ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແນ​ວ​ໂຮມ​ ນຳ​ໜ້າ​ໂດຍ ຊາ​ອູ​ດິ ອາ​ເຣ​ເບຍ ປະກາດ​ການ​ຢຸດ​ຍິງ 5 ມື້​​


ພວກ​ຫົວ​ຮຸ​ນ​ແຮງ Houthi ຢືນ​ເຝົ້າ​ຍາມ ​ໃນ​ຂະນະ​ທີ່ຜູ້​ສະໜັບສະໜູ​ນພວກ​ Houthi ​ເດີ​ນຂະ​ບວນປະ​ທ້ວງ ຕໍ່ການ​ໂຈມ​ຕີ​ທາງ​ອາ​ກາດ ​ນຳ​ໂດຍ​ ຊາ​ອູ​ດິ ອາ​ເຣ​​ເບຍ ​ໃນ​ນະຄອນຫຼວງ Sana'a ຂອງ ​ເຢ​ເມນ, ກໍ​ລະ​ກົດ 24, 2015.
ພວກ​ຫົວ​ຮຸ​ນ​ແຮງ Houthi ຢືນ​ເຝົ້າ​ຍາມ ​ໃນ​ຂະນະ​ທີ່ຜູ້​ສະໜັບສະໜູ​ນພວກ​ Houthi ​ເດີ​ນຂະ​ບວນປະ​ທ້ວງ ຕໍ່ການ​ໂຈມ​ຕີ​ທາງ​ອາ​ກາດ ​ນຳ​ໂດຍ​ ຊາ​ອູ​ດິ ອາ​ເຣ​​ເບຍ ​ໃນ​ນະຄອນຫຼວງ Sana'a ຂອງ ​ເຢ​ເມນ, ກໍ​ລະ​ກົດ 24, 2015.

​ແນ​ວ​ໂຮມ​ ນຳ​ໜ້າ​ໂດຍ ຊາ​ອູ​ດິ ອາ​ເຣ​ເບຍ ກ່າວ​ວ່າ ຕົນ​ຈະ​ເລີ່ມ ການ​ຢຸດ​ຍິງ​ດ້ານ​ມະນຸດສະທຳ​ໃນ​ ເຢ​ເມນ 5 ມື້, ​ເຊິ່ງຈະ​ຕ້ອງ​ມີ​ຜົນ​ບັງຄັບ​ໃຊ້​ໜຶ່ງ​ນາທີ​ກ່ອນ​ທ່ຽງຄືນ​ຂອງ​ວັນ​ອາທິດ​ມື້​ນີ້.

ຖະ​ແຫຼ​ງການ​ໂດ​ຍສື່​ມວນ​ຊົນ​ແຫ່ງລັດຖະບານ​ຂອງ ຊາ​ອູູ​ດິ
ອາ​ເຣ​ເບຍ ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ ການ​ຢຸດຍິງ​ຊົ່ວ​ຄາວໃນ ການ​ປະຕິບັດ​ດ້ານ​ການທະຫານ ແມ່ນເກີດ​ຂຶ້ນ​ໂດຍ​ຄຳຮ້ອງ​ຂໍ​ຂອງ​ປະທານາທິບໍດີ​ພັດ​ຖິ່ນ ທ່ານ Abd-Rabbu Mansour Hadi, ທ່ານ Hadi, ​ຜູ້ໄດ້​ຫຼົບໜີ​ອອກ​ໄປ​ຍັງ​ເມືອງ Riyadh ​ໃນ​ຕົ້ນປີ​ນີ້, ​ໄດ້​ສົ່ງ​ຈົດໝາຍ

​ໄປ​ຍັງ​ກະສັດຊາ​ອູ​ດິ​ ອາ​ເຣ​ເບຍ ສົມ​ເດັດ Salman ໃນວັນສຸກທີ່ຜ່ານມານີ້, ຮ້ອງຂໍໃຫ້ຢຸດ ຍິງຊົ່ວຄາວ ເພື່ອອະນຸຍາດໃຫ້ມີການ “ຂົນສົ່ງ ແລະ ແຈກຢາຍການຊ່ວຍເຫຼືອດ້ານ ມະນຸດສະທຳ ແລະ ດ້ານການແພດຢ່າງເຕັມສ່ວນ” ໃຫ້ແກ່ປະເທດປະສົບຄວາມທຸກ ຍາກຈາກສົງຄາມ.

ຖະແຫຼງການນັ້ນກ່າວວ່າ ແນວໃດກໍ່ຕາມ, ແນວໂນມກໍຍັງມີ​ສິດ ໃນການໂຕ້ຕອບຢູ່ ຕໍ່ “ກິດຈະກຳດ້ານການທະຫານ ຫຼື ການ ເຄື່ອນໄຫວ” ໂດຍພວກກະບົດ Houthi ນິກາຍ Shi’ite ຫຼື ພັນທະມິດຂອງພວກເຂົາໃນລະຫວ່າງການຢຸດຍິງນີ້.

ຂ່າວກ່ຽວ​ກັບການຢຸດຍິງມີຂຶ້ນຫຼັງຈາກການໂຈມຕີທາງອາກາດໃສ່ເມືອງ Taiz ຢູ່ໃຈກາງ ຂອງປະເທດ ເຢເມນ ໃນຕອນເຊົ້າຂອງວັນເສົາ ເຊິ່ງໄດ້ເຮັດໃຫ້ພົນ​ເຮືອນເສຍຊີວິດຢ່າງ ໜ້ອຍ 35 ຄົນ ແລະ ບາດເຈັບອີກຫຼາຍສິບຄົນ.

ອົງການສະຫະປະຊາຊາດກ່າວວ່າ ການສູ້ລົບສີ່ເດືອນ ໄດ້ເຮັດໃຫ້ມີຄົນ ເສຍຊີວິດແລ້ວ 3,640 ຄົນ ແລະ ເຄິ່ງໜຶ່ງໃນຈຳນວນນັ້ນແມ່ນ ພົນລະ​ເຮືອນ.

Yemen
please wait
Embed

No media source currently available

0:00 0:01:09 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG