ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກຳລັງປະສົມ ທີ່ນຳພາໂດຍ ຊາອຸດີ ປະຕິເສດ ຕໍ່ການປະກາດ ສ້າງຕັ້ງເຂດປົກຄອງຕົນເອງ ຂອງກຸ່ມແບ່ງແຍກດິນແດນ


ໃນພາບທີ່ໄດ້ຖືກເປີດເຜີຍ ໂດຍພະຣາຊະວັງຂອງຊາອຸດີ, ສະແດງໃຫ້ເຫັນສະມາຊິກຄະນະກໍາມະການໄລຍະຂ້າມຜ່ານເຂດພາກໃຕ້ ຫຼື STC ທ່ານນາສເສີ ອາລ-ຄາບຈີ, ຊ້າຍ, ແລະ ຮອງນາຍົກລັດຖະມົນຕີ ຂອງເຢເມັນ ທ່ານຊາເລມ ອາລ-ຄານບາຊີ ລົງນາມໃນຂໍ້ຕົກລົງ ການຄອງອຳນາດຮ່ວມກັນ ໃນນະຄອນຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 5 ພະຈິກ 2019.
ໃນພາບທີ່ໄດ້ຖືກເປີດເຜີຍ ໂດຍພະຣາຊະວັງຂອງຊາອຸດີ, ສະແດງໃຫ້ເຫັນສະມາຊິກຄະນະກໍາມະການໄລຍະຂ້າມຜ່ານເຂດພາກໃຕ້ ຫຼື STC ທ່ານນາສເສີ ອາລ-ຄາບຈີ, ຊ້າຍ, ແລະ ຮອງນາຍົກລັດຖະມົນຕີ ຂອງເຢເມັນ ທ່ານຊາເລມ ອາລ-ຄານບາຊີ ລົງນາມໃນຂໍ້ຕົກລົງ ການຄອງອຳນາດຮ່ວມກັນ ໃນນະຄອນຣີຢາດ ຂອງຊາອຸດີ ອາຣາເບຍ, ວັນທີ 5 ພະຈິກ 2019.

ອີງຕາມລາຍງານຂອງອົງການຂ່າວຝຣັ່ງ ກຳລັງປະສົມນຳພາໂດຍຊາອຸດີ ໃນວັນຈັນມື້ນີ້ ໄດ້ປະຕິເສດຕໍ່ການປະກາດຂອງກຸ່ມແບ່ງແຍກດິນແດນໃນເຢເມັນ ກ່ຽວກັບການສ້າງຕັ້ງເຂດປົກຄອງຕົນເອງ ຢູ່ທາງພາກໃຕ້ຂອງປະເທດ ແລະຂໍຮຽກຮ້ອງໃຫ້ “ຍຸຕິການກະທຳໃດທີ່ຈະທະວີຄວາມຮຸນແຮງ.”

ການເຄື່ອນໄຫວຂອງກຸ່ມແບ່ງແຍກດັ່ງກ່າວ ເຮັດໃຫ້ເກີດຄວາມສັບສົນຫຍຸ້ງຍາກຕໍ່ບັນຫາຂັດແຍ້ງທີ່ແກ່ຍາວ ແລະເປັນບັນຫານຶ່ງອີກຕ່າງຫາກ ຊຶ່ງກຳລັງປະສົມ ແລະລັດຖະບານທີ່ຮັບຮູ້ໂດຍສາກົນ ໄດ້ຕໍ່ສູ້ມາ ໃນການຕໍ່ຕ້ານກຸ່ມກະບົດຮູຕີ ຜູ້ທີ່ໄດ້ຄວບຄຸມເຂດພາກເໜືອສ່ວນໃຫຍ່ຂອງປະເທດ.

ກຸ່ມແບ່ງແຍກດິນແດນຂອງເຢເມັນໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຄອງອຳນາດຮ່ວມກັນ ໃນນະຄອນຣີຢາດ ເມື່ອເດືອນພະຈິກປີກາຍນີ້ ທີ່ໄດ້ຍຸຕິການສູ້ລົບກັນຊຶ່ງຖືກເອີ້ນກັນວ່າ “ສົງຄາມກາງເມືອງພາຍໃນສົງຄາມກາງເມືອງ” ສຳ ລັບເຂດພາກໃຕ້ທີ່ໄດ້ເຫັນການເຂົ້າຍຶດການຄວບຄຸມເມືອງເອເດັນຊຶ່ງເປັນເມືອງ ໃຫຍ່ອັນດັບສອງ ນັບຕັ້ງແຕ່ເດືອນສິງຫາຜ່ານມາ ຂອງກຸ່ມດັ່ງກ່າວ.

“ຫຼັງຈາກມີການປະກາດພາວະສຸກເສີນ ແບບບໍ່ໄດ້ແຈ້ງໃຫ້ຊາບໂດຍຄະນະກໍາມະການໄລຍະຂ້າມຜ່ານເຂດພາກໃຕ້ ຫຼື STC ນັ້ນ ພວກເຮົາກ່າວຢ້ຳຄືນອີກເຖິງຄວາມຈຳເປັນທີ່ຈະຕ້ອງຈັດຕັ້ງປະຕິບັດຂໍ້ຕົກລົງຣີຢາດຕາມກຳນົດ” ກຸ່ມກຳລັງປະສົມ ໄດ້ກ່າວໄປ ອີງຕາມຂໍ້ຄວາມທີ່ຂຽນລົງໃນທວີດເຕີ ຈາກອົງການຂ່າວຂອງທາງການຂອງຊາອຸດີ.

ຂໍ້ຄວາມໃນທວີເຕີ ກ່າວອີກວ່າ “ກຸ່ມກຳລັງປະສົມ ຮຽກຮ້ອງໃຫ້ຍຸຕິການກະທຳໃດໆທີ່ທະວີຄວາມຮຸນແຮງ ແລະຮຽກຮ້ອງໃຫ້ກັບຄືນໄປຫາຂໍ້ຕົກລົງ ໂດຍທຸກຝ່າຍມີສ່ວນຮ່ວມນຳກັນ.”

ຄະນະ STC ຊຶ່ງສະໜັບສະໜູນໂດຍພັນທະມິດທີ່ສຳຄັນເຊັ່ນ ສະຫະລັດອາຣັບເອມີເຣັສ ໃນວັນອາທິດວານນີ້ ໄດ້ປະກາດເຂດປົກຄອງຕົນເອງໃນພາກໃຕ້ຂອງເຢເມັນ ໂດຍກ່າວຫາລັດຖະບານເຢເມັນ ວ່າບໍ່ປະຕິບັດໜ້າທີ່ຂອງຕົນແລະ ວ່າ “ວາງແຜນ” ຕໍ່ຕ້ານຄວາມພະຍາຍາມຂອງກຸ່ມພາກໃຕ້.

ລັດຖະບານເຢເມັນ ໄດ້ກ່າວປະນາມການເຄື່ອນໄຫວດັ່ງກ່າວ ແລະໄດ້ກ່າວໄປວ່າ ກຸ່ມແບ່ງແຍກດິນແດນ ຜູ້ທີ່ໄດ້ກໍ່ຄວາມວຸ້ນວາຍເພື່ອເອກະລາດໃນພາກໃຕ້ ຈະຕ້ອງຮັບຜິດຊອບ ຕໍຍ່ຜົນທີ່ຕິດຕາມມາຂອງ “ຄວາມຫາຍະນະ ແລະອັນຕະ ລາຍ.”

ການແຕກຫັກລົງ ລະຫວ່າງ ຄູ່ພັນທະມິດໃນຄັ້ງນຶ່ງ ມີຂຶ້ນຂະນະທີ່ກຳລັງປະສົມ ໄດ້ຕໍ່ອາຍຸການຢຸດຍິງຕາມລຳພັງ ເພື່ອແນໃສ່ການສະກັດກັ້ນໂຣກລະບາດຂອງໄວຣັສໂຄໂຣນາ ນັ້ນ ຊຶ່ງເປັນສັນຍາລັກຂອງສັນຕິພາບ ກໍໄດ້ຖືກປະຕິເສດໂດຍກຸ່ມກະບົດຮູຕີ.

ໂດຍກາຍເປັນບັນຫາສະສົມຫຼາຍຂຶ້ນຕື່ມອີກຂອງປະເທດ ຊຶ່ງມີຢ່າງໜ້ອຍ 12 ຄົນເສຍຊີວິດ ໃນເຫດການນ້ຳຖ້ວມກະທັນຫັນ ໃນເດືອນນີ້ ເຮັດໃຫ້ຖະໜົນຫົນທາງຫຼາຍສາຍຂອງນະຄອນອາເດັນ ຈົມຢູ່ໃຕ້ນ້ຳ ແລະເຮືອນຊານຫຼາຍຫຼັງຖືກທຳລາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG