ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມພັນທະມິດ ນຳໂດຍ ຊາອຸດີ ອາເຣເບຍ ຈະເປີດຄືນໃໝ່ ດ່ານເຂົ້າເມືອງ ບາງສ່ວນ ຂອງເຢເມນ


ພວກແມ່ຍິງ ຄອຍຖ້າ ເຕີມແກັສໃຊ້ເຮັດຢູ່ເຮັດກິນ ໃສ່ຖັງແກັສ ທ່າມກາງ ການນະໜອງທີ່ຂາດເຂີນ ໃນນະຄອນຫຼວງສານາອາ ຂອງ ປະເທດເຢເມນ, ວັນທີ 7 ພະຈິກ 2017.
ພວກແມ່ຍິງ ຄອຍຖ້າ ເຕີມແກັສໃຊ້ເຮັດຢູ່ເຮັດກິນ ໃສ່ຖັງແກັສ ທ່າມກາງ ການນະໜອງທີ່ຂາດເຂີນ ໃນນະຄອນຫຼວງສານາອາ ຂອງ ປະເທດເຢເມນ, ວັນທີ 7 ພະຈິກ 2017.

ພັນທະມິດນຳໜ້າໂດຍ ຊາອຸດີ ອາເຣເບຍ ກ່າວວ່າ ເຂົາເຈົ້າຈະເປີດ ໃຊ້ສະໜາມບິນ
ແລະ ທ່າເຮືອບາງແຫ່ງໃນປະເທດ ເຢເມນ ເພື່ອອະນຸຍາດໃຫ້ການຊ່ວຍເຫຼືອດ້ານ
ມະນຸດສະທຳ ເຂົ້າປະເທດໄດ້.

ການເຄື່ອນໄຫວດັ່ງກ່າວມີຂຶ້ນນຶ່ງສັບປະດາຫຼັງຈາກພັນທະມິດດັ່ງກ່າວໄດ້ປະກາດ
ປິດທ່າເຮືອທຸກແຫ່ງເປັນການຊົ່ວຄາວ ໃນການຕອບໂຕ້ ຕໍ່ການຍິງ ລູກສອນໄຟຈາກ
ເຢເມນ ໄປໃສ່ນະຄອນຫຼວງ ຣີຢາດ, ຍ້ອນການຕ້ອງຕິ ກ່ຽວກັບຂັ້ນຕອນຂອງການ
ກວດກາ “ທີ່ມີຄວາມສ່ຽງ” ທີ່ປ່ອຍໃຫ້ອຸປະກອນທາງທະຫານຂອງ ອີຣ່ານ ຕົກໄປເຖິງ
ມືຂອງພວກກະບົດ ຮູຕີນັ້ນ.

ຖະແຫຼງການສະບັບນຶ່ງຂອງພັນທະມິດໄດ້ກ່າວວ່າ ທ່າເຮືອແຫ່ງທຳອິດ ທີ່ຈະຖືກເປີດ
ໃຊ້ຄືນ ຈະແມ່ນບ່ອນທີ່ຢູ່ພາຍໃຕ້ການຄວບຄຸມຂອງລັດ ຖະບານ ເຢເມນ, ລວມທັງ
ທ່າເຮືອເມືອງ Aden, Mukalla ແລະ Mocha ນຳ.

ເຂົາເຈົ້າກ່າວວ່າ “ພັນທະມິດຫວັງວ່າ ບາດກ້າວທີ່ດຳເນີນຂຶ້ນຢ່າງ ກະທັນຫັນ, ໃນ
ໄລຍະ ທຳອິດ ແລະ ມີຄວາມສຳຄັນນີ້ ຈະຊ່ວຍລົບ ລ້າງຄວາມທຸກທໍລະມານຂອງ
ປະຊາຊົນ ເຢເມນ ໄດ້.”

ເຂົາເຈົ້າໄດ້ຮຽກຮ້ອງໃຫ້ ສະຫະລັດ ສົ່ງບັນດາຜູ້ສັງເກດການໄປທ່າ ເຮືອຕ່າງໆ ທີ່ຖືກ
ຄວບຄຸມໂດຍພວກກະບົດເຊັ່ນ ທ່າເຮືອ Hodeida ເພື່ອເສີມຂະຫຍາຍບາດກ້າວການ
ສຳຫຼວດ ແລະ ກວດກາ ເພື່ອປ້ອງ ກັນການລັກລອບຂົນສົ່ງອາວຸດເຂົ້າໄປ ຈາກ
ປະເທດອີຣ່ານ.

ບັນດາເຈົ້າໜ້າທີ່ ອີຣ່ານ ໄດ້ປະຕິເສດຢ່າງຊໍ້າແລ້ວຊໍ້າອີກ ກ່ຽວກັບ ການສົ່ງອາວຸດໃຫ້
ພວກຮູຕີ, ຜູ້ທີ່ໄດ້ຍຶດເອົານະຄອນຫຼວງ Sana’a ຂອງ ເຢເມນ ໃນທ້າຍປີ 2014 ນັ້ນ.
ໃນສັບປະດາແລ້ວນີ້, ລັດຖະມົນຕີ ການຕ່າງປະເທດ ທ່ານ Mohammad Javad
Zarif ໄດ້ກ່າວຫາ ບົດບາດຂອງ ຊາອຸດີ ອາເຣເບຍ ຍ້ອນຄວາມຂັດແຍ້ງນັ້ນ ນັບຕັ້ງແຕ່
ເຂົາເຈົ້າໄດ້ເລີ່ມການໂຈມຕີທາງອາກາດ ໃນການປ້ອງກັນລັດຖະບານຂອງ ເຢເມນ
ໃນເດືອນ ມີນາ 2015 ເປັນຕົ້ນມາ.

ທ່ານ Zarif ໄດ້ກ່າວ ໄດ້ກ່າວວ່າ "ລາດຊະອານາຈັກ ຊາອຸດີ ອາເຣເບຍ ໄດ້ຖິ້ມລະ
ເບີດໃສ່ ເຢເມນ ຈົນພັງທະລາຍ, ສັງຫານ ຄົນບໍລິສຸດຫຼາຍພັນຄົນ, ລວມທັງແອນ້ອຍ,
ແຜ່ລະບາດໂຣກອະຫິວາ ແລະ ໄພອຶດຫິວ, ແຕ່ແນ່ນອນເຂົາເຈົ້າໄດ້ ຖິ້ມໂທດໃສ່
ອີຣ່ານ.”

ການຕໍ່ສູ້ໃນ ເຢເມນ ໄດ້ເຮັດໃຫ້ຢ່າງໜ້ອຍ 10,000 ເສຍຊີວິດ ແລະ ຫຼາຍລ້ານຄົນ ຕ້ອງ
ການຄວາມຊ່ວຍເຫຼືອດ້ານມະນຸດສະທຳ.

Yemen
please wait
Embed

No media source currently available

0:00 0:01:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG