ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງກຳລັງປະສົມ ໃນເຢເມນ ແມ່ນແນໃສ່ ເມືອງ Aden


ແຜ່ນທີ່ເມືອງ Aden ຂອງເຢເມນ
ແຜ່ນທີ່ເມືອງ Aden ຂອງເຢເມນ

ການໂຈມຕີທາງອາກາດຂອງກຳລັງປະສົມ ພາຍໃຕ້ການນຳພາ
ຂອງຊາອຸດີ ຢູ່ໃນເຢເມນ ໄດ້ດຳເນີນມາ ເປັນມື້ທີ 17 ລຽນຕິດ
ໃນວັນເສົາມື້ນີ້ໂດຍແນເປົ້າໝາຍໃສ່ພວກກະບົດ Houthi ຂອງ
ຊາວຊີໄອທ໌ ທັງຢູ່ໃນແລະອ້ອມແອ້ມ ເມືອງ Aden ຫົວເມືອງສຳ
ຄັນ ໃນພາກໃຕ້ຂອງປະເທດທີ່ພວມເກີດບັນຫາຂັດແຍ້ງ. ການ
ໂຈມຕີທາງອາກາດແລະການສູ້ລົບທາງພາກພື້ນດິນເຮັດໃຫ້ມີຜູ້
ເສຍຊີວິດຢ່າງໜ້ອຍ 22 ຄົນເມື່ອຄືນແລ້ວນີ້.

ຂະນະດຽວກັນພວກຊົນເຜົ່າແລະກຳປັ່ນລົບທີ່ເຊື່ອວ່າເປັນຂອງ
ກຳລັງປະສົມ ພວມກຽມພ້ອມທີ່ຈະເຂົ້າຢຶດເອົາເມືອງ Ataq ໃນ
ພາກຕາເວັນອອກ ຂອງປະເທດ ບ່ອນທີ່ພວກກະບົດ Houthi ແລະທະຫານທີ່ຈົງຮັກພັກດີຕໍ່ອະດີດປະທານາທິບໍດີ Ali Abdullah Saleh ພວມເຕົ້າໂຮມ ກຳລັງຢູ່ນັ້ນ.

ເຮືອບິນຂອງສະພາກາແດງ ສາມາດນຳເອົ າການຊ່ອຍເຫຼືອການຊ່ອຍເຫລືອທາງດ້ານ ການແພດໄປລົງທີ່ນະຄອນຫລວງ Sana’a ໃນວັນເສົາມື້ນີ້ຊຶ່ງເປັນມື້ທີສອງລຽນຕິດໃນ ການຈັດສົ່ງການຊ່ອຍເຫລືອໄປຍັງນະຄອນດັ່ງກ່າວ. ມີການວາງແຜນທີ່ຈະຈັດສົ່ງການ ຊ່ອຍເຫລືອເພີ້ມຕື່ມ ໂດຍຄະນະກຳມະການສະພາກາແດງນາໆຊາດ ຈາກເຂດອ່າວເປີ ເຊຍແລະອົງການຢູນີເຊັບໄປໃຫ້.

ໃນວັນສຸກວານນີ້ ການໂຈມຕີທາງອາກາດຂອງກຳລັງປະສົມ ໄດ້ແນເປົ້າໝາຍໃສ່ສາງ ເກັບອາວຸດຂອງກະບົດ Houthi ທີ່ນະຄອນຫຼວງ Sana’a.

ພວກທີ່ເຫັນເຫດການກ່າວວ່າ ການໂຈມຕີໄດ້ຖືກກະຊວງປ້ອງກັນປະເທດແລະສະຖານ ທີ່ອື່ນໆຮວມທັງຄ້າຍທະຫານແຫ່ງນຶ່ງທີ່ເຊື່ອກັນວ່າ ຄວບຄຸມໂດຍກຳລັງກະບົດທີ່ຈົງຮັກ ພັກດີຕໍ່ທ່ານ Saleh.

Yemen
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG