ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງ​ນ້ອຍ 26 ຄົນ ຖືກ​ສັງຫານ ໃນການ​ໂຈມ​ຕີ​ທາງ​ອາກາດ ທີ່​ນຳພາ​ໂດຍ Saudi ໃນເຢເມນ


ພວກຕຳຫຼວດ ຮວມຕົວກັນໃນສະຖານທີ່ ໃນກອງບັນຊາການ
ຕຳຫຼວດ ທີ່ນຳພາການ​ໂຈມ​ຕີ​ທາງ​ອາກາດ ​ໂດຍSana'a, ເຢມັນ, 18 ມັງກອນ, 2016.
ພວກຕຳຫຼວດ ຮວມຕົວກັນໃນສະຖານທີ່ ໃນກອງບັນຊາການ ຕຳຫຼວດ ທີ່ນຳພາການ​ໂຈມ​ຕີ​ທາງ​ອາກາດ ​ໂດຍSana'a, ເຢມັນ, 18 ມັງກອນ, 2016.

ການ​ໂຈມ​ຕີ​ທາງ​ອາກາດທີ່​ນຳພາ​ໂດຍ Saudi ​ໄດ້​ສັງຫານ
​ຢ່າງ​ນ້ອຍ 26 ຄົນ ທີ່ກອງ​ບັນຊາ​ການ​ຕຳຫຼວດ​ ໃນ​ນະ​ຄອນ
​ຫຼວງ​ຂອງເຢ​ເມນ ຄ່ຳ​ຄືນ​ວານ​ນີ້ ຊຶ່ງ​ເຮັດ​ໃຫ້ ​ມີ​ຈຳນວນ​ຄົນ
ຕາຍ​ເພີ້​ມຂຶ້ນ​ເປັນເກືອບ 6 ພັນ​ຄົນ ນັບ​ຕັ້ງ​ແຕ່ Riyadh ​ໄດ້
​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ທະຫານຕໍ່​ກຸ່ມ​ຫົວ​ຮຸນ​ແຮງ Houthi
ທີ່​ຄວບ​ຄຸມ ນະຄອນຫຼວງ Sana’a ນັ້ນ.

ການ​ໂຈມ​ຕີ​ຕໍ່​ກອງ​ບັນຊາ​ການ​ຕຳ​ຫຼວດ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ຄົນ​ບາດ​ເຈັບ​ຫຼາຍ​ສິບ​ຄົນ ຊຶ່ງ​ສ່ວນ​ໃຫຍ່​ນັ້ນ​ແມ່ນ​ພວກ​ຕຳຫຼວດ. ພວກ​ຊ່ອຍ​ກູ້​ໄພ​ ແມ່ນ​ຍັງ​ພະຍາຍາມສືບ​ຕໍ່ຊອກ​ຫາ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ທີ່​ຍັງ​ຕົກ​ຄ້າງ ​ຢູ່​ໃຕ້​ກ້ອງ​ຊາກ​ຫັກ​ພັງ​ ຂອງ​ຕຶກ​ອາຄານ​ນັ້ນ.

ການ​ໂຈມ​ຕີ​ທາງ​ອາກາດຂອງ​ກຳລັງ​ປະສົມ ພາຍ​ໃຕ້​ການ​ນຳພາ​ຂອງ Saudi ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ໄດ້​ສັງຫານ​ນັກ​ຂ່າວ​ອິດ​ສະລະ​ຂອງ VOA ​ແລະ​ອົງການ​ຂ່າວ​ເພື່ອ​ມະນຸ​ດສະ​ທຳ IRIN​. ທ່ານ Almigdad Mojalli ​ແມ່ນ​ນັກ​ຂ່າວ​ຄົ​ນ​ທີ 6 ​ທີ່ໄດ້ຖືກ​ສັງຫານ​ໃນ​ເຢ​ເມນ ນັບ​ຕັ້ງ​ແຕ່​ເດືອນ​ມັງກອນ​ປີ 2015 ​ເປັນ​ຕົ້ນ​ມາ.

ທ່ານ John Lansing ຜູ້ອຳນວຍການ​ຂອງ​ສະພາ​ຜູ້​ວ່າການ​ກະຈາຍສຽງ​ຂອງ​ສະຫະລັດ
ທີ່​ຄວບ​ຄຸມ​ວິທະຍຸ VOA ​ໄດ້​ກ່າວ​ວ່າ “ທ່ານ Almigdad Mojalli ​ແມ່ນ​ເປັນ​ນັກ​ຂ່າວຜູ້​ທີ່
ມີຄວາມ​ຕັ້ງ​ໃຈ​ແລະ​ສະຫຼຽວ​ສະຫຼາດ ​ຊຶ່ງ​ໄດ້​ເສຍ​ສະລະ​ເລືອດ​ເນື້ອ​ ​ໃນ​ການປະຕິບັດ​ໜ້າທີ່
ລາຍ​ງານຂ່າວໃນສະຖານະ​ການ​ທຸລະກັນດານ ທີ່​ຫຍຸ້ງຍາກ​ ​ແຕ່​ວ່າ​ມັນເປັນ​ການ​ລາຍ​ງານ​ຂ່າວ​ທີ່​ສຳຄັນ​ຍິ່ງອອກ​ມາ​ຈາກ​ເຢ​ເມນ.”
ທ່ານ Lansing ​ຍັງໄດ້​ກ່າວຕື່ມ​ວ່າ “ທ່ານ​ຍັງ​ໄດ້​ເສຍ​ສະລະ​ຊີວິດ​ຂອງ​ທ່ານ​ ໃນ​ການ​ລາຍ​ງານ​ຂ່າວ ກ່ຽວ​ກັບ​ວິ​ກິດ​ການ​ມະນຸດສະທຳ​ນີ້ ​ແລະ​ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ​ມາ​ຍັງ​ຄອບ​ຄົວ​ຂອງ​ທ່ານ​ດ້ວຍ.”

ກະຊວງ​ການ​ການ​ຕ່າງປະ​ເທດ​ສະຫະລັດ ກໍ​ໄດ້​ສະ​ແດງ​ເຖິງ​ຄວາມ​ເສົ້າ​ໂສກ​ເສຍ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ທ່ານ Mojalli ​ແລະ​ໄດ້​ກ່າວ​ວ່າ ຂະນະ​ນີ້ ຍັງ​ຢູ່​ໃນ​ຂັ້ນ​ຕອນການດຳ​ເນີນ​ງານ​ຂອງ
ການ​ເກັບ​ກຳ​ຂໍ້​ມູນ​ຕ່າງໆ​ ກ່ຽວ​ກັບ​ການ​ຕາຍຂອງທ່າ​ນ Mojalli ຢູ່.

XS
SM
MD
LG