ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ​ສັນ​ຊາດ ຊາ​ອຸ​ດີ ອາ​ຣາ​ເບຍ ຖືກ​ລະ​ບຸ​ໂຕ ຢ່າງ​ເປັນ​ທາງ​ການ ເປັນ​ມື​ປືນ ຢູ່​​ຖານ​ທັບ​ເຮືອ ເພັນ​ຊາ​ໂຄ​ລາ


ພາບ​ຖ່າຍນີ້ ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ສະ​ໜອງ​ໂດຍ ອົງ​ການ​ສັນ​ຕິ​ບານ​ກາງ FBI ຂອງ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ (Mohammed Alshamrani).
ພາບ​ຖ່າຍນີ້ ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ສະ​ໜອງ​ໂດຍ ອົງ​ການ​ສັນ​ຕິ​ບານ​ກາງ FBI ຂອງ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ (Mohammed Alshamrani).

ອົງ​ກ​ານ​ສັນ​ຕິ​ບານ​ກາງ​ FBI ຂອງ​ສະ​ຫະ​ລັດ ໄດ້​ລະ​ບຸ​ໂຕ​ມື​ປື ຢູ່​ທີ່​ກອງ​ບິນຖານ​ທັບ​ເຮືອ​ ສ​ະ​ຫະລັດ ໃນ​ເມືອງເພັນ​ຊາ​ໂຄ​ລາ ລັດ​ຟ​ລໍ​ຣີ​ດາ ຜູ້​ທີ່​ໄດ້​ຍິງ​ແລະ​ສັງ​ຫານ 3 ຄົນ​ ໃນ​ວັນ​ສຸກ​ຜ່ານ​ມານີ້.

ມື​ປື​ດັ່ງ​ກ່າວ ໄດ້​ຖືກ​ລະ​ບຸ​ໂຕ ຄື ​ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ ອາ​ຍຸ 21 ປີ ຊັ້ນ​ຮ້ອຍ​ໂທ ໃນ​ກອງ​ທັບ​ອາ​ກາດ​ພະ​ຣາ​ຊະ​ອາ​ນາ​ຈັກ​ຊາ​ອຸ​ດີ ຜູ້​ທີ່​ໄດ້​ເປັນ​ນັກ​ຮຽນການ​ບິນນາຍ​ຮ້ອຍ​ ໃນໂຮງ​ຮຽນການ​ບິນຂອງກອງ​ບັນ​ຊາ​ການທະ​ຫານ​ເຮືອ ຢູ່​ທີ່ ກອງ​ບິນຖານ​ທັບ​ເຮືອ​ສ​ະ​ຫະ​ລັດ ເພັນ​ຊາ​ໂຄ​ລາ ຫຼື NAS. ອົງ​ການ FBI ຍັງ​ບໍ່​ທັນ​ໄດ້​ລົງ​ຄວາມ​ເຫັນ ໃນ​ແຮງ​ຈູງ​ໃຈ ສຳ​ລັບ​ການ​ຄາດ​ຕະ​ກຳ​ ຂອງ​ທ້າວອາ​ລ​ຊາມ​ຣາ​ນີ ເທື່ອ.

ພວກ​ຜູ້​ເຄາະ​ຮ້າຍ ກໍ​ຍັງ​ເປັນ​ນັກ​ຮຽນ ຢູ່​ໂຮງ​ຮຽນ​ການ​ບິນນັ້ນ. ພວກ​ເຂົາ​ເຈົ້າ ໄດ້​ຖືກ​ລະ​ບຸ​ໂຕ ຄື ຮ້ອຍ​ຕີ​ ຈອດ​ຊູ​ອາ ຄາ​ເລບ ວັດ​ສັນ ອ​າ​ຍຸ 23 ປີ ຈາກ​ເມືອງ​ຄອບ​ຟີ ລັດ​ອາ​ລາ​ບາ​ມາ ນັກ​ບິນກອງ​ທັບ​ອາ​ກາດ ໂມ​ຮຳ​ເມັດ ຊາ​ເມ ຮາຍ​ຕຳ ອາ​ຍຸ 19 ປີ ຈາກ​ເມືອງ ເຊັກ ປີ​ເຕີ​ສ​ເບີກ ລັດ​ຟ​ລໍ​ຣີ​ດາ ແລະ​ນັກ​ບິນຝຶກ​ຫັດກອງ​ທັບ​ອາ​ກາດ ຄາ​ເມີ​ຣອນ ສະ​ກັອດ ວອ​ລ​ເຕີ​ສ໌ ອາ​ຍຸ 21 ປີ ຈາກ​ເມືອງ​ຣິ​ຈມອນ​ດ໌ ຮີ​ລ ລັດ​ຈໍ​ເຈຍ.

“ຄວາມ​ໂສກ​ເສົ້າ​ຈາກ​ເຫດ​ການ​ໂສກ​ນາດ​ຕະ​ກຳ ຢູ່​ທີ່ກອງ​ບິນຖານ​ທັບ​ເຮືອ​ສ​ະ​ຫະ​ລັດ ເພັນ​ຊາ​ໂຄ​ລາ ນີ້ ຈະ​ສົ່ງ​ຜົນ​ກະ​ທົບ​ທີ່​ຍືນ​ຍາວ ຕໍ່​ຖານ​ທັບ​ແລະ​ປະ​ຊາ​ຄົມ ຂອງ​ພວກ​ເຮົາ” ພັນ​ເອກ ທິມ ຄິນ​ແຊ​ລ​າ ​ຜູ້​ບັນ​ຊາ​ການ ກອງ​ບິນຖານ​ທັບ​ເຮືອ​ ໄດ້​ກ່າວ​ໄປໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

ອີກແປດ​ຄົນ ​ກໍ​ຍັງ​ໄດ້​ຮັບ​ບາດ​ເຈັບ ຈາກ​ການ​ຍິງ​ດັ່ງ​ກ່າວ​ຢູ່​ທີ່​ຖານ​ທັບ​ກອງ​ທັບ​ເຮືອ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ສ່ວນ​ມື​ປື ຜູ້​ທີ່​ຖືກ​ຍິງ​ຕາຍ​ໃນ​ເຫດ​ການນີ້ ​ມີ​ລາຍ​ງານ​ວ່າ ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ໃນ​ສັບ​ປະ​ດາກ່ອນ​ໜ້ານີ້ ​ຢູ່​ທີ່​ບ້ານ​ຂອງ​ຜູ້​ກ່ຽວ ​ບ່ອນ​ທີ່ລາວ ໄດ້​ເປີດ​ວີ​ດີ​ໂອ ການ​ຍິງ​ສັງ​ຫານ​ໝູ່ ຂອງ​ສ​ະ​ຫະ​ລັດ ໃຫ້​ພວກ​ແຂກ​ຄົນ​ທີ່​ມາ​ຮ່ວມ​ງານ​ເບິ່ງ ອີງ​ຕາມ​ລາຍ​ງານ ຂອງ​ສື່ມວນ​ຊົນ. ອີງ​ຕາມລາຍ​ງານ ຢ່າງ​ໜ້ອຍແຂກ​ທີ່​ມາ​ຮ່ວມ​ງານ​ຄົນ​ນຶ່ງ ແມ່ນ​ໄດ້​ທຳ​ການ​ບັນ​ທຶກວີ​ດີ​ໂອ ການ​ຍິງ​ສັງ​ຫານ​ໝູ່​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ. ສ່ວນ​ພວກ​ນັກ​ຮຽນ​ຊາວ​ຊາ​ອຸ​ດີ ຈຳ​ນວນ​ນຶ່ງ ແມ່ນ​ໄດ້​ຖືກ​ທາງ​ການ​ຄວບ​ຄຸມ​ຕົວ​ໄວ້​ເພື່ອ​ການ​ສອບ​ສວນ.

ກ່ອນ​ທີ່​ນັກ​ບິນ​ດັ່ງ​ກ່າວ​ຈະ​ເປີດ​ສາກ​ຍິງ ຢູ່​ຖານ​ທັບ​ນັ້ນ ລາວ​ໄດ້​ຂຽນ​ພິ​ໃນ​ກຳ​ລົງ​ໃນ​ທວີດ​ເຕີ້ ແລະ​ໄດ້​ກ່າວ​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ ໂອ​ຊາ​ມາ ບິນ ລາ​ເດັນ ໃນເຫດ​ຜົນ​ອັນ​ສົມ​ຄວນ ຕໍ່​ການ​ກະ​ທຳ​ຂອງ​ຜູ້​ກ່ຽວ ອີງ​ຕາມ ກຸ່ມ​ສືບ​ລັບ SITE ທີ່ແປ​ພາ​ສາ ກ່ຽວ​ກັບ ການ​ຂົ່ມ​ຂູ່ ແລະ ການ​ສື່​ສານ​ຂອງ​ພວກ​ຈີ​ຮາດ​ດິ​ສ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG