ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ນໍ້າມັນ ຊາອຸດີ ອາຣາເບຍ ກ່າວວ່າ ສຫລ ໄຮ້ດຽງສາ


ທ່ານ Ali al-Naimi ກ່າວ​ວ່າ ສະຫະລັດ ​​ແມ່ນໄຮ້ດຽງສາ​ທີ່​ຄິດ​ວ່າ ຕົນ​​ມີ​ຄວາມສາມາດເປັນ​ອິດ​ສະລະ​​ ໃນການບໍ່ໃຊ້ນໍ້າມັນ ຈາກຕາເວັນອອກກາງ.
ທ່ານ Ali al-Naimi ກ່າວ​ວ່າ ສະຫະລັດ ​​ແມ່ນໄຮ້ດຽງສາ​ທີ່​ຄິດ​ວ່າ ຕົນ​​ມີ​ຄວາມສາມາດເປັນ​ອິດ​ສະລະ​​ ໃນການບໍ່ໃຊ້ນໍ້າມັນ ຈາກຕາເວັນອອກກາງ.
ລັດຖະມົນຕີ​ນໍ້າມັນ ຂອງຊາອຸ​ດີ ອາຣາ​ເບຍ ທ່ານ Ali al-Naimi
ກ່າວ​ວ່າ ສະຫະລັດ ແມ່ນໄຮ້ດຽງສາ​ທີ່​ຄິດ​ວ່າ ຕົນມີ​ຄວາມສາມາດ
​ເປັນ​ອິດ​ສະລະໄດ້ ​ໃນ​ການບໍ່​ໃຊ້​ນໍ້າມັນ ​ຈາກພາກຕາ​ເວັນ​ອອກ​ກາງ.

ທ່ານ Al-Naimi ​ກ່າວ​ຕໍ່​ບັນດາ​ແຂກ​ຜູ້​ມີ​ກຽດ​ທີ່ກຸງ​ວໍ​ຊິງ​ຕັນ ​ໃນ​ວັນ​
ອັງຄານ​ວານ​ນີ້ວ່າ ທ່ານ​ຍິນ​ດີນຳ​ ການເພີ້ມການຜະລິດນໍ້າມັນ​ແລະ​
ແກັສຢູ່​ໃນສະຫະລັດ ຊຶ່ງ ​ເປັນ​ຜົນ​ດີ​ຕໍ່ເສດຖະກິດ​ຂອງສະຫະລັດ ​
ແລະ​ບໍລິສັດ​ສະໜອງ​ນໍ້າມັນຂອງ​ໂລກ.

​ແຕ່​ທ່ານກໍ​ກ່າວ​ວ່າ ​ແນວ​ຄິດກ່ຽວ​ກັບ​ຄວາມ​ເປັນ​ອິດສະຫຼະທາງພະ
ລັງງານນັ້ນ ແມ່ນໄຮ້​ດຽງ​ສາ ​ແລະ​ງ່າຍ​ເກີນ​ໄປ ​ເພາະທ່ານ​ກ່າວ​ວ່າ ​
ຕະຫລາດພະລັງງານ ຂອງ​ໂລກນັ້ນ ແມ່ນ​ເຊື່ອມ​ໂຍງກັນ.

ນັບ​ຕັ້ງ​ແຕ່ໄດ້​ມີ​ການ​ສັ່ງ​ຫ້າມ​ຂາຍ​ນໍ້າມັນ​ຈາກ​ພາກ​ຕາ​ເວັນ​ອອກາງໃນປີ 1973 ເປັນຕົ້ນມາ ຊາວ​ອາ​ເມຣິກັນ​ຫລາຍ​ຄົນ ຮວມ​ທັງປະທານາທິບໍດີ Barack Obama ​ແລະ​ຜູ້ນຳຄົນ​ກ່ອນໆຂອງ​ສະຫະລັດຕ່າງ​ກໍ​ກ່າວ​ວ່າ ສະຫະລັດ ຕ້ອງ​ຢຸດ​ເພິ່​ງພາ​ອາ​ໄສ ນໍ້າມັນ​ຈາກຕ່າງປະ​ເທດ. ພວກ​ທ່ານເວົ້າ​ວ່າ ການ​ເປັນ​ອິດສະ ຫຼະທາງ​ດ້ານພະ​ລັງງານ​ ເປັນສິ່ງສໍາຄັນ​ທີ່​ສຸດ​ຕໍ່ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ ສະຫະລັດ.

ຊາ​ອຸ​ດີ ອາ​ຣາ​ເບຍ ​ເປັນ​ປະ​ເທດຜະລິດ​ແລະ​ສົ່ງ​ອອກນໍ້າມັນ​ໃຫຍ່ທີ່​ສຸດ​ໃນໂລກ. ນໍ້າມັນ​ສຳຮອງ​ຂອງ​ຊາ​ອຸ​ດີ ອາຣາ​ເບຍ ​ແມ່ນ​ໃຫຍ່ເປັນອັນ​ດັບສອງ​ຂອງໂລກ.
XS
SM
MD
LG