ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 12 ຕຸລາ 2026

ຊາອຸດີ ອາຣາເບີຍ ນຳພາ ການໂຈມຕີ ທາງອາກາດ ເປັນມື້ທີສອງລຽນຕິດ ຢູ່ເຢເມນ

ນັກຕໍ່ສູ້ Houthi ຊາວ Shiite ຄົນນຶ່ງ ຢືນຢາມ ໃນຂະນະທີ່ ຜູ້ຄົນພາກັນຊອກຫາ ຜູ້ທີ່ຍັງມີຊີວິດຢູ່ ຢູ່ໃຕ້ຊາກຫັກພັງ ຂອງເຮືອນຊານ ທີ່ໄດ້ຖືກທຳລາຍ ໂດຍການໂຈມຕີ ທາງອາກາດຂອງ ຊາອຸດີ ອາຣາເບຍ ຢູ່ໃກ້ໆ ສະໜາມບິນ Sana'a ປະເທດເຢເມນ ເມື່ອວັນພະຫັດ ທີ 26 ມີນາ 2015.
ນັກຕໍ່ສູ້ Houthi ຊາວ Shiite ຄົນນຶ່ງ ຢືນຢາມ ໃນຂະນະທີ່ ຜູ້ຄົນພາກັນຊອກຫາ ຜູ້ທີ່ຍັງມີຊີວິດຢູ່ ຢູ່ໃຕ້ຊາກຫັກພັງ ຂອງເຮືອນຊານ ທີ່ໄດ້ຖືກທຳລາຍ ໂດຍການໂຈມຕີ ທາງອາກາດຂອງ ຊາອຸດີ ອາຣາເບຍ ຢູ່ໃກ້ໆ ສະໜາມບິນ Sana'a ປະເທດເຢເມນ ເມື່ອວັນພະຫັດ ທີ 26 ມີນາ 2015.

ເຮືອບິນ​ລົບຫຼາຍລຳ ກຳລັງ​ປະຕິບັດ​ການໂຈມ​ຕີ ​ຕໍ່ເປົ້າໝາຍ
​ຕ່າງ​ໆຂອງກະບົດ ​ເປັນ​ມື້​ທີ​ສອງ​ລຽນຕິດ ​ໃນ​ເຢ​ເມັນ ຊຶ່ງ​ເປັນ​
ພາກສ່ວນ​ນຶ່ງ​ ໃນ​ຄວາມ​ພະຍາຍາມທີ່ນຳພາ​ໂດຍ Saudi
Arabia ເພື່ອ​ຈະ​ຂັບໄລ່ ພວກກະບົດ Houthi ຂອງຊາວ
Shi’ite ອອກໄປຈາກເຂດຕ່າງໆ ທີ່ພວກເຂົາໄດ້​ເຂົ້າຍຶດ​ເອົາ
ຢູ່​ປະ​ເທດ​ດັ່ງກ່າວ.

​ອີງ​ຕາມບັນດາ​ເຈົ້າໜ້າ​ທີ່ເຢ​ເມັນ ​ແລະ ພວກ​ທີ່ເຫັນ​ເຫດການ
ກ່າວ​ວ່າ ໃນ​ວັນ​ສຸກ​ມື້​ນີ້ ເຮືອບິນ​ລົບ​ຂອງ​ແນວ​ໂຮມ ໄດ້​ໂຈມຕີ
ຄ້າຍທະຫານຫຼາຍ​ແຫ່ງ ​ແລະ ​ເປົ້າໝາຍ​ອື່ນໆ ທີ່​ພວກກະບົດ
ຄວບຄຸມ​ຢູ່​ໃນ ​ແລະ​ ອ້ອມ ​ແອ້ມນະຄອນຫລວງ Sana’a. ​ບັນດາ​
ເຈົ້າໜ້າ​ທີ່​ກອງ​ທັບ ຍັງກ່າວ​ອີກ​ວ່າ ​ເປົ້າ​ໝາຍ​ຂອງການ​ໂຈມ​ຕີ​ທາງ​ອາກາດ ​ແມ່ນ​ແນ​ໃສ່​
ແຂວງ Saada ​ຢູ່ໃນ​ພາກ​ເໜືອຂອງປະເທດ ຊຶ່ງ​ເປັນ​ຖານ​ທີ່ໝັ້ນຂອງ​ພວກ​ກະບົດ Houthi.

Yemen Conflict Is Local, Not Regional, Experts Argue
please wait

No media source currently available

0:00 0:02:07 0:00

ບັນດາ​ເຈົ້າໜ້າ​ທີ່​ກອງທັບ Saudi ​ໄດ້​ປະກາດ​ວ່າ ການໂຈມຕີ​ຖິ້ມ​ລະ​ເບີດ​ ຮອບ​ທຳ​ອິດ
​ແມ່ນໄດ້​ຮັບຄວາມ “ສຳ​ເລັດ.” ແຕ່ ​ທີ່​ປຶກສາ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ Saudi
ທ່ານ Ahmad Bin Hassan Asiri ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ​ ຂອງ
​ພັນທະ​ມິດ ອາດ​ຍັງ​ຄົງ​ມີ​ຄວາມ​ຈຳ​ເປັນຢູ່.

ທ່ານ Asiri ​ເວົ້າ​ວ່າ “ດຽວ​ນີ້ ຢູ່​ໃນ​ຂັ້ນຕອນ​ນີ້ ຍັງບໍ່​ມີ​ແຜນການ​ໃດໆ ສຳ​ຫລັບ
ການ​ປະຕິບັດ​ງານ​ ທາງ​ພາກ​ພື້ນ​ດິນ ​ແຕ່ຖ້າ​ສະຖານະ​ການ ຫາກມີ​ຄວາມ​ຕ້ອງ
ການ ທາງກອງທັບ​ບົກ​ຂອງ Saudi ​ແລະ ກອງ​ກຳລັງ​ຂອງ​ພັນທະ​ມິດ ​ແມ່ນ​
ພ້ອມແລ້ວ​ທີ່​ຈະຮັບມື​ກັບການ​ຮຸກ​ຮານ​ໃດໆ ​ໃນທຸກ​ຮູບ​ແບບ​.”

ການ​ໂຈມ​ຕີ ທາງ​ອາກ​າດ ຢູ​່ ເຢ​ເມນ

People sit on boxes of ammunition looted from an army depot in Aden, March 27, 2015.
1/5 People sit on boxes of ammunition looted from an army depot in Aden, March 27, 2015.
ເບິ່ງຕື່ມອີກ Show less
People loot weapons and ammunition from the army depot in Aden, March 27, 2015.
2/5 People loot weapons and ammunition from the army depot in Aden, March 27, 2015.
ເບິ່ງຕື່ມອີກ Show less
A man wraps the body of a relative killed in an airstrike in Yemen's northwestern province of Saada, March 27, 2015.
3/5 A man wraps the body of a relative killed in an airstrike in Yemen's northwestern province of Saada, March 27, 2015.
ເບິ່ງຕື່ມອີກ Show less
People loot boxes of ammunition that they took from an army depot in Aden, March 27, 2015.
4/5 People loot boxes of ammunition that they took from an army depot in Aden, March 27, 2015.
ເບິ່ງຕື່ມອີກ Show less
A medic attends to a man injured in an airstrike in Saada, a province in the northwestern part of Yemen, March 27, 2015.
5/5 A medic attends to a man injured in an airstrike in Saada, a province in the northwestern part of Yemen, March 27, 2015.
ເບິ່ງຕື່ມອີກ Show less
Previous slide
Next slide

ການ​ຈັດຕັ້ງແນວ​ໂຮມຂຶ້ນ​ຢ່າງ​ວ່ອງ​ໄວຂອງ​ 10 ປະ​ເທດ ຮວມທັງ 5 ປະ​ເທດ​ໃນເຂດ​ອ່າວ
ເປີເຊຍ​ທີ່​ປົກຄອງ​ໂດຍ​ກະສັດນັ້ນ ​ແມ່ນ​ພວມ​ພະຍາຍາ​ມທີ່​ຈະ​ເອົາ​ຊະນະ ພວກກະບົດ
Houthi ທີ່​ໜູນ​ຫລັງ​ໂດຍ​ອີຣ່ານ ​ແລະ ນຳ​ເອົາລັດຖະບານ ​ທີ່​ຮັບຮອງເອົາໂດຍ​ນານາຊາດ ຂອງເຢເມັນ ກັບ​ຄືນ​ມາປົກຄອງ​ປະເທດດັ່ງກ່າວ.

ປາກິສຖານ ຊຶ່ງເປັນພັນທະມິດມາເປັນເວລາດົນນານຂອງ Saudi Arabia ກ່າວໃນ
ວັນສຸກມື້ນີ້ວ່າ ຕົນຍັງບໍ່ທັນໄດ້ຕັດສິນໃຈເທື່ອ ວ່າ ຈະເຂົ້າຮ່ວມແນວໂຮມຫລືບໍ່. ລັດຖະມົນຕີກະຊວງປ້ອງກັນປະເທດປາກິສ ຖານ ທ່ານ Khawaja Asif ກ່າວຕໍ່ສະພາ
ແຫ່ງຊາດ ວ່າ ປາກິສຖານ ພ້ອມແລ້ວ ທີ່ຈະປົກປ້ອງຜືນແຜ່ນດິນ ອັນຄົບຖ້ວນຂອງ Saudi Arabia ບໍ່ວ່າດ້ວຍວິທີໃດກໍຕາມ ແຕ່ບໍ່ຕ້ອງການ ທີ່ຈະເຂົ້າພົວພັນ ໃນສົງຄາມສາສະໜາ.

Yemen Saudi Arabia
please wait

No media source currently available

0:00 0:02:26 0:00

​
XS
SM
MD
LG