ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UN ກ່າວວ່າ ການເຈລະຈາ ສັນຕິພາບ ເຢເມັນ ກຳນົດໃສ່ ວັນທີ 14 ມີຖຸນານີ້


ເດັກນ້ອຍ ຊາວເຢເມັນ ພາກັນຮ້ອງໂຮຄຳຂວັນ ແລະໂບກທຸກຊາດທີ່ມີຂໍ້ຄວາມທີ່ອ່ານເປັນພາສາ ອາຣັບວ່າ "ນຶ່ງເຢເມັນ" ທີ່ນະຄອນຫຼວງ Sana'aໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນເຢເມັນ, ວັນທີ 6 ມີຖຸນາ 2015.
ເດັກນ້ອຍ ຊາວເຢເມັນ ພາກັນຮ້ອງໂຮຄຳຂວັນ ແລະໂບກທຸກຊາດທີ່ມີຂໍ້ຄວາມທີ່ອ່ານເປັນພາສາ ອາຣັບວ່າ "ນຶ່ງເຢເມັນ" ທີ່ນະຄອນຫຼວງ Sana'aໃນລະຫວ່າງ ການປະທ້ວງຕໍ່ຕ້ານ ການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີ ອາຣາເບຍ ໃນເຢເມັນ, ວັນທີ 6 ມີຖຸນາ 2015.

ອົງການ​ສະຫະ​ປະຊາ​ຊາດ ຫຼື UN ກ່າວ​ວ່າ ການ​ເຈລະຈາ​
ສັນ​ຕິ​ພາບ ລະຫວ່າງ​ພວກ​ກະບົດ​ເຢ​ເມັນ ​ແລະ ລັດຖະບານ
​ທີ່ຮັບຮອງ​ໂດຍ​ນາໆ​ຊາດ ທີ່​ລີ້ໄພ​ຢູ່​ຕ່າງປະ​ເທດ ຈະ​ມີ​ຂຶ້ນ
​ໃນ​ວັນ​ທີ 14 ມີ​ຖຸນາ ຈະ​ມາ​ເຖິງ ນີ້ ຢູ່​ທີ່ນະຄອນ Geneva.

​ໂຄສົກ​ UN ​ໄດ້​ປະກາດ​ໃຫ້ຊາບກ່ຽວກັບວັນ​ເວລາ​ດັ່ງກ່າວ ​
ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ເວົ້າວ່າ ​ເລຂາທິການ​ໃຫຍ່​ທ່ານ Ban
Ki-moon ມີ​ຄວາມ​ຍິນ​ດີ​ ໃນການ​ຕົກລົງ​ກັນ ໂດຍປະທານາທິບໍດີ​
ເຢ​ເມັນທ່ານ Abed Rabbo Mansour Hadi ​ແລະພວກ​ກະບົດ
Houthi ຂອງຊາວ Shi’ite ​ທີ່​ຄວບ​ຄຸມ​ນະຄອນຫຼວງ Sana’a.
ກອງ​ປະຊຸມ​ສັນຕິພາບ ທີ່ ກຳນົດ​ໃສ່​ທ້າຍ​ເດືອນ​ແລ້ວ​ນີ້ ​ໄດ້​ຖືກ​ເລື່ອນອອກ​ໄປ ຫຼັງຈາກ​ທີ່​ລັດຖະບານ ​ແລະພັກຝ່າຍທີ່​ສຳຄັນອື່ນໆ ​ໄດ້ຂໍເວລາ​ຕື່ມ​ອີກ ເພື່ອກະກຽມ ການ​ເຈລະຈາ.

​ໂຄ​ສົກ UN ກ່າວ​ວ່າ ທ່ານ Ban ຍັງ​ໄດ້​ຮຽກຮ້ອງ​ ໃຫ້​ທັງ​ສອງ​ຝ່າຍຕົກ​ລົງ​ກັນ ຢຸດຍິງ​ຊົ່ວ
ຄາວ​ເພື່ອມະນຸດສະທຳ ຄື​ກັນ​ກັບ​ທີ່​ໄດ້​ຕົກລົງ​ກັນ​ ເມື່ອ​ເດືອນ​ແລ້ວ​ນີ້ ທີ່​ອອຳນວຍໃຫ້ມີ
ການຈັດສົ່ງ​ການ​ຊ່ອຍ​ເຫຼືອ​ໄປໃຫ້ ພົນລະ​ເຮືອນຫຼາຍ​ແສນ​ຄົນ ທີ່ຕົກ​ຄ້າງ​ຢູ່​ໃນ​ເຂດຂັດ
​ແຍ້​ງກັນນັ້ນ.

​ໃນຕອນເຊົ້າ ວັນ​ເສົາ​ວານ​ນີ້ ​ບັນດາ​ເຈົ້າໜ້າ​ທີ່​ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ວ່າ ກອງ​ກຳລັງ​ຂອງ​ຕົນ ​ໄດ້​ສະກັດ​ກັ້ນ ລູກ​ສອນ​ໄຟ scud ທີ່ຍິງ​ມາ ຈາກ​ດິນ​ແດນເຢ​ເມັນ​ເຂົ້າໃສ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ປະ​ເທດ.

ອົງການ​ຂ່າວ​ຂອງ​ທາງ​ການ​ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ວ່າ ລູກ​ສອນ​ໄຟ​ patriot ທີ່​ຜະລິດ​ໂດຍ​ສະຫະລັດ ​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ຍິງ​ທຳລາຍລູກ​ສອນ​ໄຟ scud ໃກ້ໆ​ກັບ​ເມືອງ Khamis Mushait.

Yemen Saudi
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG