ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະສັດ ຊາອຸດີ ອາເຣເບຍ ແຕ່ງຕັ້ງໂອຣົດ ເປັນອົງມົງກຸດ


ລັດຖະມົນຕີປ້ອງກັນປະເທດ ແລະ ອົງມົງກຸດຄົນໃໝ່ ຂອງຊາອຸດີ ອາເຣເບຍ ເຈົ້າຊາຍ Mohammed bin Salman.
ລັດຖະມົນຕີປ້ອງກັນປະເທດ ແລະ ອົງມົງກຸດຄົນໃໝ່ ຂອງຊາອຸດີ ອາເຣເບຍ ເຈົ້າຊາຍ Mohammed bin Salman.

ກະສັດ Salman ແຫ່ງປະເທດຊາອຸດີ ອາເຣເບຍ ໄດ້ເລື່ອນຕຳແໜ່ງ ລູກຊາຍຂອງພະ
ອົງ, ເຈົ້າຊາຍ Mahammed bin Salman ອາຍຸ 31 ປີ ເປັນອົງມົງກຸດຣາຊະກຸມານ
ເຮັດໃຫ້ພະອົງເປັນຜູ້ທີ່ຈະສືບທອດບັນລັງຄົນຕໍ່ໄປ ໃນຂະນະທີິ່ຮັບໜ້າທີ່ເປັນລັດຖະ
ມົນຕີປ້ອງກັນປະເທດ ແລະ ຄວບຄຸມຄວາມພະຍາຍາມທີ່ຈະປັບປຸງເສດຖະກິດຂອງ
ປະເທດ.

ການເຄື່ອນໄຫວດັ່ງກ່າວໄດ້ຖືກປະກາດໃນວັນພຸດມື້ນີ້ ຜ່ານດຳລັດອອກໂດຍອົງການ
ຂ່າວລັດຖະບານ SPA.

ດຳລັດໄດ້ກ່າວວ່າ ອະດີດອົງມົງກຸດ ພ້ອມ​ທັງ​ເປັນຫຼານຊາຍຂອງກະ ສັດ Salman, ​
ເຈົ້າຊາຍ Mohammed bin Nayef ໄດ້ໃຫ້ຖືກປົດອອກຈາກວຽກການທຸກໆຕຳແໜ່ງ
ຂອງພະອົງ ລວມທັງຕຳແໜ່ງລັດຖະມົນຕີກະຊວງພາຍໃນ.

​ເຈົ້າຊາຍ Mohammed bin Salman ຜູ້ທີ່ເຄີຍເປັນຮອງອົງມົງກຸດ, ຕອນນີ້ ຍັງຈະໄດ້
ເປັນຮອງນາຍົກລັດຖະມົນຕີ ຂອງ ຊາອຸດີ ອາເຣເບຍ ນຳດ້ວຍ.

ອົງມົງກຸດ ທີ່ມີອາຍຸ 31 ປີຜູ້ນີ້ ໄດ້ມີໜ້າທີ່ຮັບຜິດຊອບ ກ່ຽວກັບ ການຕໍ່ສູ້ຂອງພັນທະມິດ
ນຳໂດຍ ຊາອຸດີ ອາເຣເບຍ ຕາງໜ້າໃຫ້ລັດຖະ ບານປະເທດ ເຢເມນ ໃນການເຮັດສົງ
ຄາມກັບພວກກະບົດ ຮູຕີ ທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ.

ສື່ມວນຊົນລັດຖະບານ ຊາອຸດີ ອາເຣເບຍ ໄດ້ກ່າວວ່າ ການປ່ຽນແປງ​ໃນວັນພຸດມື້ນີ້
ແມ່ນໄດ້ຖືກຮອງຮັບເອົາ ໂດຍສະມາຊິກຂອງຣາຊະວົງ ຜູ້ທີ່ມີບົດບາດໃນອັນທີ່ຮູ້ກັນ
ວ່າ ສະພາມົນທຽນບານ.

ກະສັດ Salman ໄດ້ເຂົ້າກຳອຳນາດໃນປີ 2015 ຫຼັງຈາກການສິ້ນພະຊົນ ຂອງພະ​ເສດ​
ຖາຕ່າງມານດາຂອງພະອົງ, ກະສັດ Abdullah.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG