ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ໄປ​ເຈ​ລະ​ຈາ ​ກັບ​ພວກ​ກະ​ບົດ​ຮູ​ຕີ ທີ່​ນະ​ຄອນ​ຫຼວງ​ເຢ​ເມນ


ແຟ້ມ - ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ພວກ​ກະ​ບົດ​ເຢ​ເມນ ເຂົ້າ​ຮ່ວມ​ການ​ສວນ​ສະ​ໜາມ​ທາງ​ທະ​ຫານ ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ເມື່ອ​ວັນ​ທີ 31 ມີ​ນາ 2022.
ແຟ້ມ - ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ພວກ​ກະ​ບົດ​ເຢ​ເມນ ເຂົ້າ​ຮ່ວມ​ການ​ສວນ​ສະ​ໜາມ​ທາງ​ທະ​ຫານ ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ເມື່ອ​ວັນ​ທີ 31 ມີ​ນາ 2022.

ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ອາ​ຣາ​ເບຍ ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ຂອງ​ເຢ​ເມນ​ເພື່ອ​ເຈ​ລະ​ຈາ​ຫາ​ລື​ກັບ​ພວກ​ກະ​ບົດຮູ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ດຳ​ເນີ​ນ​ງານ​ຂອງ​ລະ​ຫວ່າງ​ປະ​ເທດ ເພື່ອ​ຊອກ​ຫາທາງ​ຕົກ​ລົງ​ກັນ​ໃນ​ສົງ​ຄາມ​ທີ່​ດຳ​ເນີນ​ມາ​ເວ​ລາ ໙ ປີ ​ຢູ່​ໃນ​ປະ​ເທດ​ເຢ​ເມນ ອີ​ງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ.

ອົງ​ກາ​ນ​ຂ່າວ SABA ຂອງ​ພວກ​ກະ​ບົດ​ຮູ​ຕີ ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ອາ​ຣາ​ເບຍ​ຈະ​ເຂົ້າ​ຮ່ວມ​ຄະ​ນະ​ຜູ້​ແທນ​ຂອງ​ໂອ​ມານ ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ເພື່ອ​ທຳ​ການ​ເຈ​ລະ​ຈາ​ ໃນ​ໄລ​ຍະ​ສອງ​ສາມມື້​ຕໍ່​ໜ້າ ກັບພວກເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ທາງການເມືອງ​ຂອງ​ພວກ​ກະ​ບົດ​ຮູ​ຕີ.

ເຈົ້າ​ໜ້າ​ທີ່​ເຢ​ເມນ​ແລະ​ຊາ​ອຸ​ດີ ອາ​ຣາ​ເບຍກ່າວ​ວ່າ ການ​ເຈ​ລະ​ຈາ​ທີ່​ນະ​ຄອນ​ຫຼວງ​ຊາ​ນາ​ອາ ມີ​ຂຶ້ນ​ຫຼັງ​ຈາກ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ພວກ​ກະ​ບົດ​ຮູ​ຕີ ໄດ້​ບັນ​ລຸ​ຮ່າງ​ຂໍ້​ຕົກ​ລົງ ເພື່ອຈະ​ຟື້ນ​ຟູການຢຸດ​ຍິງ ທີ່​ໝົດ​ອາ​ຍຸ​ລົງ​ໃນ​ເດືອນ​ຕຸ​ລາ.

ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ຈະ​ລິ​ເລີ້ມ​ການໂອ້​ລົມ ທາງ​ດ້ານ​ການ​ເມືອງ​ຄືນ​ໃໝ່​ ຫຼັງ​ຈາກໄດ້​ມີການ​ເຈ​ລະ​ຈາ​ເປັນ​ເວ​ລາ​ຫຼາຍໆ​ເດືອນ ທີ່​ໄກ່​ເກ່ຍ​ໂດຍ​ໂອ​ມານ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG