ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະສັດຂອງ Saudi Arabia ​ຢ້ຽມຢາມ ຣັດເຊຍ ຄັ້ງທຳອິດ ເປັນປະຫວັດການ


ກະສັດ Salman ຂອງ Saudi, ກາງ, ແລະຮອງປະທານາທິ
ບໍດີຣັດເຊຍ ທ່ານ Dmitry Rogozin, ຂວາ, ກວດແຖວ ທະຫານກອງກຽດຕິຍົດ ທີ່ສະໜາມບິນ Vnukovo, ທີ່ Moscow, ຣັດເຊຍ, 4 ຕຸລາ 2017.
ກະສັດ Salman ຂອງ Saudi, ກາງ, ແລະຮອງປະທານາທິ ບໍດີຣັດເຊຍ ທ່ານ Dmitry Rogozin, ຂວາ, ກວດແຖວ ທະຫານກອງກຽດຕິຍົດ ທີ່ສະໜາມບິນ Vnukovo, ທີ່ Moscow, ຣັດເຊຍ, 4 ຕຸລາ 2017.

ກະສັດ Salman ຂອງ Saudi Arabia ​ໄດ້ໄປຢ້ຽມຢາມ Moscow ຊຶ່ງ​ເປັນການ
ຢ້ຽມ ຢາມຣັດເຊຍ​ຄັ້ງ​ທຳ​ອິດ ​ຂອງ​ກະສັດ Saudi Arabia.

​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 4 ມື້ ກະສັດ Saudi ມີ​ໝາຍ​ກຳໜົດທີ່​ຈະ​ພົບ​ປະ​ກັບ​
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ເພື່ອ​ໂອ້​ລົມ​ສົນທະນາ ກ່ຽວ​ກັບ​ບັນຫາ​
ຕ່າງ​ໆ ນັບແຕ່ເລື່ອງ​ນ້ຳມັນ ​ໄປ​ຈົນ​ເຖິງ ​ເລື່ອງ​ຊີ​ເຣຍ ນຳ.

ການ​ຢ້ຽມຢາມດັ່ງກ່າວ ສະທ້ອນ​ໃຫ້ເຫັນເຖິງ​ການ​ຂະຫຍາຍຕົວໃນ​ການ​ພົວພັນ
ລະຫວ່າງ​ສອງ​ປະ​ເທດທີ່​ມີ​ປະ​ຫັວດສາດ​ເປັນຄູ່ປໍລະປັກ ທີ່ໄດ້ຖືກຜັກ​ດັນ​ໃຫ້​ມີ
ຄວາມໃກ້​ຊິດ​ກັນ ຍ້ອນຄວາມ​ຈຳ​ເປັນ ທີ່​ຈະຍຸຕິການຫລຸດລາຄາ​ຂອງ​ນ້ຳມັນ ​
ໃນ​ຕະຫຼາດໂລກ.

ການແຂ່ງຂັນລະຫວ່າງປະເທດທັງສອງ ຊຶ່ງຕ່າງກໍເປັນປະເທດທີ່ຜະລິດ​ນ້ຳມັນລາຍ
ໃຫຍ່ທີ່ສຸດຂອງໂລກ ​ແມ່ນຍ້ອນກັບ​ໄປ​ໃນ​ຍຸກ​ສົງ​ຄາມ​ເຢັນ ເວລາ Saudi ຊ່ອຍ​ຕິດ
​ອາວຸດ​ໃຫ້ແກ່​ກອງ​ກຳລັງຂອງ​ກຸ່ມ​ກະບົດ​ອັ​ຟກາ​ນິສຖານ ຕໍ່ຕ້ານ​ການຮຸກ​ຮານ​ຂອງ​
ໂຊ​ຫວຽດ ພຸ້ນ.

ເມື່ອບໍ່ດົນມານີ້ ຄວາມ​ເຄັ່ງ​ຕຶງ​ກໍສູງຂຶ້ນ ຍ້ອນ​ສົງຄາມ​ໃນ​ຊີ​ເຣຍ ບ່ອນ​ທີ່ຣັດ​ເຊຍ
ໄດ້​ໃຫ້ການ ​ໜຸນ​ຫຼັງ​ ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ​ໃນ​ຂະນະ​ທີ່
Saudi Arabia ​ໄດ້​ໜຸນ​ຫຼັງ​ພວກ​ຕໍ່ຕ້ານລັດຖະບານ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​
ໂຄ່ນ​ລົ້ມ​ທ່ານ Assad.

ປະທານາທິບໍດີ Putin ກ່າວໃນກອງປະຊຸມການພັດທະນານາໆຊາດ ກ່ຽວກັບ ສັບປະດາພະລັງງານ ພະລັງງານພໍພຽງຂອງ ຣັດເຊຍ ໃນ Moscow, 4 ຕຸລາ 2017.
ປະທານາທິບໍດີ Putin ກ່າວໃນກອງປະຊຸມການພັດທະນານາໆຊາດ ກ່ຽວກັບ ສັບປະດາພະລັງງານ ພະລັງງານພໍພຽງຂອງ ຣັດເຊຍ ໃນ Moscow, 4 ຕຸລາ 2017.

ຄວາມ​ອົບ​ອຸ່ນ​ລະຫວ່າງ Moscow ​ແລະ Riyadh ​ໄດ້​ຊ່ອຍ​ໃຫ້ມີການຮັບຮອງເອົາ​ຂໍ້​ຕົກ
ລົງໃນ​ເດືອນ​ພະຈິກ ຊຶ່ງ​ກຸ່ມ​ປະ​ເທດ​ທີ່​ສົ່ງ​ອອກ​ນ້ຳມັນ ຫຼື OPEC ​ແລະ ອີກ 10 ປະ​ເທດ
ທີ່​ຜະລິດ​ນ້ຳມັນ ຮວມທັງຣັດ​ເຊຍ ​ໄດ້​ຕົກລົງ​ທີ່​ຈະ​ຕັດ​ການ​ຜະລິດ​ຂອງ​ຕົນ ​ໃນຄວາມ
ພະຍາຍາມເພື່ອຮັບມືກັບສະພາບນ້ຳມັນລົ້ນຕະຫລາດ ​ແລະ​ຊ່ອຍຊຸກຍູ້​ລາຄາ​ນ້ຳມັນ​ດິບ.

ຂໍ້ຕົກລົງໃນການ​ລົງທຶນຈຳນວນ​ນຶ່ງ ​ຮວມທັງ​ເທັກ​ໂນ​ໂລ​ຈີ​ກ່ຽວກັບໂຮງໄຟຟ້າ​ນິວ​ເຄລຍ ​
ແລະ​ການ​ເພີ້ມການ​ສົ່ງ​ອອກ​ອາຫານ ​ແມ່ນ​ຄາດ​ວ່າ​ ຈະ​ມີ​ການ​ລົງ​ນາມ ​ໃນ​ການ​ເດີນທາງ ໄປຢ້ຽມຢາມຄັ້ງ​ນີ້​ດ້ວຍ.

ເມື່ອມີການ​ຖາມ​ກ່ຽວ​ກັບ​ສາຍ​ພົວພັນກັບ Riyadh ​ໃນ​ການ​ສົນທະນາ​ຫາລື​ກັນ ​
ໃນ​ກອງປະຊຸມ​ນາໆ​ຊາດດ້ານພະລັງງານ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Putin ຕອບ​ຮັບ​ວ່າ
Moscow ບໍ່​ໄດ້​ມອງເຫັນວ່າ ​ສາຍ​ພົວພັນ​ອັນ​ໃກ້ຊິດ​ຂອງ​ສະຫະລັດ ​ແລະ Saudi ​
ຈະເປັນອຸບປະສັກໃນ ​ການ​ຮ່ວມມືກັນ​ກັບ Saudi ​ແລະ​ວ່າ​ພັນທະ​ມິດ​ອາດ​ປ່ຽນ​ແປງໄດ້.

ທ່ານ Putin ກ່າວຕື່ມວ່າ “ມັນ​ມີ​ຫຍັງ​ແດ່​ໃນ​ໂລກ​ ທີ່ບໍ່​ປ່ຽນ​ແປງ ຂ້າພະ​ເຈົ້າ​ຄິດ​ວ່າ
ທຸກ​ສິ່ງ​ຢ່າງ​ໃນ​ໂລກ​ນີ້ ​ແມ່ນ​ປ່ຽນ​ແປງ​ໝົດ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG