຍັກໃຫຍ່ ໄດ້ກັບຄືນເຂົ້າມາໃນເວທີໂລກອີກຄັ້ງນຶ່ງ ຫຼັງຈາກທີ່ໄດ້ມີການຄາດຕະກຳ ທ່ານຈາມາລ ຄາຊອກກີ ຊຶ່ງເຮັດໃຫ້ສາຍສຳພັນລະຫວ່າງຊາອຸດີ ແລະສະຫະລັດ ມົວໝອງ ແລະໄດ້ທ້າຍທາຍຕໍ່ສະຫະລັດ ເນື່ອງຈາກນະໂຍບາຍດ້ານພະລັງງານ ຂອງປະເທດຣາຊະອານາຈັກແຫ່ງນີ້ ແລະການກົດດັນຈາກວໍຊິງຕັນ ເພື່ອໃຫ້ຊ່ອຍໂດດດ່ຽວຣັດເຊຍ.

ໃນການສະແດງອອກເຖິງຄວາມເຂັ້ມແຂງໃນຖານະເປັນຜູ້ນຳທີ່ກະຕືລືລົ້ນຂອງໂລກອາຣັບ ເຈົ້າຊາຍໂມຮຳເມດ ຍັງຈະເຕົ້າໂຮມເອົາຜູ້ປົກຄອງຈາກທົ່ວ​ພາກຕາເວັນອອກກາງ ແລະອາຟຣິ​ກາເໜືອ ມາຮ່ວມໃນກອງປະຊຸມສຸດຍອດ ຈີນ-ອາຣັບ ໃນລະຫວ່າງການເດີນທາງຢ້ຽມຢາມປະເທດໂດຍປະທານປະເທດຈີນ ສີ ຈິ້ນຜິງ ທີ່ຄາດກັນວ່າ ຈະເລີ້ມຂຶ້ນໃນວັນອັງຄານນີ້.

“ຣີຢາດ ກຳລັງເຮັດວຽກ ອີງຕາມຍຸດທະສາດການຄິດໄລ່ ທີ່ວ່າ ຕົນຈະຕ້ອງອຳນວຍຄວາມສະດວກແກ່ປັກກິ່ງ ໃນຂະນະທີ່ຈີນ ດຽວນີ້ໄດ້ກາຍເປັນຄູ່ພາຄີດ້ານເສດຖະກິດທີ່ຂາດບໍ່ໄດ້” ທ່ານໄອຮາມ ຄາແມລ ຫົວໜ້າປະຈຳກຸ່ມຢູເຣເຊຍຂອງ ປະເທດພາກຕາເວັນອອກກາງ ແລະອາຟຣິກາເໜືອ ໄດ້ກ່າວ.

ເຖິງແມ່ນວ່າ ສະຫະລັດ ຍັງຄົງເປັນຄູ່ພາຄີທາງເລືອກ ສຳລັບປະເທດໃນເຂດອ່າວເປີເຊຍ ທີ່ເພິ່ງພາອາໃສ ໃນດ້ານຄວາມໝັ້ນຄົງ ຂອງພວກເຂົາກໍຕາມ ຣີຢາດ ກຳລັງວາງນະໂຍບາຍດ້ານການຕ່າງປະເທດທີ່ຮັບໃຊ້ການປ່ຽນແປງດ້ານເສດຖະກິດແຫ່ງຊາດຂອງຕົນ ຂະນະທີ່ໂລກຫັນປ່ຽນໄປຈາກຮາຍໂດຣຄາບອນ ຊຶ່ງເປັນສາຍເລືອດຂອງປະເທດ ດັ່ງທີ່ບັນດານັກວິເຄາະໄດ້ກ່າວ.

ທ່ານຄາແມລ ໄດ້ເວົ້າວ່າ “ແນ່ນອນ ກໍມີຄວາມສ່ຽງ ທີ່ວ່າ ການຂະຫຍາຍສາຍສຳພັນກັບຈີນ ອາດມີຜົນເສຍຕິດຕາມມາ ແລະນຳໄປສູ່ການແຕກແຍກໃນສາຍສຳພັນລະຫວ່າງສະຫະລັດ ແລະຊາອຸດີ...ແຕ່ວ່າ ເຈົ້າຊາຍ (MBS) ຄົງຈະບໍ່ສະແຫວງຫາໃນເລື້ອງນີ້ ຢ່າງແນ່ນອນ.”

ການເດີນທາງຢ້ຽມຢາມຂອງທ່ານສີ ໃນຊ່ວງເວລາ ເມື່ອສາຍສຳພັນລະຫວ່າງສະຫະລັດ ແລະຊາອຸດີ ພວມຢູ່ໃນຈຸຸດທີ່ຕ່ຳສຸດຢູ່ນີ້ ຄວາມບໍ່ແນ່ນອນ ເປັນນ້ຳໜັກທີ່ກົດດັນໃສ່ຕະຫຼາດດ້ານພະລັງງານຂອງໂລກ ພ້ອມກັບການກຳນົດລາຄາສູງສຸດຕໍ່ນ້ຳມັນຂອງຣັດເຊຍໂດຍປະເທດຕາເວັນຕົກ ແລະໃນຂະນະທີ່ວໍຊິງຕັນ ກໍເປັນຫ່ວງກັງວົນກັບອິດທິພົນຂອງຈີນ ທີ່ກຳລັງຂະຫຍາຍອອກໄປໃນພາກຕາ ເວັນອອກກາງ.

ລັດຖະບານຊາອຸດີ ບໍ່ໄດ້ຕອບຕໍ່ການຂໍຄວາມເຫັນກ່ຽວກັບການເດີນທາງໄປຢ້ຽມ ຢາມຂອງທ່ານສີ ແລະວາລະກອງປະຊຸມຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG